ສູດເປີດທາດບຸນນະມັດສະການພະທາດຫຼວງ ສືບສານປະເພນີທີ່ເຄີຍປະຕິບັດມາ

    ພິທີສູດປະຣິຕະມຸງຄຸນ ຫຼື ເປີດປະຕູພະທາດຫຼວງວຽງຈັນ ໃນງານບຸນນະມັດສະການພະທາດຫຼວງວຽງຈັນປະຈໍາປີ 2021 ໄດ້ຈັດຂຶ້ນໃນເວລາ 16:00 ໂມງຂອງວັນທີ 17 ພະຈິກ 2021 ມີພະເຖລານຸເຖລະ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍທ່ານຖະໜອມ ທໍາທອງ ປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນ ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ຕະຫຼອດຮອດຄະນະຮັບຜິດຊອບຈັດງານບຸນນະມັດສະການພະທາດຫຼວງວຽງຈັນປະຈໍາປີ 2021 ເຂົ້າຮ່ວມ. 

    ດັ່ງທີ່ຮູ້ນໍາກັນແລ້ວວ່າ ໃນແຕ່ລະປີ ພໍຮອດມື້ຂຶ້ນ 13 ຄໍ່າ ເດືອນ 12 ລາວໃນທຸກໆປີ ຈະມີພິສູດເປີດທາດ ເພື່ອໃຫ້ຊາວພຸດທະສາສະນິກະຊົນ ຕະຫຼອດຮອດແຂກທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າໄປສັກກາລະບູຊາ ເພື່ອຂໍພອນຈາກອົງພະທາດຫຼວງວຽງຈັນ ໃຫ້ຕົນ ແລະ ຄອບຄົວມີຄວາມຢູ່ເຢັນເປັນສຸກ ແຕ່ເນື່ອງຈາກປະເທດເຮົາຍັງມີການລະບາດພະຍາດໂຄວິດ-19 ຈໍານວນຜູ້ຕິດເຊື້ອຍັງມີຕົວເລກສູງຢູ່ ສະນັ້ນ ການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2021 ຈຶ່ງມີຄວາມແຕກຕ່າງຈາກທຸກປີທີ່ຜ່ານມາ ເຊິ່ງໄດ້ຈັດແບບກະທັດຮັດ ຈໍາກັດຜູ້ເຂົ້າຮ່ວມ ແລະ ເນັ້ນແຕ່ພິທີທາງສາສະໜາເທົ່ານັ້ນ ໂດຍທາງຄະນະຮັບຜິດຊອບຈັດງານຈະເປັນຕົວແທນໃຫ້ປະຊາຊົນ ໃນການເຮັດພິທີທາງສາສະໜາຕ່າງໆ ແລະ ກາບໄຫ້ວພະທາດຫຼວງວຽງຈັນ ໃນນີ້ ພິທີສຸດປະຣິຕະມຸງຄຸນ ໄດ້ກໍານົດພະສົງເຂົ້າຮ່ວມ 13 ອົງ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ ຈາກນັ້ນຈະໄດ້ປິດປະຕູທາດໄວ້ ໂດຍການປະຕິບັດແບບນີ້ ເພື່ອປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ທັງຍັງເປັນສືບສານປະເພນີທີ່ເຄີຍປະຕິບັດມາແຕ່ບັນພະບູລຸດ ການປົກປັກຮັກສາຮີດຄອງປະເພນີ ແລະ ວັດທະນະທໍາໃຫ້ມີຄວາມຍືນຍົງ.

..# ຂ່າວ – ພາບ :  ຂັນທະວີ

error: Content is protected !!