ສສຊ ຢ້ຽມຢາມ ແລະ ຂີ່ລົດໄຟລາວ-ຈີນ

    ພາຍຫຼັງສຳເລັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 17 ພະຈິກ 2021 ຄະນະຜູ້ແທນສະມາຊິກສະພາແຫ່ງຊາດຊຸດທີ IX ນຳໂດຍທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ໄປຢ້ຽມຢາມຂີ່ລົດໄຟລາວ-ຈີນ ໄປ-ກັບແຕ່ສະຖານີນະຄອນຫຼວງວຽງຈັນ ບ້ານໄຊ ເມືອງໄຊທານີໄປຫາສະຖານີລົດໄຟເມືອງວັງວຽງ ແຂວງວຽງຈັນ ຖືກຕ້ອນຮັບໂດຍທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ພ້ອມດ້ວຍການນຳແຂວງ ແລະ ປະຊາຊົນບັນເຜົ່າແຂວງວຽງຈັນ. 

    ໃນການໄປຢ້ຽມຢາມໂຄງການລົດໄຟລາວ-ຈີນຄັ້ງນີ້ ຄະນະຜູ້ແທນ ສສຊ ໄດ້ຮັບຟັງລາຍງານຄວາມເປັນມາຂອງໂຄງການຈາກຜູ້ຕາງໜ້າບໍລິສັດລົດໄຟລາວ-ຈີນ ແລະ ຢ້ຽມຊົມສະຖານີລົດໄຟຢຸ່ນະຄອນຫຼວງວຽງຈັນ ແລະເ ມືອງວັງວຽງ ເປັນຕົ້ນ ບ່ອນຮອງຮັບຜູ້ໂດຍສານ ດ້ານການບໍລິການສິ່ງອຳນວຍຄວາມສະດວກຕ່າງໆ ການກວດກາຄົນເຂົ້າອອກ ຄວາມປອດໄພ ແລະ ອື່ນໆທີ່ເຫັນວ່າມີຄວາມພ້ອມຮອບດ້ານ ເພື່ອກຽມໃສ່ພິທີເປີດບໍລິການຢ່າງເປັນທາງການໃນວັນທີ 2 ທັນວາ 2021  ໃນໂອກາດວັນສຳຄັນຂອງຊາດລາວນັ້ນ ກໍຄືວັນຊາດລາວຄົບຮອບ 46 ປີ. 

    ໂອກາດນີ້ ທ່ານປະທານສະພາແຫ່ງຊາດ ໄດ້ສະແດງຄວາມຊົມເຊີຍມາຍັງບໍລິສັດລົດໄຟລາວ-ຈີນ ທີ່ມີຄວາມພະຍາຍາມສູງ ໃນການກໍ່ສ້າງທາງລົດໄຟລາວ-ຈີນສຳເລັດຕາມແຜນການທີ່ວາງໄວ້ ແລະ ພາຍຫຼັງເປີດບໍລິການຢ່າງເປັນທາງການ ຈະເຮັດໃຫ້ການໄປມາ ຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າລະຫວ່າງພາກເໜືອຫາພາກາງຂອງລາວ ແລະ ສິນຄ້າຈາກລາວໄປຍັງຈີນ ແລະ ປະເທດອື່ນໆໃນgvuIq[ ຈະສະດວກສະບາຍຫຼາຍຂຶ້ນຕື່ມ.

..# ຂ່າວ – ພາບ :  ຂັນທະວີ

error: Content is protected !!