ເປີດໂອກາດໃຫ້ຜູ້ຄອບຄອງພາຫະນະແບບບໍ່ຖືກຕ້ອງ ເຂົ້າແຈ້ງເສຍພາສີ ໂດຍບໍ່ປັບໃໝ

    ພະແນກການເງິນ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມເຜີຍແຜ່ຄຳສັ່ງ ເລກທີ 20/ນຍ ລົງວັນທີ 8 ຕຸລາ 2021 ວ່າດ້ວຍການກວດກາ ແລະ ປະຕິບັດມາດຕະການຕໍ່ຜູ້ທີ່ນຳເຂົ້າ ແລະ ນຳໃຊ້ຍານພາຫະນະທຸກປະເພດແບບບໍ່ຖືກຕ້ອງ ຄຳແນະນຳເລກທີ 5320/ກງ ລົງວັນທີ 22 ຕຸລາ 2021 ຄໍາສັ່ງແນະນໍາເລກທີ 5651/ກງ ລົງວັນທີ 11 ພະຈິກ 2021 ແລະ ແຈ້ງການສະບັບເລກທີ 02/ຈນວ ລົງວັນທີ 15 ພະຈິກ 2021 ຂຶ້ນວັນທີ 19 ພະຈິກ 2021 ຢູ່ພະແນກດັ່ງກ່າວ ໂດຍເປັນປະທານຂອງທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ມີທ່ານ ສິລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນວ ພ້ອມດ້ວຍບັນດາພະແນກການ ກອງບັນຊາການ ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. 

    ໃນໄລຍະຜ່ານມາ ບັນດາຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງຢ່າງຕັ້ງໜ້າ ເປັນຕົ້ນ ການສະກັດກັ້ນ ແລະ ແກ້ໄຂເດັດຂາດຕໍ່ການຄ້າຂາຍເຖື່ອນ ກໍຄືການນໍາເຂົ້າ ແລະ ນຳໃຊ້ຍານພາຫະນະແບບບໍ່ຖືກຕ້ອງໃນຮູບແບບຕ່າງໆ ຊ່ວຍໃຫ້ລັດສາມາດເກັບພາສີ-ອາກອນໄດ້ເພີ່ມຂຶ້ນ ແລະ ເຮັດໃຫ້ການນຳເຂົ້າຍານພາຫະນະບໍ່ຖືກຕ້ອງ ຫຼຸດລົງລະດັບໜຶ່ງ ແຕ່ສະພາບການຄ້າຂາຍເຖື່ອນ ການຫຼົບຫຼີກພາສີຈາກການນໍາເຂົ້າຍານພາຫະນະຕ່າງໆ ຍັງມີລັກສະນະແຜ່ເປັນວົງກວ້າງໃນທົ່ວປະເທດ ນາຍົກລັດຖະມົນຕີຈຶ່ງໄດ້ອອກຄຳສັ່ງເລກທີ 02/ນຍ ລົງວັນທີ 8 ຕຸລາ 2021 ວ່າດ້ວຍການກວດກາ ແລະ ປະຕິບັດມາດຕະການຕໍ່ຜູ້ທີ່ນຳເຂົ້າ ແລະ ນຳໃຊ້ຍານພາຫະນະທຸກປະເພດແບບບໍ່ຖືກຕ້ອງ ເພື່ອແກ້ໄຂປkກົດການຫຍໍ້ທໍ້ໃນການນຳເຂົ້າ ການນຳໃຊ້ ແລກປ່ຽນ ຊື້-ຂາຍຍານພາຫະນະ ໃຫ້ຖືກຕ້ອງຕາມກົດໝາຍໃນທົ່ວປະເທດ ທັງເປັນການຈັດຕັ້ງປະຕິບັດວາລະເເຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຂອງປະເທດເຮົາ.

    ສໍາລັບຄຳສັ່ງວ່າດ້ວຍການກວດກາ ແລະ ປະຕິບັດມາດຕະການຕໍ່ຜູ້ນຳເຂົ້າ ແລະ ນຳໃຊ້ພາຫະນະທຸກປະເພດແບບບໍ່ຖືກຕ້ອງ ໄດ້ກຳນົດຫຼັກການ ວິທີການ ຂັ້ນຕອນ ແລະ ກົນໄກການຈັດຕັ້ງປະຕິບັດ ເພື່ອຊຸກຍູ້ໃຫ້ຜູ້ທີ່ມີໄວ້ຄອບຄອງ ນຳໃຊ້ຍານພາຫະນະທຸກປະເພດແບບບໍ່ຖືກຕ້ອງ ແລະ ຍັງບໍ່ທັນເສຍພາສີ ແລະ ພັນທະອື່ນໆ ເຂົ້າໄປພົວພັນແກ້ໄຂກັບພາກສ່ວນຮັບຜິດຊອບໃຫ້ຖືກຕ້ອງຕາມລະບຽບ ຫຼັກການ ແລະ ກົດໝາຍ ເພື່ອປະຕິບັດຕາມມາດຕະການຢ່າງຖືກຕ້ອງ ມີຄວາມເປັນເອກະພາບກັນໃນທົ່ວປະເທດ ໃນນີ້ ໄດ້ກຳນົດໃຫ້ພະນັກງານ ທະຫານ ຕຳຫຼວດ ບຸກຄົນ ນິຕິບຸກຄົນ ການຈັດຕັ້ງ ແລະ ປະຊາຊົນ ນວ ທີ່ຄຸ້ມຄອງ ນຳໃຊ້ຍານພາຫະນະນໍາເຂົ້າບໍ່ຖືກຕ້ອງ ຍັງບໍ່ທັນໄດ້ເສຍພາສີ ແລະ ພັນທະອື່ນໆ ໃຫ້ຮີບຮ້ອນນຳເອົາພາຫະນະຂອງຕົນ ແລະ ເອກະສານທີ່ກ່ຽວຂ້ອງ (ຖ້າມີ) ໄປແຈ້ງຢູ່ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ ຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ນັບແຕ່ມື້ອອກແຈ້ງການສະບັບນີ້ເປັນຕົ້ນໄປຈົນຮອດວັນທີ 20 ມັງກອນ 2022 ໂດຍຈະໄດ້ເສຍພາສີ ແລະ ພັນທະອື່ນໆ ຈະບໍ່ມີການປັບໃໝຕ່າງໆ ແຕ່ຖ້າກາຍກໍານົດເວລາດັ່ງກ່າວ ຈະໄດ້ດຳເນີນມາດຕະການ ປະຕິບັດຕາມຂັ້ນຕອນຂອງກົດໝາຍ ແລະ ລະ ບຽບການທີ່ກຳນົດໄວ້. 

# ຂ່າວ & ພາບ :  ສະບາໄພ

error: Content is protected !!