ວຽນທຽນບຸນນະມັດສະການພະທາດຫຼວງວຽງຈັນ ຮັກສາໄດ້ຮີດຄອງປະເພນີທີ່ເຄີຍສືບທອດກັນມາ

    ການວຽນທຽນໃນງານບຸນນະມັດສະການພະທາດຫຼວງວຽງຈັນ ເປັນປະເພນີທາງສາສະໜາທີ່ມີຄວາມສໍາຄັນ ແລະ ສືບທອດກັນມາແຕ່ບັນພະບູລຸດຈົນເຖິງປັດຈຸບັນ ເພື່ອສ້າງຄວາມເຫຼື້ອມໃສ ສັດທາໃນພະພຸດທະສາສະໜາ ພ້ອມທັງເປັນການບູຊາ ແລະ ລະນຶກເຖິງພະລັດຕະນະໄຕ ກໍຄືປູສະນີຍະສະຖານພະທາດຫຼວງວຽງຈັນອັນເກົ່າແກ່ ທີ່ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ເວົ້າສະເພາະ ຊາວນະຄອນຫຼວງວຽງຈັນ ທີ່ໄດ້ໃຫ້ການເຄົາລົບນັບຖືບູຊາມາແຕ່ດົນນານ ເຊິ່ງໃນແຕ່ລະປີ ພາຍຫຼັງທີ່ມີການຄົບງັນຮອດມື້ສຸດທ້າຍແລ້ວ ຕອນເຊົ້າກໍຈະມີພິທີໃສ່ບາດ ຕີຄີ ແລະ ຕອນຄໍ່າກໍຈະມີພິທີວຽນທຽນ ໂດຍໃຊ້ທຽນ ທູບ ແລະ ດອກໄມ້ ເພື່ອເປັນເຄື່ອງສັກກະລະບູຊາຖືໄວ້ໃນມື ແລະ ວຽນເປັນເວລາ 3 ຮອບ ໃນເວລາຍ່າງຮອບນັ້ນ ຕ້ອງຕັ້ງຈິດໃຈໃຫ້ມີຄວາມສະຫງົບ ພ້ອມທັງລະນຶກເຖິງພະພຸດທະຄຸນ ດ້ວຍບົດສູດອິຕິປິໂສ ລະນຶກເຖິງພະທໍາມະຄຸນ ດ້ວຍບົດສູດສາວະຂາໂຕ ແລະ ລະນຶກເຖິງພະສັງຂະຄຸນ ດ້ວຍບົດສູດສຸຈິປັນໂຍ ຈົນກວ່າສະຄົບ 3 ຮອບ. 

    ສະເພາະການວຽນທຽນບຸນນະມັດສະການພະທາດຫຼວງ ປະຈໍາປີ 2021 ໄດ້ມີຂຶ້ນວັນທີ 19 ພະຈິກ ກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 12 ລາວ ໂດຍປີນີ້ແຕກຕ່າງຈາກປີຜ່ານມາ ຍ້ອນມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອເປັນການຮັກສາວັດທະນາທຳ ຮີດຄອງປະເພນີອັນດີງາມຂອງຊາດ ກໍຄືເຮັດໃຫ້ງານບຸນນະມັດສະການພະທາດຫຼວງວຽງຈັນມີຄວາມສໍາເລັດທາງພິທີສາສະໜາ ແນໃສ່ໃຫ້ຄົນຮຸ່ນຫຼັງໄດ້ຮັບຮູ້ເຖິງຄວາມໝາຍຄວາມສຳຄັນ ແລະ ສືບທອດປະຕິບັດຈາກຮຸ່ນສູ່ຮຸ່ນ ທັງຮັກສາໄດ້ຮີດຄອງປະເພນີທີ່ດີງາມຂອງຊາດ ຮັບປະກັນໄດ້ຄວາມສະຫງົບປອດໄພ ເປັນລະບຽບຮຽບຮ້ອຍທົ່ວສັງຄົມ ຈຶ່ງໄດ້ຈໍາກັດຜູ້ເຂົ້າຮ່ວມ ໃນນີ້ໄດ້ກໍານົດພະສົງເຂົ້າຮ່ວມ 13 ອົງ ແລະ ຄະນະຮັບຜິດຊອບຈັດງານບຸນເຂົ້າຮ່ວມ ເຊິ່ງນໍາໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນ ເຖົ້າແກ່ແນວໂຮມ ແລະ ແຂກຖືກເຊີນປະມານ 50 ຄົນ ນອກນີ້ ຫຼັງຈາກວຽນທຽນສໍາເລັດແລ້ວ ກໍໄດ້ມີການຈູດພຸ ຈູດບັ້ງໄຟດອກ ເພື່ອສ້າງຄວາມສວຍງາມ ແລະ ບູຊາອົງພະທາດຫຼວງວຽງຈັນຕື່ມອີກ.

..# ຂ່າວ – ພາບ :  ຂັນທະວີ

error: Content is protected !!