ປະຊາຊົນບ້ານແກ້ງປາຢ້າງ ຈໍານວນ 95 ຄົນ ໄດ້ຮັບສິ່ງຂອງຊ່ວຍເຫຼືອ

    ວັນທີ 21 ພະຈິກ 2021 ພະອາຈານ ບຸນຍາດ ຄໍາພູ ປະຈໍາວັດນາກໃຫຍ່ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ທັງເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ໄດ້ສືບຕໍ່ນໍາເອົາສິ່ງຂອງມອບຊ່ວຍເຫຼືອປະຊາຊົນ ຈໍານວນ 95 ຄົນ ຢູ່ບ້ານແກ້ງປ່າຢ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທີ່ມີຄາມຫຍຸ້ງຍາກໃນການດໍາລົງຊີວິດ ແລະ ໄດ້ຮັບຜົນກະທົບຈາກການລະບາດພະຍາດໂຄວິດ-19.

    ສິ່ງຂອງທີ່ນໍາໄປແຈກຢາຍຄັ້ງນີ້ ປະກອບມີເຂົ້າສານ ແລະ ອາຫານແຫ້ງ ທີ່ຮັບການປະກອບສ່ວນຈາກນາງ ວິໄລສັກ ຍ່າແມ່ ບຸນເຮືອງ ປະວົງວຽງຄໍາ ປ້າຈັນສຸກ ໂພທິວັນ ທ່ານ ສຸກສະດາ ປ້າສະໄໝ ສູນດາລາ ແລະ ນາງຕ້າ ພູມມະນີ ນອກນີ້ ຍັງມີທ່ານໝໍວິລະສັກ ນາງມະນີພອນ ແລະ ນາງແກ້ວ ໃຫ້ການປະກອບສ່ວນຕື່ມອີກ ເຊິ່ງພາຍຫຼັງທີ່ມອບຊ່ວຍເຫຼືອປະຊາຊົນບ້ານແກ້ງປ່າຢ້າງໃນຄັ້ງນີ້ແລ້ວ ພະອາຈານ ບຸນຍາດ ຄໍາພູ ຍັງຈະສືບຕໍ່ລະດົມການປະກອບສ່ວນຈາກຜູ້ທີ່ມີຈິດໃຈເຫຼື້ອມໃສສັດທາ ເພື່ອນໍາສິ່ງຂອງເຫຼົ່ານັ້ນໄປມອບໃຫ້ກັບປະຊາຊົນບ້ານອື່ນໆອີກ.

error: Content is protected !!