ສຳຫຼວດເກັບກຳຂໍ້ມູນຢູ່ພື້ນທີ່ຕົວຈິງ ບໍລິເວນຈະສ້າງເປັນດ່ານສາກົນທາງລົດໄຟ ລາວ-ຈີນ

    ເພື່ອກະກຽມສ້າງຕັ້ງດ່ານສາກົນ ທາງລົດໄຟ ລາວ-ຈີນ ໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ສອດຄ່ອງຕາມດຳລັດຂອງລັດຖະບານ ວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ ສະບັບເລກທີ 558/ລບ ລົງວັນທີ 31 ທັນວາ 2018 ເມື່ອວັນທີ 18 ພະຈິກ 2021 ຜ່ານມາ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຄະນະຮັບຜິດຊອບຫຼັກໃນການຄົ້ນຄວ້ານໍາສະເໜີຂັ້ນເທິງອະນຸມັດສ້າງຕັ້ງດ່ານສາກົນ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນໍາພາຄະນະວິຊາການຈາກສູນກາງ ເຊັ່ນ: ກະຊວງການຕ່າງປະເທດ ກະຊວງປ້ອງກັນປະເທດ ກະຊວງປ້ອງກັນຄວາມສະຫງົບ ກະຊວງໂຍທາທິການ ແລະ ຂົນສົ່ງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກະຊວງການເງິນ ກະຊວງອຸດສາຫະກຳ ແລະ ການຄ້າ ກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງສາທາະລະນະສຸກ ລົງສຳຫຼວດເກັບກຳຂໍ້ມູນຢູ່ພື້ນທີ່ຕົວຈິງບໍລິເວນຈະສ້າງຕັ້ງເປັນດ່ານສາກົນ ທາງລົດໄຟ ລາວ-ຈີນ ທີ່ສະຖານີລົດໄຟບໍ່ເຕນ ແຂວງຫຼວງນໍ້າທາ ເພື່ອນໍາສະເໜີລັດຖະບານພິຈາລະນາອະນຸມັດຕາມລະບຽບຫຼັກການ.

    ການສ້າງຕັ້ງດ່ານສາກົນທາງລົດໄຟ ລາວ-ຈີນ ຈະເປັນຜົນດີຫຼາຍຢ່າງໃຫ້ສັງຄົມ ກໍຄືປະຊາຊົນລາວບັນດາເຜົ່າ ໄດ້ໄປ-ມາຫາສູ່ເຊິ່ງກັນ ແລະ ກັນຢ່າງສະດວກສະບາຍ ແລະ ປະຢັດເວລາ ທັງເປັນຜົນດີຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນຂົວຕໍ່ໃນການດຶງດູດເອົານັກລົງທຶນຕ່າງປະເທດ ເຂົ້າມາລົງທຶນໃນຂະແໜງການຕ່າງໆເພີ່ມຂຶ້ນ ລວມເຖິງການນໍາເຂົ້າ ແລະ ສົ່ງອອກສິນຄ້າຈາກ ສປປ ລາວ ໄປ ສປ ຈີນ ແລະ ປະເທດຕ່າງໆໃນໂລກຢ່າງສະດວກສະບາຍ ນອກນີ້ ຍັງເປັນການສ້າງວຽກເຮັດງານທຳໃຫ້ປະຊາຊົນບັນດາເຜົ່າ ໃນການທຳການຜະລິດຂາຍເປັນສິນຄ້າ ເພື່ອແກ້ໄຂ ແລະ ຍົກສູງຊິວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນເທື່ອລະກ້າວ.

    ໂອກາດການເຄື່ອນໄຫວເຮັດວຽກຄັ້ງນີ້ ຄະນະໄດ້ຮັບການຕ້ອນຮັບຈາກທ່ານ ອ່ອນຈັນ ຄຳພາວົງ ຮອງເຈົ້າແຂວງຫຼວງນໍ້າ ພ້ອມຄະນະ ແລະ ຜູ້ພັດທະນາໂຄງການທາງລົດໄຟ ລາວ-ຈີນ ຢ່າງອົບອຸ່ນ ຈາກນັ້ນກໍລົງສໍາຫຼວດຕົວຈິງຢູ່ຈຸດຕ່າງໆ ຈາກນັ້ນ ກໍໄດ້ຈັດກອງປະຊຸມເພື່ອຮັບຟັງການລາຍງານຄວາມພ້ອມຂອງແຕ່ລະຂະແໜງການ ເຊິ່ງໂດຍລວມ ພາກສ່ວນກ່ຽວຂ້ອງສ່ວນຫຼາຍແມ່ນມີຄວາມພ້ອມ ແຕ່ບາງໜ້າວຽກຍັງຈະໄດ້ສືບຕໍ່ຈັດຕັ້ງຫຼັງການເປີດນໍາໃຊ້ທາງລົດໄຟ ລາວ-ຈີນ. 

    # ຂ່າວ & ພາບ : ສະບາໄພ

error: Content is protected !!