LRIMS ເປີດນໍາໃຊ້ໃນສາທາລະນະ ໃຫ້ທຸກຄົນໄດ້ນໍາໃຊ້ຂໍ້ມູນທີ່ດີກວ່າ

    ການເຂົ້າເຖິງຂໍ້ມູນການປ່ຽນແປງດິນຟ້າອາກາດ ແມ່ນເປັນສິ່ງຈຳເປັນທີ່ສຸດ ສຳລັບການວາງແຜນວຽກງານກະສິກຳ ແລະ ປ່າໄມ້ໃນອະນາຄົດ ທ່າມກາງສະພາບການປ່ຽນແປງດິນຟ້າອາກາດ ຂີດຄວາມສາມາດຂອງ ສປປ ລາວ ໃນການສ້າງຂໍ້ມູນແວດລ້ອມກະສິກຳ ແມ່ນໄດ້ເພີ່ມຂຶ້ນຢ່າງຊັດເຈນ ໃນໄລຍະ 2-3 ປີມານີ້ ບັນດາແຜນທີ່ທີ່ສ້າງຂື້ນໃໜ່ ປະກອບມີ: ແຜນທີ່ປົກຫຸ້ມກະສິກຳ ແຜນທີ່ດິນ ແລະ ແຜນທີ່ປະກອບອາຊີບກະສິກຳ ແມ່ນສຳເລັດແລ້ວ ຍິ່ງໄປກວ່ານັ້ນ ຂໍ້ມູນແບບຈຳລອງການປ່ຽນແປງດິນຟ້າອາກາດ ແລະ ສະພາບຮູບການປູກພືດໃນອະນາຄົດ ກໍໄດ້ສຳເລັດແລ້ວເຊັ່ນກັນ.

    ລະບົບຄຸ້ມຄອງຂໍ້ມູນຊັບພະຍາກອນດິນ (LRIMS) ແມ່ນລະບົບຖານຂໍ້ມູນໃຫຍ່ທຳອິດຂອງລາວ ລະບົບ ແລະ ຂໍ້ມູນທັງໝົດທີ່ບັນຈຸຢູ່ໃນນັ້ນແມ່ນຜະລິດ ແລະ ຄຸ້ມຄອງໂດຍຜູ້ຊ່ຽວຊານຄົນລາວ ລະບົບ (LRIMS) ແມ່ນພັດທະນາໂດຍກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (DALaM) ກະຊວງກະສິກໍາ ແລະ ປ່າໄມ້ ສາມາດເຂົ້າຫາ LRMIS ໄດ້ຕາມທີ່ຢູ່ນີ້ URL:https://lrims-dalam.net ສ່ວນແອັບເທີງມືຖື ແມ່ນຍັງຢູ່ໃນໄລຍະກໍາລັງພັດທະນາຢູ່.

    ເຄື່ອງມືດັ່ງກ່າວນີ້ ແມ່ນຈະໃຫ້ຂໍ້ມູນອັນເປັນຕົ້ນຕໍກ່ຽວກັບກະສິກໍາ ສໍາລັບການນໍາໃຊ້ໃນຫຼາຍໆຂົງເຂດ ເປັນຕົ້ນແມ່ນການປະມວນຜະລິດຕະພາບຂອງທີ່ດິນ ເຊັ່ນດຽວກັນກັບຫຼາຍໆຂໍ້ມູນທີ່ສຳຄັນສຳລັບວຽກງານກະສິກຳ ແລະ ການລົງທຶນໃນການພັດທະນາຊົນນະບົດ ເຄື່ອງມືຄຳສັ່ງໃນລະບົບ ຈະສາມາດໃຫ້ຂໍ້ມູນເຮົາໄດ້ພຽງພໍ ໃນການກຳນົດບູລິມາສິດສຳລັບພື້ນທີ່ການລົງທຶນ ລວມທັງໃຫ້ພວກເຮົາຮູ້ວ່າ ບ່ອນໃດທີ່ມີຄວາມເໜາະສົມສຳລັບການຜະລິດກະສິກຳໃນໄລຍະຍາວ ນີ້ກໍຈະຊ່ວຍສະໜັບສະໜູນແກ່ການກະກຽມສຳລັບແລວທາງເສດຖະກິດອັນໃໜ່ ຊ່ວຍໃຫ້ເຮົາສາມາດກຳນົດແຜນ ສຳລັບເຂດພື້ນທີ່ທີິ່ໃຫ້ຜົນຜະລິດດີກວ່າ ທີ່ໃກ້ກັບເຂດເສດຖະກິດພິເສດ ຫຼື ສະຖານີລົດໄຟ ເປັນຕົ້ນ.

    ກອງທຶນອະນຸຮັກສິ່ງແວດລ້ອມໂລກ GEF “ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຕິດຕາມ ແລະ ຂໍ້ມູນຂ່າວສານ ອຸຕຸກະເສດ ເພື່ອການປັບໂຕຕໍ່ການປ່ຽນແປງດິນຟ້າອາກາດ ແລະ ການຄ້ຳປະກັນສະບຽງອາຫານໃນ ສປປ ລາວ” (ໂຄງການ SAMIS) ແມ່ນດໍາເນີນມາແລ້ວ 4 ປີ ໂຄງການແມ່ນຈັດຕັ້ງປະຕິບັດໂດຍອົງການ FAO ເຊິ່ງດຳເນີນການໂດຍກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

    ທ່ານ ກິແກ້ວ ສິງນະວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ຂໍ້ມູນໃນ LRIMS ແມ່ນຈະເປີດນໍາໃຊ້ໃນສາທາລະນະ ແລະ ທຸກຄົນຈະໄດ້ນໍາໃຊ້ຂໍ້ມູນທີ່ດີກວ່າ ໃນການຕັດສິນໃຈ ແລະ ເພື່ອລັດຖະບານໃນການປັບປຸງນະໂຍບາຍໃຫ້ດີຂຶ້ນ ນອກຈາກນີ້ ທ່ານຍັງກ່າວຕື່ມວ່າ: ຂໍ້ມູນນີ້ ຈະສະໜັບສະໜູນການບັນລຸເປົ້າໝາຍຂອງແຜນຍຸດທະສາດການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 (NSEDP) ຂອງ ສປປ ລາວ.

    ທ່ານ ນາຊາ ຮາຢັດ ຜູ້ຕາງໜ້າອົງການ FAO ປະຈໍາ ສປປ ລາວ ໃຫ້ຮູ້ອີກວ່າ: FAO ຍັງຈະສະໜັບສະໜູນການກະກຽມໂຄງການ SAMIS ໄລຍະທີສອງ FAO ຍັງຈະສືບຕໍ່ເຮັດວຽກເພື່ອການປັບປຸງລະບົບຂໍ້ມູນຂ່າວສານຂອງຂະແໜງກະສິກຳ.

# ຂ່າວ & ພາບ :  ຊິລິການດາ  

error: Content is protected !!