ຮັບຮອງເອົາຖະແຫຼງການລັດຖະມົນຕີຄັ້ງທີ 2 ເພື່ອສືບຕໍ່ຈັດຕັ້ງປະຕິບັດໃຫ້ບັນລຸທົດສະວັດວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ

    ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຄັ້ງທີ 2 ວ່າດ້ວຍວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງຢູ່ໃນພາກພື້ນອາຊີ ແລະ ປາຊີຟິກ (ກອງປະຊຸມທາງໄກ) ວັນທີ 19 ພະຈິກ 2021 ນຳໂດຍທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍປະເທດສະມາຊິກຫຼາຍກວ່າ 400 ຄົນ ຈາກ 44 ປະເທດສະມາຊິກ ແລະ 15 ອົງການຈັດຕັ້ງສາກົນ. 

    ເພື່ອເປັນການທົບທວນຄືນ ຄວາມຄືບໜ້າການຈັດຕັ້ງປະຕິບັດຂອບປະຕິບັດງານກ່ຽວກັບການຈົດທະບຽນ ແລະ ສະຖິຕິພົນລະເມືອງ ພ້ອມທັງປະກາດເອົາປີ 2014-2024 ເປັນທົດສະວັດຂອງການຈົດທະບຽນ ແລະ ສະຖິຕິພົນລະເມືອງຂອງພາກພື້ນອາຊີ-ປາຊີຟິກ ສຳລັບ ສປປ ລາວໃນປີ 2014 ໄດ້ໃຫ້ຄຳໝັ້ນສັນຍາຕໍ່ກອງປະຊຸມຄັ້ງທີ 1 ຜ່ານມາວ່າ ປີ 2014-2024 ລັດຖະບານຈະສູ້ຊົນໃຫ້ພົນລະເມືອງທຸກຄົນ ແລະ ເດັກນ້ອຍເກີດໃໝ່ ຕ້ອງໄດ້ຈົດທະບຽນ ແລະ ມີໃບຢັ້ງຢືນການເກີດຢ່າງເປັນທາງການ ຢ່າງໜ້ອຍໃຫ້ໄດ້ 70% ພ້ອມກັນນັ້ນ ກໍໄດ້ທົບທວນສິ່ງທ້າທາຍທີ່ຍັງຢູ່ໃນການເລັ່ງລັດການຈັດຕັ້ງປະຕິບັດຂອບປະຕິບັດການຂອງພາກພື້ນ ກ່ຽວກັບວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງໃນອາຊີປາຊີຟິກ. 

    ປັດຈຸບັນ ສປປ ລາວ ກໍາລັງຈັດຕັ້ງຜັນຂະຫຍາຍບັນດາແຜນງານບູລິມະສິດທີ່ໄດ້ກໍານົດໄວ້ໃນຍຸດທະສາດວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ກົດໝາຍວ່າດ້ວຍທະບຽນຄອບຄົວ ແລະ ບັນດານິຕິກຳອື່ນໆທີ່ກ່ຽວຂ້ອງ ດ້ວຍການລົງທຶນຂອງລັດຖະບານ ໄດ້ຮັບການສະໜອງງົບປະມານກູ້ຢືມຈາກທະນາຄານໂລກເຂົ້າໃນການປັບປຸງວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ  ການສ້າງ  ປັບປຸງ  ແລະ  ທົດລອງນຳໃຊ້ລະບົບຖານຂໍ້ມູນຄຸ້ມຄອງວຽກງານຈົດທະບຽນ   ແລະ  ສະຖິຕິພົນລະເມືອງເອເລັກໂຕຣນິກ ທີ່ເຊື່ອມຕໍ່ຂໍ້ມູນລະຫວ່າງຂະແໜງການທີ່ກ່ຽວຂ້ອງຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ເພື່ອເຮັດໃຫ້ຂໍ້ມູນຖືກຕ້ອງ ຄົບຖ້ວນ ເຜີຍແຜ່ໃຫ້ທວງທັນເວລາໃນການຜະລິດສະຖິຕິຈາກລະບົບການຈັດທະບຽນພົນລະເມືອງ ນອກຈາກນີ້ ກອງປະຊຸມໄດ້ແລກປ່ຽນບົດຮຽນ ແລະ ປະກອບຄຳເຫັນໃນຫົວຂໍ້ຕ່າງໆອີກດ້ວຍ.

# ຂ່າວ & ພາບ :  ອົ່ນ ໄຟສົມທອງ  

error: Content is protected !!