ເຢຍລະມັນ ເພີ່ມທຶນ 1,45 ລ້ານເອີໂຣ ໃຫ້ ຄມສ

    ປະເທດເຢຍລະມັນ ກໍາລັງຈັດສັນທຶນເພີ່ມ 1,45 ລ້ານເອີໂຣ ໃຫ້ຄະນະກໍາມາທິການແມ່ນໍ້າຂອງສາກົນ (ຄມສ) ເພື່ອແກ້ໄຂບັນຫາທ້າທາຍດ້ານການພັດທະນາ ແລະ ດ້ານການຄຸ້ມຄອງໃນເຂດອ່າງແມ່ນໍ້າຂອງຕອນລຸ່ມ ເຊິ່ງທຶນເພີ່ມຕື່ມນີ້ ຈະສະໜັບສະໜູນການຮ່ວມມືດ້ານວິຊາການໃນການຈັດຕັ້ງປະຕິບັດແຜນຍຸດທະສາດຂອງ ຄມສ ສໍາລັບປີ 2021-2025 ແລະ ເປັນການປະກອບສ່ວນເພີ່ມເຕີມ ຈາກ 3 ລ້ານເອີໂຣ ທີ່ປະເທດເຢຍລະມັນໄດ້ປະກອບສ່ວນໃນເດືອນມິຖຸນາ 2021.

    ທ່ານ ດຣ Christina Seeberg-Elverfeldt ຫົວໜ້າຝ່າຍການຮ່ວມມືດ້ານການພັດທະນາ ສະຖານທູດເຢຍລະມັນ ປະຈໍາລາວ ກ່າວວັນທີ 18 ພະຈິກ 2021 ວ່າ: ທຶນເພີ່ມເຕີມນີ້ ຈະຊ່ວຍ ຄມສ ສ້າງຕັ້ງຕາໜ່າງຕິດຕາມແມ່ນໍ້າຫຼັກຂອງຕົນໃນພາກພື້ນແມ່ນໍ້າຂອງ ເຊິ່ງເປັນບາດກ້າວສໍາຄັນໃນການກ້າວໄປສູ່ການໄດ້ຮັບຂໍ້ມູນ ແລະ ຂ່າວສານທີ່ທັນເວລາຫຼາຍຂຶ້ນ ກ່ຽວກັບຜົນກະທົບຂອງບັນດາໂຄງການໂຄງລ່າງພື້ນຖານທາງນໍ້າຢູ່ແມ່ນໍ້າຂອງ ແລະ ແມ່ນໍ້າສາຂາ ພວກເຮົາຫວັງວ່າທຶນດັ່ງກ່າວນີ້ຈະປະກອບສ່ວນໃນການໃຫ້ຂໍ້ມູນເພື່ອຕັດສິນໃຈກ່ຽວກັບການພັດທະນາ ແລະ ການຄຸ້ມຄອງຊັບພະຍາກອນນໍ້າຢ່າງມີຄວາມຮັບຜິດຊອບ ພ້ອມທັງສົ່ງເສີມຄວາມສາມາດຂອງ ຄມສ ໃນການຄຸ້ມຄອງໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງໃຫ້ມີປະສິດທິຜົນຫຼາຍຂຶ້ນ.

    ທ່ານ ດຣ ອັນ ພິສ ຮັດດາ ຫົວໜ້າກອງເລຂາ ຄມສ ກ່າວວ່າ: ທຶນດັ່ງກ່າວ ສະແດງໃຫ້ເຫັນຄວາມມຸ່ງໝັ້ນຂອງປະເທດເຢຍລະມັນ ຕໍ່ການຮ່ວມມືໃນອະນາຄົດ ສໍາລັບການພັດທະນາຢ່າງມີຄວາມຮັບຜິດຊອບ ແລະ ການຄຸ້ມຄອງທີ່ດີໃນອ່າງແມ່ນໍ້າຂອງ ຂໍຂອບໃຈລັດຖະບານເຢຍລະມັນ ທີ່ໄດ້ຕັດສິນໃຈສະໜອງທຶນເພີ່ມເຕີມນີ້ໃຫ້ ຄມສ ເຊິ່ງຈະຖືກນໍາໃຊ້ເພື່ອປັບປຸງຄວາມສາມາດຂອງພວກເຮົາໃນການເກັບກໍາຂໍ້ມູນ ແລະ ປົກປ້ອງອະນາຄົດຂອງປະຊາຊົນທີ່ເພິ່ງພາອາໄສອ່າງແມ່ນໍ້າຂອງຕອນລຸ່ມ ສໍາລັບການຫາລ້ຽງຊີວິດຂອງພວກເຂົາໃຫ້ມີປະສິດທິຜົນຫຼາຍຂຶ້ນ.

    ທຶນເພີ່ມຕີມນີ້ ຈະສະໜັບສະໜູນໂຄງການຮ່ວມມືກ່ຽວກັບນໍ້າຂ້າມຊາຍແດນໃນອ່າງແມ່ນໍ້າຂອງຕອນລຸ່ມ ໂດຍຈະເນັ້ນໃສ່ການສ້າງຄວາມສາມາດໃຫ້ຕາໜ່າງຕິດຕາມແມ່ນໍ້າຫຼັກ ຂອງ ຄມສ ເຊິ່ງເປັນໂຄງການຮ່ວມກັນເພື່ອປັບປຸງຄວາມສາມາດໃນການປັບຕົວເຂົ້າກັບສະພາບອາກາດໃນອ່າງຮັບນໍ້າຍ່ອຍ 9C-9T ໃນທະເລສາບໂຕນເລສາບ ແລະ ການພັດທະນາອົງກອນ.

    ປະເທດເຢຍລະມັນ ໄດ້ຮ່ວມວຽກງານຢ່າງໃກ້ຊິດກັບ ຄມສ ແລະ ໄດ້ບັນລຸຜົນໄດ້ຮັບທີ່ງອກງາມ ຈາກແຜນງານການຕິດຕາມດ້ານສິ່ງແວດລ້ອມຮ່ວມກັນຢູ່ເຂື່ອນໄຊຍະບູລີ ແລະ ເຂື່ອນດອນສະໂຮງ ຜົນໄດ້ຮັບເບື້ອງຕົ້ນຈາກ 2 ໂຄງການທົດລອງນີ້ (ຈະຈັດພິມເຜີຍແຜ່ໃນປີນີ້) ຢັ້ງຢືນເຖິງຄວາມສໍາຄັນຂອງການເກັບກໍາຂໍ້ມູນທີ່ເຊື່ອຖືໄດ້ ແລະ ຂໍ້ມູນທີ່ກ່ຽວຂ້ອງ ເພື່ອປະກອບໃຫ້ການຕັດສິນໃຈກ່ຽວກັບການພັດທະນາ ແລະ ການຄຸ້ມຄອງຊັບພະຍາກອນນໍ້າ ປະເທດເຢຍລະມັນ ມີສາຍພົວພັນການຮ່ວມມືກັບ ຄມສ ນັບແຕ່ການສ້າງຕັ້ງ ຄມສ ປີ 1995 ໃນນີ້ ໄດ້ສະໜອງທຶນຫຼາຍກວ່າ 50 ລ້ານເອີໂຣ ໃນການສະໜັບສະໜູນດ້ານວິຊາການ ແລະ ດ້ານການເງິນ ເພື່ອຈັດຕັ້ງປະຕິບັດວິໄສທັດຂອງ ຄມສ ຄື: “ອ່າງແມ່ນໍ້າຂອງທີ່ໝັ້ນຄົງທາງເສດຖະກິດ ຍຸດຕິທໍາໃນສັງຄົມ ເປັນມິດກັບສິ່ງແວດລ້ອມ ແລະ ສາມາດປັບຕົວເຂົ້າກັບສະພາບອາກາດ. 

# ຂ່າວ & ພາບ :  ສະບາໄພ  

error: Content is protected !!