ຫ້ອງກວດພະຍາດ ລາວ ອິນເຕີຄລີນິກ ຕັ້ງຢູ່ຖະໜົນມິດຕະພາບ ລາວ-ໄທ ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳບໍລິການກວດສຸຂະພາບ 32 ຢ່າງ ໃຫ້ເອື້ອຍນ້ອງແມ່ຍິງລາວບັນດາເຜົ່າໂດຍບໍ່ເສຍຄ່າໃນວັນທີ 20-25 ພະຈິກ 2021 ເພື່ອເປັນການຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ທີ່ຈັດຂຶ້ນວັນທີ 18-19 ພະຈິກ 2021 ຢູ່ນະຄອນຫຼວງວຽງຈັນ ແລະ ວັນສຳຄັນຕ່າງໆຂອງຊາດ ຂອງພັກ ເປັນຕົ້ນ ວັນຊາດທີ 2 ທັນວາທີ່ຈະມາເຖິງນີ້ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ.

ທ່ານ ນາງ ດຣ ສີວິໄຊ ທໍາມະລັງສີ ຜູ້ອໍານວຍການຫ້ອງກວດພະຍາດ ລາວ ອີນເຕີຄລີນິກ ໃຫ້ສໍາພາດວັນທີ 19 ພະຈິກ 2021 ວ່າ: ຂ້າພະເຈົ້າຂໍແຈ້ງຂ່າວມາຍັງບັນດາເອື້ອຍນ້ອງແມ່ຍິງລາວທຸກພາກສ່ວນ ເພື່ອເປັນການຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ຫ້ອງກວດພະຍາດ ລາວ ອິນເຕີຄລີນິກ ຈະເປີດບໍລິການກວດສຸຂະພາບໃຫ້ເອື້ອຍນ້ອງແມ່ຍິງບັນລາວບັນດາເຜົ່າໂດຍບໍ່ເສຍຄ່າເປັນເວລາ 6 ວັນ ນັບແຕ່ວັນທີ 20-25 ພະຈິກ 2021 ເລີ່ມແຕ່ເວລາ 9-16:00 ໂມງ ຖ້າທ່ານໃດສົນໃຈຢາກກວດສຸຂະພາບຂອງຕົນເອງດ້ວຍເຄື່ອງມືທີ່ທັນສະໄໝ ສາມາດໄປກວດໄດ້ຕາມວັນເວລາດັ່ງກ່າວ ຫຼື ຕິດຕໍ່ພົວພັນເບີໂທ 021 315324, 020 98314959 ແລະ 020 54777781.
# ຂ່າວ- ພາບ : ສົມສະຫວັນ