ລາວ-ຈີນ ເພີ່ມທະວີການຮ່ວມມືດ້ານເສດຖະກິດ

    ວັນທີ 19 ພະຈິກ 2021 ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມພົບປະທາງໄກ ລະຫວ່າງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຮ່ວມມກັບທ່ານ ເຫີ ລີ້ເຟິ່ງ ຮອງປະທານສະພາທີ່ປຶກສາການເມືອງ ປະທານຄະນະພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ ໂດຍມີຮອງລັດຖະມົນຕີ ບັນດາຫົວໜ້າກົມທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ. 

    ກອງປະຊຸມດັ່ງກ່າວ ຈັດຂຶ້ນຕາມການຕົກລົງເຫັນດີຂອງສໍານັກງານນາຍົກລັດຖະມົນຕີ ແນໃສ່ເພື່ອປຶກສາຫາລື ຜັນຂະຫຍາຍບັນດາເອກະສານທີ່ສອງຂະແໜງການໄດ້ຕົກລົງຮ່ວມກັນໃນໄລຍະທີ່ຜ່ານມາ ໃຫ້ເກີດດອກອອກຜົນ ເຊັ່ນ: ສັນຍາຮ່ວມກັນຊຸກຍູ້ການສ້າງໜຶ່ງແລວ ໜຶ່ງເສັ້ນທາງ ຂອບການຮ່ວມມື ພັດທະນາແລວທາງເສດຖະກິດ ລາວ-ຈີນ (2019-2030) ສັນຍາຊຸກຍູ້ໂຄງການສໍາຄັນໃນຂອບຄວາມອາດສາມາດໃນການຜະລິດ ແລະ ການລົງທຶນ ແລະ ບົດບັນທຶກຄວາມເຂົ້າໃຈ ການຮ່ວມມືແລກປ່ຽນດ້ານວິຊາການລະຫວ່າງສອງອົງການ.


error: Content is protected !!