ຊຸກຍູ້ນໍ້າດື່ມ ແລະ ອາຫານ ໃຫ້ຄະນະຮັບຜິດຊອບຈັດງານບຸນນະມັດສະການພະທາດຫຼວງວຽງຈັນ

    ນອກຈາກປະກອບສ່ວນບູລະນະ ປະດັບປະດາເດີ່ນກົມມະລຽນພະທາດຫຼວງວຽງຈັນໃຫ້ມີຄວາມແສງສະຫວ່າງ ແລະ ສວຍງາມແລ້ວ ບໍລິສັດ ເພັດຖາວອນກໍ່ສ້າງເຄຫາສະຖານ ແລະ ຊົນລະປະທານ ຈຳກັດຜູ້ດຽວ ຍັງໄດ້ປະກອບສ່ວນຊຸກຍູ້ນໍ້າດື່ມ ອາຫານ ແລະ ສະຖານທີ່ໃຫ້ຄະນະຮັບຜິດຊອບງານບຸນນະມັດສະການພະທາດຫຼວງວຽງຈັນປະຈໍາປີ 2021 ຕື່ມອີກ. 

    ທ່ານ ນາງ ເພັດສະໝອນ ເພັງສະຫວັດ ປະທານບໍລິສັດ ເພັດຖາວອນກໍ່ສ້າງ ເຄຫາສະຖານ ແລະ ຊົນລະປະທານ ຈຳກັດຜູ້ດຽວ ໃຫ້ສຳພາດວັນທີ 17 ພະຈິກ 2021 ວ່າ: ການຊຸກຍູ້ອາຫານ ແລະ ນໍ້າດື່ມພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນຄັ້ງນີ້ ເພື່ອປະກອບສ່ວນສະໜອງອາຫານການກິນໃຫ້ແກ່ຄະນະຮັບຜິດຊອບງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2021 ແລະ ໜ່ວຍງານຕ່າງໆທີ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງໃນງານດັ່ງກ່າວ ເຊິ່ງການຊຸກຍູ້ໃນການຄັ້ງນີ້ ແມ່ນໄດ້ດໍາເນີນໄປແຕ່ວັນທີ 17-19 ພະຈິກ 2021 ຢູ່ທີ່ຮ້ານກາເຟຄຸນນະພາບດີຈາກເມືອງດາກຈຶງ ແຂວງເຊກອງ. 

    ສະນັ້ນ ໜ່ວຍງານທີ່ຮັບຜິດຊອບງານໃນຄັ້ງນີ້ ຫຼັງຈາກປະຕິບັດໜ້າທີ່ຂອງຕົນສໍາເລັດ ໃຫ້ແວ່ມານັ່ງພັກຜ່ອນກິນນໍ້າຊາກາເຟ ນໍ້າເຕົາຮູ້ ເຂົ້າໜົມ ແລະ ອາຫານໄດ້ຕາມຄວາມສະດວກ.

..# ຂ່າວ – ພາບ :  ຂັນທະວີ

error: Content is protected !!