ສີໂຄດຕະບອງ ສ້າງຄວາມເຂັ້ມແຂງວຽກງານໂຕ້ຕອບການແຜ່ລະບາດພະຍາດໂຄວິດ-19

    ກອງປະຊຸມສ້າງຄວາມເຂັ້ມແຂງ ວຽກງານໂຕ້ຕອບ ການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 16 ພະຈິກ 2021 ທີ່ສະໂມສອນເມືອງດັ່ງກ່າວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຂະແໜງການກ່ຽວຂ້ອງ. 

    ກອງປະຊຸມດັ່ງກ່າວ ມີຈຸດປະສົງເພື່ອເປີດບັ້ນຂະບວນການສ້າງຄວາມເຂັ້ມແຂງໃນການຕອບໂຕ້ ການນໍາສະເໜີສະພາບການຕອບໂຕ້ພະຍາດໂຄວິດ-19 ຢູ່ບ້ານແດງ ພ້ອມນັ້ນ ເພື່ອແນະນໍາທີມງານທີ່ຈະລົງຕອບໂຕ້ພະຍາດໂຄວິດ-19 ພາຍໃນເມືອງສີໂຄດຕະບອງ ໃຫ້ແກ່ອໍານາດການປົກຄອງບ້ານ ແລະ ມອບອຸປະກອນໃນການປ້ອງກັນຕົນເອງໃຫ້ແກ່ອໍານາດການປົກຄອງຂັ້ນເມືອງ ແລະ ບ້ານຢູ່ໃນເມືອງສີໂຄດຕະບອງຕື່ມອີກ. 

    ໃນກອງປະຊຸມ ທ່ານ ທະວີໄຊ ເໝົາຊົມພູ ເຈົ້າເມືອງສີໂຄດຕະບອງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດໃນການຕອບໂຕ້ພະຍາດໂຄວິດ-19 ຢູ່ບ້ານແດງພາຍໃນເມືອງຂອງຕົນ ຈາກນັ້ນ ບັນດາຫົວໜ້າທີມງານທີ່ຮັບຜິດຊອບຢູ່ເມືອງສີໂຄດຕະບອງ ຍັງໄດ້ນໍາສະເໜີແຜນການຈັດຕັ້ງປະຕິບັດຄື:ວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ວຽກງານຄຸ້ມຄອງກໍລະນີ ວຽກງານສັກວັກຊິນ ວຽກງານຈໍາກັດຂີ້ເຫຍື້ອອະເຊື້ອ ແລະ ວຽກງານສື່ສານຫຼຸດຜ່ອນຄວາມສ່ຽງ. 

    ຕອນທ້າຍທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ມີຄໍາເຫັນ ແລະ ໃຫ້ທິດຊີ້ນໍາ ພ້ອມທັງມອບອູປະກອນການແພດຕ້ານການລະບາດພະຍາດໂຄວິດໃຫ້ເມືອງສີໂຄດຕະບອງຕື່ມອີກ ຕາງໜ້າຮັບຂອງທ່ານ ທະວີໄຊ ເໝົາຊົມພູ ມີທ່ານ ພູຂົງ ບັນນະວົງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

..# ຂ່າວ – ພາບ :  ຂັນທະວີ

error: Content is protected !!