ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີ 3 ສະໄໝທີ XI ຕິດພັນກັບຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ (ນວ) ຜ່ານລະບົບທາງໄກ ຂຶ້ນວັນທີ 18 ພະຈິກ 2021 ທີ່ຫ້ອງວ່າການປົກຄອງ ນວ ໂດຍເປັນປະທານຂອງ ສະຫາຍ ສີພອນ ຈັນສົມວົງ ຮອງເລຂາຄະນະພັກ ຫົວໜ້າກອງບັນຊາການທະການ ນວ ມີກໍາມະການປະຈຳພັກ ຄະນະພັກ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ສະຫາຍ ສີພອນ ຈັນສົມວົງ ໄດ້ຍົກໃຫ້ເຫັນເນື້ອໃນສໍາຄັນຂອງເອກະສານດັ່ງກ່າວ ທີ່ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກ ນວ ໂດຍສະເພາະ ການຕີລາຄາສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ ແລະ ແຜນເງິນຕາ 9 ເດືອນ ຜ່ານມາ ມາດຕະການຈັດຕັ້ງປະຕິບັດແຜນໃນໄຕມາດສຸດທ້າຍປີ 2021 ແລະ ທິດທາງແຜນການປີ 2022 ສະພາບການຂອງພາກພື້ນ ແລະ ສາກົນ ການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການດຳເນີນຊີວິດການເມືອງພາຍໃນຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ປະຈຳປີ 2021 ແລະ ອື່ນໆ.

ການຈັ້ງຕັ້ງເຊື່ອມຊຶມມະຕິດັ່ງກ່າວຄັ້ງນີ້ ກໍເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານຂອງອົງຄະນະພັກ ນວ ຮັບຮູ້ເຂົ້າໃຈຢ່າງລະອຽດຕໍ່ກັບເນື້ອໃນມະຕິ ກໍຄືທິດທາງແຜນການ ບັນດາຄາດໝາຍສູ້ຊົນລວມເພື່ອພ້ອມກັນນຳໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານທີ່ຕົນເອງຮັບຜິດຊອບໃຫ້ຖືກຕ້ອງ ສອດຄ່ອງ ແລະ ເຮັດໃຫ້ການດຳເນີນວຽກງານມີປະສິດທິຜົນ ແລະ ໄປໃນທິດທາງດຽວກັນ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ສະແດງຄວາມຄິດເຫັນຕໍ່ເນື້ອໃນເອກະສານດັ່ງກ່າວ ໂດຍແນໃສ່ເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕົວຈິງໃນຕໍ່ຫນ້າ ຖືກຕ້ອງຕາມແນວທາງທີ່ພັກ ພ້ອມນີ້ ສະຫາຍ ສີພອນ ຈັນສົມວົງ ໄດ້ມີຄໍາເຫັນອະທິບາຍບາງບັນຫາ ພ້ອມທັງເນັ້ນໃຫ້ທຸກພາກສ່ວນ ເປັນເຈົ້າການນໍາໄປຈັດຕັ້ງຜັນຂະຫຍາຍເນື້ອໃນທີ່ໄດ້ເຊື່ອມຊຶມໃນຄັ້ງນີ້ສູ່ວຽກງານຕົວຈິງໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ.
# ຂ່າວ & ພາບ : ລັດເວລາ