ການພັດທະນາປະເທດໃນ 5 ປີຕໍ່ໜ້າ ຕ້ອງມີຈຸດສຸມ ແລະ ສອດຄ່ອງກັບທ່າແຮງດ້ານຕ່າງໆ

    ກະຊວງແຜນການ ແລະ ການລົງທຶນ (ຜທ) ໃນນາມເປັນໃຈກາງປະສານສົມທົບກັບຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ໄດ້ຈັດກອງປະຊຸມລະດັບຄະນະຊີ້ນຳລະດັບຊາດ ໃນການສ້າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ຂຶ້ນວັນທີ 6 ພຶດສະພາ 2020 ເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ຜທ ມີຮອງລັດຖະມົນຕີ ຫົວໜ້າອົງການທຽບເທົ່າກະຊວງທີ່ຢູ່ໃນຄະນະຊີ້ນຳລະດັບຊາດແລະ ບັນດາວິຊາການເຂົ້າຮ່ວມ.

    ກອງປະຊຸມໄດ້ພ້ອມກັນປຶກສາຫາລືຕີລາຄາຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020) ຢ່າງພາວະວິໄສ ສ່ອງແສງໃຫ້ເຫັນຜົນສຳເລັດຂໍ້ຄົງຄ້າງ ເພື່ອຈະສືບຕໍ່ແກ້ໄຂໃນແຜນ 5 ປີຄັ້ງທີ IX ພ້ອມປຶກສາຫາລືຕໍ່ກັບທິດທາງເປົ້າໝາຍ ແລະ ວຽກຈຸດສຸມຂອງແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ໃຫ້ສອດຄ່ອງກັບສະພາບຕົວຈິງ ແລະ ບັນດາທ່າແຮງຂອງຂະແໜງການ ແລະ ທ້ອງຖິ່ນຢ່າງມີຈຸດສຸມ ເພື່ອເປັນບາດລ້ຽວການຫັນປ່ຽນໂຄງສ້າງເສດຖະກິດຈາກການຜະລິດແບບດັ່ງເດີມ ໄປສູ່ໂຄງສ້າງເສດຖະກິດໃໝ່ທີ່ທັນສະໄໝ ຄຸນນະພາບສູງ ຕາມທິດສີຂຽວ ແລະ ຍືນຍົງ ເພື່ອເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການນຳພາປະເທດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາກ້າວຂຶ້ນເປັນປະເທດທີ່ມີລາຍຮັບປານກາງ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງປີ 2020.

    ໂອກາດນີ້ ທ່ານປະທານກອງປະຊຸມຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ເຂົ້າຮ່ວມກອງປະຊຸມຈົ່ງສຸມໃສ່ຄົ້ນຄວ້າຢ່າງເລິກເຊິ່ງວ່າການພັດທະນາປະເທດໃນ 5 ປີຕໍ່ໜ້າ ຕ້ອງມີຈຸດສຸມ ແລະ ສອດຄ່ອງກັບທ່າແຮງດ້ານກະສິກຳອຸດສາຫະກຳປຸງແຕ່ງ ຜະລິດຕະພັນກະສິກຳ ດ້ານການທ່ອງທ່ຽວ ດ້ານພະລັງງານສະອາດ ດ້ານການຂົນສົ່ງແລະ ການບໍລິການໂລຈີສຕິກ ໂດຍສະເໜີໃຫ້ກຳນົດແຈ້ງ ຄວນສຸມໃສ່ດ້ານໃດເປັນຕົ້ນຕໍ ພ້ອມນັ້ນ ກໍໃຫ້ສືບຕໍ່ປັບປຸງຂອດຕິດຕາມການປະເມີນຜົນທີ່ມີແລ້ວໃຫ້ສອດຄ່ອງກັບແຜນ 5 ປີຄັ້ງທີ 9 ເພື່ອຕິດຕາມການຈັດຕັ້ງປະຕິບັດຕົວຈິງໃຫ້ມີປະສິດທິຜົນສູງ ແລະ ອື່ນໆ.

# ຂ່າວ & ພາບ : ຊິລິການດາ

error: Content is protected !!