ສປປ ລາວ ໄດ້ຮັບວັກຊີນຊ່ວຍເຫຼືອລ້າຈາກຈີນເພີ່ມ 1,8 ລ້ານໂດສ

    ພິທີມອບ-ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ໂດຍການຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ໃຫ້ແກ່ ສປປ ລາວ ຈັດຂຶ້ນວັນທີ 17 ພະຈິກ 2021 ຢູ່ສະໜາມບິນສາກົນວັດໄຕ ກ່າວມອບໂດຍທ່ານ ຈຽງ ຈ້າຍຕຸ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ  ແລະ ໃຫ້ກຽດກ່າວຮັບໂດຍ ທ່ານ ພັນຄໍາ ວິພາວັນ  ນາຍົກລັດຖະມົນຕີ ມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ  ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

      ທ່ານ ພັນຄໍາ ວິພາວັນ ກ່າວວ່າ: ຂ້າພະເຈົ້າຮູ້ສຶກດີໃຈ ທີ່ໄດ້ຕາງໜ້າໃຫ້ພັກ ແລະ ລັດຖະບານ ລາວ ເຂົ້າຮ່ວມພິທີມອບຮັບວັກຊິນຊິໂນຟາມ 1,8 ລ້ານໂດສ ພ້ອມດ້ວຍເຂັມສັກຢາທີ່ລັດຖະບານ ສປ ຈີນ ມອບໃຫ້ ສປປ ລາວ ເປັນຄັ້ງທີ 7 ໃນຄັ້ງນີ້ ນອກນັ້ນ ລັດຖະບານຈີນຍັງໄດ້ແຈ້ງວ່າ ໃນທ້າຍເດືອນພະຈິກນີ້ ລັດຖະບານຈີນຍັງຈະສືບຕໍ່ມອບວັກຊີນເພີ່ມອີກ 700.000 ໂດສ ແລະ ອຸປະກອນການແພດຈໍານວນໜຶ່ງໃຫ້ບັນດາແຂວງພາກເໜືອຂອງລາວ ໂດຍມອບໃຫ້ແຂວງຢຸນນານເປັນຜູ້ຈັດຕັ້ງປະຕິບັດ.

     ນັບແຕ່ເກີດການລະບາດຂອງພະຍາດໂດວິດ-19 ມາ ສປ ຈີນ ເປັນປະເທດທີ່ໃຫ້ການຊ່ວຍເຫຼືອລ້າ ແລະ ສະໜອງວັກຊີນໃຫ້ແກ່ລາວຫຼາຍທີ່ສຸດ ໃນປັດຈຸບັນ ຖ້າລວມໝົດຮອດທ້າຍເດືອນພະຈິກນີ້ ຈະມີຈໍານວນຫຼາຍກວ່າ 6,9 ລ້ານໂດສ. 

    ການຊ່ວຍເຫຼືອເຫຼົ່ານີ້ ມີຄວາມໝາຍສຳຄັນຫຼາຍຕໍ່ ສປປ ລາວ ພວກເຮົາ ເພາະຄືດັ່ງບັນດາທ່ານຮູ້ແລ້ວວ່າ ພະຍາດໂຄວິດ-19 ຍັງຈະສືບຕໍ່ມີການລະບາດ ເຊິ່ງວິທີປ້ອງກັນທີ່ມີປະສິດທິຜົນທີ່ສຸດໃນປັດຈຸບັນ ກໍວິທີການດຽວຄື ຕ້ອງພ້ອມກັນຍົກສູງພູມຄຸ້ມກັນຂອງປະຊາກອນໃຫ້ສູງຂຶ້ນ ດ້ວຍການລະດົມສັກວັກຊິນໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້ ເຊິ່ງໃນອາທິດທີ່ຜ່ານມາ ລັດຖະບານລາວກໍໄດ້ອອກຄໍາສັ່ງວ່າດ້ວຍການເພີ່ມທະວີການສັກວັກຊີນຢູ່ ສປປ ລາວ. ໃນຄຳສັ່ງດັ່ງກ່າວ ໄດ້ກຳນົດເປົ້າໝາຍການສັກວັກຊີນໃນປີ 2021 ໃຫ້ໄດ້ຫຼາຍກວ່າ 50% ຂອງພົນລະເມືອງລາວ ແລະ ປີ 2022 ໃຫ້ໄດ້ຫຼາຍກວ່າ 80% ຂອງພົນລະເມືອງ ສະນັ້ນ ຈຶ່ງສາມາດຢືນຢັນໄດ້ວ່າ ການຊ່ວຍເຫຼືອວັກຊີນຂອງລັດຖະບານຈີນໃຫ້ແກ່ລັດຖະບານລາວ ເປັນການປະກອບສ່ວນສໍາຄັນຕົ້ນຕໍໃຫ້ແກ່ການປະຕິບັດເປົ້າໝາຍດັ່ງກ່າວຂອງລັດຖະບານລາວ ເຊິ່ງໝາກຜົນຂອງການປະຕິບັດບັນລຸເປົ້າໝາຍດັ່ງກ່າວນັ້ນ ຈະເປັນພື້ນຖານອັນສໍາຄັນໃຫ້ແກ່ກາຍພັດທະນາປະເທດ ໃນເງື່ອນໄຂທີ່ທັງຮັບປະກັນໄດ້ຊີວິດຂອງປະຊາຊົນບໍ່ໃຫ້ສູນເສຍ ກັບການກະຕຸ້ນເສດຖະກິດຂອງປະເທດໃຫ້ມີການຟື້ນຕົວ ແລະ ພັດທະນາໃນຕໍ່ໜ້າ. 

    ຍ້ອນໄດ້ຮັບການຊ່ວຍເຫຼືອ ແລະ ສະໜັບສະຫນູນຈາກ ສປ ຈີນ ພວກເຮົາມີຄວາມໝັ້ນໃຈ ແລະ ໄດ້ກໍາລັງແຮງເພີ່ມຂຶ້ນອີກ ເພື່ອຮ່ວມກັບບັນດາປະເທດອ້ອມຂ້າງ ກໍຄືສາກົນ ເພື່ອພັດທະນາປະເທດໃນຍຸກການດໍາລົງຊີວິດແບບໃໝ່ ລັດຖະບານລາວຈະສືບຕໍ່ປະສານສົມທົບກັບຝ່າຍຈີນ ເພື່ອປະຕິບັດການຕົກລົງເປັນເອກະພາບຂອງການນໍາສູງສຸດຂອງສອງພັກ ແລະ ສອງລັດ ຂອງສອງປະເທດ ໂດຍສະເພາະ ການເປັນຄູ່ຮ່ວມມືຮອບດ້ານ ບົນຈິດໃຈ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳສອງຊາດ ລາວ-ຈີນ ໃຫ້ເກີດຜົນ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາຢ່າງແທ້ຈິງ

    ໃນນາມພັກ ລັດຖະບານ ແລະ ປະຊາຊົນລາວ ກໍຄືສ່ວນຕົວ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ໂດຍຜ່ານທ່ານເອກອັກຄະລັດຖະທູດ ສປ ຈີນ​ປະຈໍາລາວ​ ໄປຍັງພັກ-ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການ ປະ​ກອບສ່ວນເຮັດໃຫ້ລາວໃກ້ບັນລຸເປົ້າໝາຍການສັກວັກຊີນໃຫ້ປະຊາຊົນຫຼາຍຂື້ນ.​     

    ໃນພິທີດັ່ງກ່າວ ທ່ານ ນາຍົກລັດຖະມົນຕີຍັງໄດ້ມອບຈົດໝາຍສະແດງຄວາມຂອບໃຈຂອງທ່ານ ປະທານປະເທດແຫ່ງ ສປປ ລາວ ເຖິງທ່ານປະທານປະເທດແຫ່ງ ສປຈີນ ໃຫ້ທ່ານເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ຕື່ມອີກ.

# ຂ່າວ & ພາບ : ລັດເວລາ

error: Content is protected !!