ກາແດງລາວ ໄດ້ຮັບການຊ່ວຍເຫຼືອຜ້າອັດປາກ-ອັດດັງ

    ວັນທີ 5 ພຶດສະພາ 2020 ບໍລິສັດ ສິດທິ ໂລຈິສຕິກ ລາວ-ຈໍາກັດ ໄດ້ນໍາຜ້າອັດປາກ-ດັງ 10.800 ອັນ ມູນຄ່າ 48.600.000 ກີບ ມອບໃຫ້ອົງການກາແດງລາວ ເພື່ອຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ກ່າວມອບໂດຍທ່ານ ຈັນທະລາ ແກ້ວວັນທອງ ຜູ້ຕາງໜ້າບໍລິສັດ ສິດທິ ໂລຈິສຕິກ ລາວ-ຈໍາກັດ ແລະ ກ່າວຮັບໂດຍທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງລາວ  ມີພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

   ໂອກາດນີ້ທ່ານ ສິງ ເມໂນລາດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງບໍລິສັດ ສິດທິ ໂລຈິສ ຕິກ ລາວ-ຈຳກັດ ທີ່ໄດ້ນຳເອົາອຸປະກອນປ້ອງກັນຕົວທີ່ຈຳເປັນມາມອບໃຫ້ຄັ້ງນີ້ ເຊິ່ງເປັນການສະແດງເຖິງຄວາມເປັນຫ່ວງເປັນໄຍ ຄວາມມີນ້ຳໃຈ ທີ່ໄດ້ປະກອບສ່ວນໃນການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ໝົດໄປ ແລະ ເຄື່ອງຈຳນວນດັ່ງກ່າວ ຈະໄດ້ນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ຂອງພະນັກງານໃຫ້ເກີດປະໂຫຍດສູງສຸດ

.# ຂ່າວ & ພາບ : ບຸນມີ

error: Content is protected !!