ຖວາຍຜາສາດເຜິ້ງໃນບຸນນະມັດສະການພະທາດຫຼວງ


ການແຫ່ຜາສາດເຜີ້ງແມ່ນປະເພນີໜຶ່ງຂອງລາວທີ່ກ່ຽວກັບພິທີທາງສາສະໜາ ເປັນວັດທະນະທຳອັນດີງາມທີ່ສະແດງເຖິງຄວາມພາກພຽນ ການປະດິດຄິດສ້າງ ແລະ ການເຕົ້າໂຮມຄວາມສາມັກຄີລະຫວ່າງປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນປະຊາຊົນຊາວນະຄອນຫຼວງວຽງຈັນທີ່ສືບທອດປະຕິບັດກັນມາແຕ່ບູນຮານນະການ ເຊິ່ງທຸກໆປີໄດ້ຈັດຂຶ້ນໃນວັນຂຶ້ນ 14 ຄໍ່າເດືອນ 12 (ລາວ) ໃນໂອກາດງານສະເຫຼີມສະຫຼອງບຸນນະມັດສະການພະທາດຫຼວງວຽງຈັນ ເຊິ່ງປີນີ້ກົງກັບວັນທີ 18 ພະຈິກ 2021 ຢູ່ເດີ່ນກົມມະລຽນພະທາດຫຼວງ.


ສຳລັບປີນີ້ແມ່ນແຕ່ກຕ່າງຈາກປີຜ່ານໆມາເນື່ອງຈາກວ່າມີການລະບາດຂອງພະຍາດໂຄວິດ-19 ແລະ ເພື່ອປ້ອງກັນພະຍາດດັ່ງກ່າວ ໃນພິທີຈຶ່ງບໍມີການເຕົ້າໂຮມເອົາບັນດາຜາສາດເຜິ້ງຈາກມວນຊົນທົ່ວໄປ ສຳນັກງານ-ອົງການຈັດຕັ້ງ ພະແນກການ ລວມທັງຊາວພຸດສະນິກະຊົນໄດ້ເຂົ້າຮ່ວມຂະບວນແຫ່ຢ່າງເປັນຂະບວນຄືກຄື້ນໄດ້ ມີພຽງແຕ່ຈັດພໍເປັນຮີດຄອງເທົ່ານັ້ນເຊິ່ງໄດ້ເຕົ້າໂຮມເອົາຜາສາດຈາກອົງການປົກຄອງໃນ 4 ເມືຶງໃນ ຈຳນວນ 8 ຫຼັງ ໂດຍມີພະເຖລະນຸເຖລາ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຂະແໜງການກ່ຽວຂ້ອງຈຳນວນໜຶ່ງ.


ການຖວາຍຜາສາດເຜີ້ງປີນີ້ບໍໄດ້ແຫ່ອ້ອມພະທາດຫຼວງພຽງແຕ່ນຳມາຖະຫວາຍເທົ່ານັ້ນ ໂດຍລວມແລ້ວກິດຈະກຳຖະຫວາຍຜາສາດເຜີ້ງໃນປີນີ້ດຳເນີນໄປດ້ວຍບັນຍາກາດບໍຄຶກຄຶ້ນຄືປີຜ່ານມາ ແລະ ບໍມີມວນຊົນເຂົ້າຮ່ວມຈຳນວນຫຼາຍ ເນື່ອງຈາກວ່າເປັນການປ້ອງກັນການພະບາດຂອງພະຍາດໂຄວິດ-19 ແຕ່ເຖິງແນວໃດກໍຕາມຍັງຮັກສາໄດ້ ຮີດຄອງປະເພນີອັນດີງາມຂອງຊາດຄວາມສາມັກຄີ ຮັກແພງເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນລາວບັນດາເຜົ່າອີກດ້ວຍ.

error: Content is protected !!