ກວດພົບຜູ້ຕິດເຊືື້ອໂຄວິດ-19 ໃໝ່ 1.401 ຄົນ ເສຍຊີວິດເພີ່ມອີກ 4 ລາຍ

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໂດຍໄດ້ຮັບການມອບໝາຍຈາກຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ລາຍງານໃຫ້ຊາບກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 18 ພະຈິກ 2021 ຢູ່ກະຊວງສາທາລະນະສຸກ ວ່າ: ວັນທີ 17 ພະຈິກ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 7.948 ຕົວຢ່າງ ໃນນັ້ນກວດພົບຜູ້ຕິດເຊືື້ອໃໝ່ 1.401 ຄົນ (ຕິດເຊື້ອພາຍໃນ ມີ 1.391 ຄົນ ແລະ ຕິດເຊື້ອນໍາເຂົ້າ 10 ຄົນ). 

    ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.391 ຄົນ ຈາກ 17 ແຂວງ ຄື:

  • ນະຄອນ ຫຼວງວຽງຈັນ 574 ຄົນ: ມາຈາກ 198 ບ້ານ ໃນ 9 ເມືອງ ເຊັ່ນ: ເມືອງຈັນທະບູລີ 20 ບ້ານ (62 ຄົນ) ເມືອງສີໂຄດຕະບອງ 50 ບ້ານ (93 ຄົນ) ເມືອງໄຊເສດຖາ 35 ບ້ານ (162 ຄົນ) ເມືອງສີສັດຕະນາກ 21 ບ້ານ (46 ຄົນ) ເມືອງນາຊາຍທອງ 13 ບ້ານ (38 ຄົນ) ເມືອງໄຊທານີ 32 ບ້ານ (103 ຄົນ) ເມືອງຫາດຊາຍຟອງ 22 ບ້ານ (37 ຄົນ) ເມືອງສັງທອງ 1 ບ້ານ (1 ຄົນ) ເມືອງປາກງື່ມ ມີ 3 ບ້ານ ( 12 ຄົນ) ຕ່າງແຂວງ 5 ຄົນ ຍັງສືບຕໍ່ເອົາຂໍ້ມູນ 17 ຄົນ. 
  • ສ່ວນຕ່າງແຂວງມີ ຫຼວງພະບາງ 151 ຄົນ ໃນ 35 ບ້ານ ແລະ 8 ເມືອງ 
  • ແຂວງວຽງຈັນ 136 ຄົນ ໃນ 40 ບ້ານ ແລະ 8 ເມືອງ 
  • ຫຼວງນໍ້າທາ 17 ຄົນ ໃນ 10 ບ້ານ ແລະ 3 ເມືອງ 
  • ຜົ້ງສາລີ 146 ຄົນ ໃນ 38 ບ້ານ ແລະ 4 ເມືອງ 
  • ຈຳປາສັກ 63 ຄົນ ໃນ 29 ບ້ານ ແລະ 6 ເມືອງ 
  • ອຸດົມໄຊ 23 ຄົນ ໃນ 10 ບ້ານ ແລະ 1 ເມືອງ 
  • ເຊກອງ 14 ຄົນ ໃນ 7 ບ້ານ ແລະ 3 ເມືອງ 
  • ບໍລິຄຳໄຊ 14 ຄົນ ໃນ 10 ບ້ານ ແລະ 3 ເມືອງ 
  • ສະຫວັນນະເຂດ 21 ຄົນ ໃນ 13 ບ້ານ ແລະ 2 ເມືອງ 
  • ບໍ່ແກ້ວ 118 ຄົນ ໃນ 21 ບ້ານ ແລະ 2 ເມືອງ 
  • ສາລະວັນ 10 ຄົນ ໃນ 5 ບ້ານ ແລະ 2 ເມືອງ 
  • ຫົວພັນ 2 ຄົນ ໃນ 2 ບ້ານ ແລະ 1 ເມືອງ 
  • ອັດຕະປື 5 ຄົນ ໄຊຍະບູລີ 86 ຄົນ ໃນ 7 ບ້ານ ແລະ 1 ເມືອງ 
  • ຊຽງຂວາງ 3 ຄົນ ໃນ 1 ບ້ານ ແລະ 1 ເມືອງ 
  • ໄຊສົມບູນ ມີ 8 ຄົນ ໃນ 3 ບ້ານ ແລະ 3 ເມືອງ. 

    ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 10 ຄົນ ຈາກ ນະຄອນຫຼວງ 2 ຄົນ ແລະ ໄຊຍະບູລີ 8 ຄົນ ເຊິ່ງທັງໝົດໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ມາຮອດວັນທີ 18 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 58.798 ຄົນ ເສຍຊີວິດສະສົມ 116 ຄົນ (ໃໝ່ 4) ປິ່ນປົວຫາຍດີ ແລະ ກັບບ້ານວັນທີ 18 ພະຈິກ 2021 533 ຄົນ ກໍາລັງປິ່ນປົວ 11.159 ຄົນ. 

    ສໍາລັບລາຍລະອຽດຜູ້ເສຍຊີວິດໃໝ່ 4 ຄົນ ມີຄື

  • ຜູ້ທີ 1 ເພດຍິງ ອາຍຸ 40 ປີ ອາຊີບ ແມ່ເຮືອນ ບ້ານໂພສີ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ພະຍາດປະຈໍາຕົວ: ໄຂ່ຫຼັງຊຸດໂຊມ ຄວາມດັນເລືອດສູງ ເບົາຫວານ ແລະ ພະຍາດອັກເສບຕັບ ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19 ວັນທີ 14 ພະຈິກ 2021 ເຂົ້າມາກວດ ຢູ່ໂຮງໝໍແຂວງ ຍ້ອນອິດເມື່ອຍຫຼາຍ ໄອ ຫາຍໃຈຝືດ ນອນພຽງບໍ່ໄດ້ ຈຶ່ງໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິກ-19 ແລະ ຜົນກວດແມ່ນພົບເຊື້ອ ມາຮອດເວລາ 8:00 ໂມງ ຂອງວັນທີ 15 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ 
  • ຜູ້ທີ 2: ເພດຍິງ ອາຍຸ 55 ປີ ອາຊີບ ແມ່ເຮືອນ ຢູ່ບ້ານດົງນາໂຊກ ເມືອງສິໂຄດຕະບອງ ນະຄອນຫຼວງ ຜູ້ກ່ຽວນໍ້າໜັກ 95 ກິໂລ ພະຍາດປະຈໍາຕົວ: ເປັນເບົາຫວານ ແລະ ປະດົງ ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19 ວັນທີ 9 ພະຈິກ 2021 ມີອາການໄຂ້ ໄອ ແລະ ອິດເມື່ອຍ ວັນທີ 11 ພະຈິກ 2021 ໄປກວດຢູ່ໂຮງໝໍ 103 ຜົນກວດພົບເຊື້ອ ວັນທີ 12 ພະຈິກ 2021 ຍ້າຍເຂົ້າມານອນປິ່ນປົວຢູ່ໂຮງໝໍເຊດຖາທິຣາດ ແຕ່ວັນທີ 12-16 ພະຈິກ 2021 ຄົນເຈັບອິດເມື່ອຍ ຫາຍໃຈຫອບ ມີປ່ານຊໍ້າຕາມຕົນໂຕ ຮອດເວລາ 21:14 ໂມງ ຂອງວັນທີ 17 ພະຈິກ 2021 ຄົນເຈັບໄດ້ເສຍຊີວິດ. 
  • ຜູ້ທີ 3 ເພດຊາຍ ອາຍຸ 82 ປີ ອາຊີບ ພະນັກງານບຳນານ ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງ ພະຍາດປະຈຳຕົວ ໄຂ່ຫຼັງຊຸດໂຊມ ຄວາມດັນເລືອດສູງ ແລະ ປະດົງຄໍ່ ຜ່ານມາໄດ້ຮັບການສັກວັກຊີນກັນໂຄວິດ-19 ຄົບ ວັນທີ 15 ພະຈິກ 2021 ມີໄຂ້ ໄອ ຫາຍໃຈຝືດ ນອນພຽງບໍ່ໄດ້ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ຜົນກວດພົບເຊື້ອ ແລະ ໄດ້ເຂົ້ານອນປິ່ນປົວຢູ່ໂຮງໝໍມິດຕະພາບ ໄລຍະນອນປິ່ນປົວ 15-17 ພະຈິກ 2021 ຮອດເວລາ 21:15 ໂມງ ຂອງວັນທີ 17 ພະຈິກ 2021 ຄົນເຈັບໄດ້ເສຍຊີວິດ 
  • ຜູ້ທີ 4 ເພດຊາຍ ອາຍຸ 78 ປີ ບ້ານທົ່ງສາງນາງ ເມືອງຈັນທະບູລີຍ້າຍມາແຕ່ສູນ ມຊ ດົງໂດກ ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19 ວັນທີ 4 ພະຈິກ 2021ເຂົ້ານອນປິ່ນປົວຢູ່ໂຮງໝໍເຊດຖາທິຣາດ ວັນທີ 18 ພະຈິກ 2021 ຄົນເຈັບໄດ້ເສຍຊີວິດ.

# ຂ່າວ & ພາບ :  ສີພອນ  

error: Content is protected !!