ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ VIII ປິດລົງດ້ວຍຜົນສໍາເລັດ

    ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ວັນທີ 19 ພະຈິກ 2021 ທີ່ຫໍປະຊຸມແຫ່ງຊາດ ເປັນປະທານຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແລະ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍການນໍາຈາກກະຊວງ ອົງການແນວລາວສ້າງຊາດ ສະຫະພັນນັກຮົບເກົ່າ ອົງການຈັດຕັ້ງມະຫາຊົນ ການນໍາຈາກແຂວງ ແລະ ນະຄອນຫຼວງວຽງຈັນ ການນໍາເພດຍິງ ພະນັກງານປະຕິວັດອາວຸໂສບໍານານ ວິລະຊົນ ເພດຍິງ ພັນລະຍາການນໍາ ອາດີດການນໍາພັກ-ລັດ ນັກທຸລະກິດ ຜູ້ແທນສົມບູນທີ່ເປັນຕົວແທນໃຫ້ສະມາຊິກສະຫະພັນແມ່ຍິງລາວໃນທົ່ວປະເທດເຂົ້າຮ່ວມ. 

    ກອງປະຊຸມ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ໄດ້ຜ່ານຮ່າງມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ VIII ວ່າ:ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ ປະກອບຄໍາເຫັນຢ່າງຕັ້ງໜ້າ ແລະ ເປັນເອກະສັນຮັບຮອງເອົາບົດລາຍງານການເມືອງ ແຜນພັດທະນາແມ່ຍິງລາວ ແລະ ບົດສໍາຫຼວດການນໍາພາຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວຊຸດເກົ່າ ເຊິ່ງໄດ້ຕີລາຄາດ້ານດີ ດ້ານອ່ອນ ຂໍ້ຄົງຄ້າງ ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຊີ້ນໍາ-ນໍາພາຕະຫຼອດ 5 ປີ ຜ່ານມາ ພ້ອມນັ້ນ ກອງປະຊຸມໄດ້ເປັນເອກະສັນຮັບຮອງເອົາທິດທາງແຜນການ 5 ປີຕໍ່ໜ້າ ນັບແຕ່ປີ 2021-2025 ນອກນີ້ ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ປະກອບຄໍາເຫັນຈາກຄະນະພັກ ຄະນະນໍາຂອງອົງການແຊວງ ທີ່ໄດ້ຕີລາຄາຢ່າງຖືກຕ້ອງ ຕໍ່ຜັນງານການຈັດຕັ້ງປະຕິບັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VII ພ້ອມທັງໃຫ້ຄໍາໝັ້ນສັນຍາໃນການສືບຕໍ່ຮ່ວມມືຊ່ວຍເຫຼືອວຽກງານສະຫະພັນແມ່ຍິງ ກໍຄືວຽກງານກໍ່ສ້າງ ແລະ ພັດທະນາແມ່ຍິງໃນຕໍ່ໜ້າໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້. 

    ກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກ ແລະ ຮັບຮອງເອົາຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ  ສະໄໝທີ VIII ໂດຍສອດຄ່ອງກັບມາດຖານເງື່ອນໄຂທີ່ໄດ້ກໍານົດໄວ້ ເຊິ່ງມີຜູ້ລົງສະໝັກທັງໝົດ 68 ທ່ານ ເລືອກໄດ້ຈໍານວນ 63 ທ່ານ ໃນນີ້ ກອງປະຊຸມຄັ້ງປະຖົມມະລືກຂອງຄະນະດັ່ງກ່າວ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕເລືອກເອົາທ່ານນາງ ອິນລາວັນ ແກ້ວບຸນພັນ ເປັນປະທານ ທ່ານ ນາງ ສິລິກິດ ບຸບຜາ ທ່ານ ນາງ ທໍາມາເພັດວິໄຊ ທ່ານ ນາງ ຈັນໂສດາ ພອນທິບ ເປັນຮອງ ແລະ ທ່ານ ນາງ ລາວັນ ສຸດທິສານ ເປັນຮອງປະທານ ທັງເປັນປະທານກວດກາ. ໂອກາດນີ້ ທ່ານ ທອງລຸນ ສີສຸລິດ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ເພື່ອເປັນທິດຊີ້ນໍາ ເປັນບ່ອນອີງໃຫ້ແກ່ການປັບປຸງ ຂະຫຍາຍອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ນໍາພາຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ກໍຄືຂະບວນການພັດທະນາແມ່ຍິງໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

# ຂ່າວ & ພາບ :  ຂັນທະວີ

error: Content is protected !!