ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ VIII ໄຂຂຶ້ນຢ່າງເປັນທາງການ

    ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ VIII ຈັດຂຶ້ນວັນທີ 18-19 ພະຈິກ 2021 ທີ່ຫໍປະຊຸມແຫ່ງຊາດ ເປັນປະທານຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ມີທ່ານ ນາງ ສີໃສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍການນໍາຈາກກະຊວງ ອົງການແນວລາວສ້າງຊາດ ສະຫະພັນນັກຮົບເກົ່າ ອົງການຈັດຕັ້ງມະຫາຊົນ ການນໍາຈາກແຂວງ ແລະ ນະຄອນຫຼວງວຽງຈັນ ການນໍາເພດຍິງ ພະນັກງານປະຕິວັດອາວຸໂສບໍານານ ວິລະຊົນເພດຍິງ ພັນລະຍາການນໍາ ອະດີດການນໍາພັກ-ລັດ ນັກທຸລະກິດ ຜູ້ແທນສົມບູນທີ່ເປັນຕົວແທນໃຫ້ສະມາຊິກສະຫະພັນແມ່ຍິງລາວໃນທົ່ວປະເທດເຂົ້າຮ່ວມ. 

    ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ VIII ຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມ ຈະໄດ້ພ້ອມກັນຮັບຟັງ ແລະ ຮັບຮອງເອົາການສະຫຼຸບຕີລາລາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VII ໃນ 5 ປີ ຜ່ານມາ (2016-2020) ພ້ອມນັ້ນ ຜູ້ແທນກອງປະຊຸມຍັງຈະໄດ້ຄົ້ນຄ້ວາປະກອບຄໍາເຫັນ ຮັບຮອງເອົາວິໄສທັດການພັດທະນາແມ່ຍິງລາວ 2035 ຍຸດທະສາດພັດທະນາແມ່ຍິງລາວ 2030 ແລະ ແຜນພັດທະນາແມ່ຍິງແຫ່ງຊາດ 2021-2025 ໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງພັກໃນໄລຍະໃໝ່ ແນໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ແຜນດຳເນີນງານແຫ່ງຊາດ ຜູ້ແທນກອງປະຊຸມ ຍັງຈະໄດ້ຮັບຮອງເອົາກົດລະບຽບຂອງສະຫະພັນແມ່ຍິງ (ສະບັບປັບປຸງໃໝ່) ເນື້ອໃນຄໍາຂວັນ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ແລະ ບົດສໍາຫຼວດການນໍາພາຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VII ເພື່ອເປັນການຢັ້ງຢືນເຖິງຜົນງານການເຄື່ອນໄຫວຂອງສະຫະພັນແມ່ຍິງລາວ 5 ປີ ຜ່ານມາ ກອງປະຊຸມ ຍັງຈະໄດ້ຮັບຟັງການປະກອບຄໍາເຫັນຈາກການນໍາຂອງອົງການ ແຂວງ ຕາງໜ້າໃຫ້ຄະນະສະຫະພັນແມ່ຍິງ ແລະ ຕົວແບບໃນດ້ານຕ່າງໆ ແລະ ຮັບຮອງເອົາມະຕິກອງປະຊຸມໃຫຍ່ແມ່ຍິງລາວທົ່ວປະເທດຄັ້ງທີ VIII. ນອກນັ້ນ ຜູ້ແທນສົມບູນ ຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ເພື່ອສືບຕໍ່ຊີ້ນຳ-ນໍາພາຂະບວນການຂອງແມ່ຍິງ ແບກຫາບພາລະໜ້າທີ່ອັນໜັກໜ່ວງ ແນໃສ່ເຮັດໃຫ້ການຈັດຕັ້ງສະຫະພັນແມ່ຍິງມີຄວາມເຂັ້ມແຂງໜັກແໜ້ນ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ໃຫ້ປາກົດຜົນເປັນຈິງ ພ້ອມນັ້ນ ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກຂັ້ນເທິງ ເພື່ອເປັນທິດຊີ້ນຳ ເປັນບ່ອນອີງໃຫ້ແກ່ການປັບປຸງຂະຫຍາຍອົງການຈັດຕັ້ງສະຫະພັນແມ່ຍິງ ແລະ ນຳພາຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ VIII ກໍຄືຂະບວນການພັດທະນາແມ່ຍິງໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

# ຂ່າວ & ພາບ :  ຂັນທະວີ  

error: Content is protected !!