ສາທາເມືອງໄຊເສດຖາ ຕ້ານພະຍາດໂຄວິດ ໄປພ້ອມກັບການຕອບໂຕ້ການລະບາດໄຂ້ຍຸງລາຍ​

    ທ່ານນາງ ແພງຕາ ນາດາ ຫົວໜ້າຫ້ອງການສາທາລະນະສຸກເມືອງໄຊເສດຖາ ໃຫ້ສໍາພາດວັນທີ 6 ພຶດສະພາ 2020 ລາຍງານໃຫ້ຮູ້ວ່າ: ເມືອງໄຊເສດຖາມີພົນລະເມືອງທັງໝົດ 114.607 ຄົນ ຍິງ 58.215 ຄົນ 24.064 ຫຼັງຄາເຮືອນ 1.857 ໜ່ວຍ 27.510 ຄອບຄົວ ມີ 48 ບ້ານ ແບ່ງເປັນ 2 ເຂດຄື: ເຂດຕົວເມືອງມີ 17 ບ້ານ ແລະ ເຂດຊານເມືອງມີ 31 ບ້ານ ເຊິ່ງປັດຈຸບັນ ທົ່ວເມືອງມີຈໍານວນຄົນເຈັບເປັນໄຂ້ຍຸງລາຍ 35 ກໍລະນີ ສ່ວນຫຼາຍເປັນກະແຈກກະຈາຍໃນ 18 ບ້ານ ໃນນີ້ບ້ານທີ່ມີຄົນເຈັບເປັນໄຂ້ຍຸງລາຍຫຼາຍ ຫ້ອງການສາທາລະນະສຸກເມືອງໄຊເສດຖາໄດ້ເອົາໃຈໃສ່ເປັນພິເສດຄື: ເຂດກຸ່ມ 1 ບ້ານຈອມມະນີ ມີ 10 ກໍລະນີ ກຸ່ມ 4 ບ້ານແສງສະຫວ່າງ ມີ 4 ກໍລະນີ ພ້ອມນັ້ນທົ່ວເມືອງມີອາສາສະໝັກບ້ານທັງໝົດ 656 ຄົນ ເພື່ອຊ່ວຍວຽກງານສາທາລະນະສຸກ ປັດຈຸບັນເຫັນວ່າອາສາສະໝັກບ້ານມີຄວາມພຽງພໍໃນການລົງຕິດຕາມ ແລະ ທໍາລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍຂອງເມືອງໄດ້ດີພໍສົມຄວນ. 

    ປັດຈຸບັນ ຢູ່ໃນໄລຍະການຈັດຕັ້ງປະຕິບັດການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຫ້ອງການສາທາລະນະສຸກເມືອງໄຊເສດຖາກໍໄດ້ເອົາໃຈໃສ່ຕໍ່ການເຝົ້າລະວັງ ແລະ ຕອບໂຕ້ພະຍາດໄຂ້ຍຸງລາຍແຕ່ຫົວທີໄປພ້ອມໆກັນ ໂດຍການໃຊ້ລົດເຄື່ອນທີ່ໂຄສະນາກ່ຽວກັບການປ້ອງກັນຕົນເອງຈາກພະຍາດໂຄວິດ-19 ໄປພ້ອມກັນກັບແນະນໍາໃຫ້ປະຊາຊົນແຕ່ລະຄົວເຮືອນຮັກສະອະນາໄມ ປະຕິບັດ 5 ປ ເປັນປະຈໍາ ນອກນັ້ນ ໄດ້ແນະນໍາໃຫ້ອໍານາດການປົກຄອງຊ່ວຍໂຄສະນາຜ່ານໂທລະໂຄ່ງບ້ານທັງເຊົ້າ ແລະ ແລງໃນທຸກໆວັນ ເພື່ອໃຫ້ການຕິດຕາມກວດກາດັ່ງກ່າວມີປະສິດທິພາບ ໄດ້ສ້າງກຸ່ມວັອດແອັບອໍານາດການປົກຄອງບ້ານ ອາສາສະໝັກບ້ານຮ່ວມກັບສາທາ ເວລາມີການເຄື່ອນໄຫວວຽກງານຕ່າງໆຕ້ອງໄດ້ສົ່ງລົງກຸ່ມ ເພື່ອໃຫ້ທຸກຄົນໄດ້ຮັບຮູ້ ພິເສດຫ້ອງການສາທາລະນະສຸກກໍໄດ້ສ້າງແອັບພລີເຄຊັນຕິດຕາມການລາຍງານການເຄື່ອນໄຫວຕ່າງໆ ໂດຍມີການປ້ອນຂໍ້ມູນໃສ່ແອັບດັ່ງກ່າວ ແລະ ຈັບຈຸດພິກັດຂອງການເຄື່ອນໄຫວເຮັດວຽກທຸກໆຄັ້ງ ເຊິ່ງໄດ້ເຮັດໃຫ້ການເຮັດວຽກມີປະສິດທິຜົນ ພ້ອມທັງເປັນຂໍ້ມູນພື້ນຖານໃຫ້ຫ້ອງການສາທາລະນະສຸກ.   

# ຂ່າວ & ພາບ : ຂັນທະວີ

error: Content is protected !!