ເຖິງກວດບໍ່ພົບຜູ້ຕິດເຊື້ອໂຄວິດລາຍໃໝ່ ທຸກຄົນໃນສັງຄົມກໍຄວນບໍ່ປະໝາດ ແລະ ຖືເບົາໃນການປ້ອງກັນການແຜ່ລະບາດ​

    24 ມື້ແລ້ວ ທີ່ທີມງານແພດໝໍກວດບໍ່ພົບຜູ້ຕິດເຊື້ອ Covid-19 ລາຍໃໝ່ໃນ ສປປ ລາວ ເຊິ່ງຕົວເລກສະສົມຜູ້ທີ່ຕິດເຊື້ອຍັງຄົງທີ່ 19 ລາຍ ແລະ ປິ່ນປົວຫາຍດີກັບບ້ານແລ້ວຈຳນວນ 9 ລາຍ. 

    ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ໄດ້ຖະແຫຼງຂ່າວວັນທີ 6 ພຶດສະພາ 2020 ຢູ່ສູນປະຕິບັດງານຄະນະສະເພາະກິດຄວບຄຸມ Covid-19 ກະຊວງສາທາລະນະສຸກວ່າ: ໃນວັນທີ 05 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 87 ຄົນ ໃນນັ້ນ ມີກໍລະນີສົງໄສ 04 ຄົນ ແລະ ແຮງງານລາວທີ່ກັບມາຈາກປະເທດໄທ 83 ຄົນ. ກໍລະນີສົງໄສທັງໝົດ 04 ຄົນ ແມ່ນມາຈາກນະຄອນຫຼວງວຽງຈັນ 02 ຄົນ ແຂວງວຽງຈັນ 01 ຄົນ ແລະ ອຸດົມໄຊ 01 ຄົນ. ແຮງງານລາວທີ່ກັບມາຈາກປະເທດໄທ 83 ຄົນ ໃນນີ້ ມີແຂວງຈຳປາສັກ 59 ຄົນ ສະຫວັນນະເຂດ 12 ຄົນ ຫຼວງພະບາງ 04 ຄົນ ສາລະວັນ 03 ຄົນ ບໍລິຄຳໄຊ 02 ຄົນ ວຽງຈັນ 02 ຄົນ ແລະ ແຂວງຫຼວງນ້ຳທາ 01 ຄົນ ຜົນກວດທັງໝົດ 87 ຄົນ ຂອງມື້ວານນີ້ ບໍ່ພົບເຊື້ອໃໝ່ ໝາຍຄວາມວ່າໃນວັນທີ 05 ພຶດສະພາ 2020 ບໍ່ມີກໍລະນີໃໝ່. 

    ນັບແຕ່ເດືອນມັງກອນ ຮອດວັນທີ 05 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດມີ 2.505 ຕົວຢ່າງ ກວດພົບເຊື້ອສະສົມ 19 ຄົນ (24 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ). ປັດຈຸບັນ ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 10 ຄົນ ລວມທັງນ້ຳເບີ 14 ທີ່ເອົາກັບຄືນມານອນຕິດຕາມອາການຢູ່ໂຮງໝໍ ທັງໝົດເຫັນວ່າມີອາການເບົາບາງ ແລະ ຍັງຕິດຕາມເພື່ອກວດວິເຄາະຢັ້ງຢືນການບໍ່ພົບເຊື້ອ. 

    ເພື່ອສະກັດກັ້ນບໍ່ໃຫ້ມີການລະບາດຄືນຄັ້ງທີ 2 ເລິ່ມແຕ່ວັນທີ 4 ພຶດສະພາ ຈົນເຖິງວັນທີ 17 ພຶດສະພານີ້ ກໍໄດ້ມີມາດຕະການຜ່ອນຜັນບາງຢ່າງ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 524/ຫສນຍ ລົງວັນທີ 1 ພຶດສະພາ 2020 ເຊິ່ງມີ 8 ມາດຕະການຜ່ອນຜັນ 5 ມາດຕະການສືບຕໍ່ຫ້າມ ແລະ ມີຄໍາແນະນໍາເພິ່ມເຕີມຂອງຂະແໜງການອອກຫຼາຍສະບັບ ເປັນຕົ້ນແມ່ນການຈຳກັດບໍລິເວນຜູ້ເດີນທາງເຂົ້າມາ ສປປ ລາວ ການເປີດບໍລິການຮ້ານອາຫານ ການເດີນທາງໄປຕ່າງແຂວງ ການກະກຽມເປີດໂຮງຮຽນ ແລະ ອື່ນໆ ແຕ່ສັງເກດເຫັນວ່າການປະຕິບັດມາດຕະການປ້ອງກັນການຕິດເຊື້ອຂອງມວນຊົນບໍ່ເຂັ້ມງວດ ເປັນຕົ້ນແມ່ນການປະຕິບັດໄລຍະຫ່າງ ການໃສ່ຜ້າປິດປາກ-ດັງເວລາອອກຈາກບ້ານ ຫຼື ຢູ່ສະຖານທີ່ບໍລິການຕ່າງໆ. 

    ສະນັ້ນ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ເອົາໃຈໃສ່ຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ເຂັ້ມງວດ ການທີ່ຈະປ້ອງກັນການລະບາດຄືນມາຮອບໃໝ່ ຫຼືຈະເພິ່ມການຜ່ອນຜັນມາດຕະການອື່ນໆຫຼັງຈາກວັນທີ 17 ພຶດສະພານີ້ ແມ່ນຂຶ້ນກັບພວກເຮົາໝົດທຸກຄົນ.

  # ຂ່າວ & ພາບ : ຊິລິການດາ

error: Content is protected !!