ສ້າງຄວາມເຂັ້ມແຂງວຽກງານໂຕ້ຕອບພະຍາດໂຄວິດຢູ່ບ້ານແດງ

     ກອງປະຊຸມແນະນຳ ແລະ ອົບຮົມເພື່ອຄວາມເປັນເອກະພາບໃນການສ້າງຄວາມເຂັ້ມແຂງວຽກງານໂຕ້ຕອບ ປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຢູ່ບ້ານແດງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 16 ພະຈິກ 2021 ຢູ່ສະໂມສອນເມືອງດັ່ງກ່າວ ໂດຍເປັນປະທານຂອງທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ  ມີທ່ານ ຄໍາປາດິດ ເຂັມມານິດ ເຈົ້າເມືອງໄຊທານີ ພ້ອມດ້ວຍຄະນະສະເພາະກິດເພື່ອ ປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂັ້ນ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

  ທ່ານ ສະໜອງ ທອງຊະນະ  ກ່າວວ່າ: ຄືດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ ພະຍາດ COVID-19 ໄດ້ມີການລະບາດຢູ່ ສປປ ລາວ ເຮົາມາເປັນເວລາ 2 ປີ ແລ້ວ ພັກ–ລັດຖະບານຂອງພວກເຮົາກໍໄດ້ຫາທຸກວິທີທາງເພື່ອໂຕ້ຕອບພະຍາດ COVID-19 ຈຶ່ງໄດ້ແຕ່ງຕັ້ງຄະນະສະເພາະກິດແຕ່ລະຂັ້ນ ເລີ່ມຈາກຂັ້ນສູນກາງ ແຂວງ ເມືອງ ແລະ ບ້ານ ອັນສຳຄັນທີ່ສຸດ ແມ່ນຂັ້ນບ້ານເປັນກຳລັງຂັບເຄື່ອນໃນການໂຕ້ຕອບ ປ້ອງກັນ ຄວບຄຸມ ແລະ ແກ້ໄຂຂອງພະຍາດດັ່ງກ່າວໄດ້ດີທີ່ສຸດ ເພາະບ້ານຈະສາມາດເກັບກຳຂໍ້ມູນການເຄື່ອນໄຫວຄົນເຂົ້າ-ອອກ ແລະ ສະພາບຕ່າງໆຢູ່ພາຍໃນບ້ານໄດ້ຢ່າງລະອຽດ ໃນວັນທີ 14 ພະຈິກຜ່ານມາ ທາງຄະນະສະເພາະກິດໄດ້ອອກແຈ້ງການວ່າດ້ວຍການສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ສະບັບເລກທີ 1494/ຫສນຍ ເລີີ່ມແຕ່ວັນທີ 15 ພະຈິກ 2021 ໃນນັ້ນ ໄດ້ເນັ້ນໃຫ້ມີການຜ່ອນຜັນບາງມາດຕະການ ແລະ ມີການຫັດກຸມເຂົ້າບາງມາດຕະການ ແຕ່ໃນມາດຕະການ 3.5 ນັ້ນ ແມ່ນຈະໄດ້ມີການເປີດການເປີດການຮຽນ-ການສອນທຸກຊັ້ນ ຕິດພັນກັບການສັກຢາວັກຊີນໃຫ້ລູກຫຼານ ຄູອາຈານ ແລະ ນັກສຶກສາທຸກຊັ້ນ ຖ້າໄດ້ຮັບວັກຊີນຄົບເຂັມ ຈະເປັນການດີ ເພື່ອສ້າງພູມຄຸມກັນ ດັ່ງທີ່ພາກສ່ວນກ່ຽວຂ້ອງລາຍງານຕໍ່ກອງປະຊຸມໃນຈຸດປະສົງ ຂໍ້ 3  ກ່ຽວກັບວຽກງານສັກວັກຊີນ (ການຊອກຄົ້ນຜູ້ມີປັດໄຈສ່ຽງ ໃຫ້ໄດ້ເຂົ້າເຖິງວັກຊີນໃຫ້ໄວ ແມ່ນເຮົາຕ້ອງໄດ້ຊອກຄົ້ນຫາຜູ້ທີ່ຍັງບໍ່ທັນໄດ້ເຂົ້າເຖິງການສັກວັກຊີນ ໂດຍສະເພາະເດັກນ້ອຍ ຜູ້ສູງອາຍຸ ແລະ ຜູ້ທີ່ເປັນພະຍາດປະຈຳຕົວ ຕ້ອງໄດ້ຮັບວັກຊີນ ແຕ່ບໍ່ແມ່ນໄດ້ສັກວັກຊີນແລ້ວຈະສາມາດກັນພະຍາດ COVID-19 ໄດ້ເຖິງ 100% ເພາະການໄດ້ຮັບວັກຊີນຈະຊ່ວຍໃຫ້ຜູ້ທີ່ເປັນພະຍາດປະຈໍາຕົວ ບໍ່ມີອາການຮຸນແຮງ ແລະ ຫຼຸດຜ່ອນການເສຍຊີວິດໄດ້.

    ໂອກາດນີ້ ຂໍແລກປ່ຽນບົດຮຽນບາງຄໍາເຫັນ ແລະ ຮຽກຮ້ອງມາຍັງນໍາຄະນະສະເພາະກິດແຕ່ລະຂັ້ນໃຫ້ເອົາໃຈໃສ່ປະສານສົມທົບນຳທີມງານທີ່ລົງໄປບ້ານຊ່ວຍໃນການເກັບຕົວຢ່າງຜູ້ສຳພັດໃກ້ສິດກໍລະນີ ຫຼື ຜູ້ທີ່ໄປມາຫາສູ່ກັບຜູ້ຕິດເຊື້ອ ຕ້ອງໃຫ້ມີຂໍ້ມູນການເຄື່ອນໄຫວ ແລະ ປະຫວັດຈະແຈ້ງ ໃຫ້ຕິດຕາມເຮືອນທີ່ມີຜູ້ຕິດເຊື້ອທີ່ມີອາການເບົາບາງ ພາຍຫຼັງທີ່ຄະນະແພດລົງມາປະເມີນແລ້ວ ອະນຸຍາດໃຫ້ຄອບຄົວນັ້ນ ສາມາດຈໍາກັດບໍລິເວນຢູ່ເຮືອນໄດ້ ບໍ່ອະນຸໃຫ້ມີການເຄື່ອນໄຫວໄປ-ມາໃນສັງຄົມ ໃຫ້ສົມທົບແຕ່ຫຼັງຄາເຮືອນໃຫ້ກຽມບັດສັກຢາ ເພື່ອຢັ້ງຢືນທີມງານທີ່ລົງເກັບກຳຂໍ້ມູນ ຖ້າບໍ່ມີບັດ ສະແດງວ່າບໍ່ໄດ້ເຂົ້າເຖິງການສັກຢາ ໃຫ້ສອບຖາມຕື່ມສາເຫດແມ່ນຫຍັງ ຖ້າຫຍຸ້ງຍາກໃນການໄປສັກຢູ່ສະຖານທີ່ບໍລິການ ຈະປຶກສາຫາລືກັນ ເອົາທີມແພດລົງເຄື່ອນທີ່ໃຫ້ແນະນຳການອະນາໄມ ແລະ ຂ້າເຊື້ອ ເປັນຕົ້ນ ການລ້າງມືໃສ່ສະບູ ໃຊ້ເຈວລ້າງມື ອະນາໄມເຮືອນຊານໃຫ້ສະອາດ ກໍຈະປາສະຈາກພະຍາດໄດ້ ໃຫ້ອຳນາດປົກຄອງແຕ່ລະບ່ອນ ໂຄສະນາວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຜ່ານທາງໂທລະໂຄ່ງແຕ່ລະວັນກ່ຽວກັບຄວາມອັນຕະລາຍຂອງພະຍາດນີ້ ໂດຍສະເພາະການຊຸມແຊວ ຫຼື ຈັດງານອື່ນໆທີ່ມີຄົນເຂົ້າຮ່ວມຢ່າງຫຼວງຫຼາຍ ຈະພາໃຫ້ມີການຕິດເຊື້ອໄດ້ ເພື່ອແນໃສ່ເຮັດໃຫ້ການແກ້ໄຂບັນຫາດັ່ງກ່າວຢ່າງຖືກຕ້ອງ ແລະ ສອດຄ່ອງຍິ່ງຂຶ້ນ. 

    # ຂ່າວ & ພາບ : ລັດເວລາ

error: Content is protected !!