ມອບເຄື່ອງຊ່ວຍເຫຼືອຄອບຄົວໄດ້ຮັບກະທົບຈາກອັກຄີໄພ ຢູ່ບ້ານນໍ້າຂາມ

    ໃນວັນທີ 17 ພະຈິກ 2021  ທ່ານ ຄໍາຫຼ້າ ຜີວວັນນາ ເຈົ້າເມືອງຫົງສາ ແຂວງໄຊຍະບູລີ ພ້ອມດ້ວຍຄະນະນໍາຂອງເມືອງ ໄດ້ນຳເຄື່ອງຊ່ວຍເຫຼືອໄປມອບໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບຈາກອັກຄີໄພ ຢູ່ບ້ານ ນໍ້າຂາມ ເມືອງດັ່ງກ່າວ ໂດຍໄດ້ນໍາເອົາເຄື່ອງອຸປະໂພກ ແລະ ບໍລິໂພກ ເພື່ອບັນເທົາທຸກເບື້ອງຕົ້ນຈໍານວນໜຶ່ງ ຈາກຫ້ອງວ່າການປົກຄອງເມືອງ ແລະ ຫ້ອງການແຮງງານ ແລະ ສະຫັວດດີ ສັງຄົມເມືອງ ລວມມູນຄ່າ 3 ລ້ານກ່ວາກີບ ເຊິ່ງກ່າວຮັບໂດຍຕາງໜ້າອົງການປົກຄອງບ້ານ ມີຄອບຄົວທີ່ໄດ້ຮັບກະທົບຈາກອັກຄີໄພ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

    ເຫດການໄຟໄໝ້ເຮືອນຄັ້ງນີ້ ໄດ້ເກີດຂື້ນຕອນບ່າຍຂອງວັນທີ 15 ພະຈິກ 2021 ເວລາ 13 ໂມງ 45 ນາທີ ຢູ່ບ້ານນໍ້າຂາມ ເມືອງຫົງສາ ເຮືອນເສຍຫາຍ 1 ຫຼັງ ເປັນເຮືອນມຸງດ້ວຍຫຍ້າ ພື້ນໄມ້ຟາກ ແອ້ມດ້ວຍໄມ້ເຮ້ຍ ຂະໜາດຂອງເຮືອນ 4 x 6 ແມັດ ເຈົ້າຂອງເຮືອນຊື່ທ້າວ ຄໍາ ໜານອ່ອນ ອາຍຸ 44 ປີອາຊີບປະຊາຊົນ ຢູ່ບ້ານນ້ຳຂາມ ເມືອງຫົງສາ ຄອບຄົວມີທັງໝົດ 5 ຄົນ ຍິງ 2 ຄົນ ຜົນເສຍຫາຍໄຟໄໝ້ໃນຄັ້ງນີ້ ລວມມູນຄ່າຜົນເສຍຫາຍ 8 ລ້ານກ່ວາກີບ ແລະ ຜູ້ເສຍຊິວິດຄາທີ່ 1 ຄົນ  ຄື: ນາງພັນ ໜານອ່ອນ ອາຍຸ 87 ປີ ຜູ້ກຽ່ວມີໂລກປະຈໍາຕົວ ບໍ່ສາມາດຊ່ວຍເຫຼືອຕົນເອງໄດ້ ຕາມການກວດກາຂອງພາກສ່ວນທີ່ກຽ່ວຂ້ອງ ສາເຫດເກີດຈາກການດັງໄຟແຕ່ງກິນແລ້ວບໍ່ມອດ.

    ໂອກາດດຽວກັນ ທາງຄະນະຍັງໄດ້ໄປຢ້ຽມຢາມ ຊຸກຍູ້ ການຮຽນ-ການສອນ ຢູ່ໂຮງຮຽນປະຖົມສົມບູນ ບ້ານນໍ້າຂາມ ແລະ ອ້າຍນ້ອງທະຫານຊາຍແດນທີ່ປະຈໍາການ ຢູ່ປ້ອມນໍ້າຂາມ ແລະ ນໍ້າຍາງ ນຳອີກ.

# ຂ່າວ & ພາບ : ບຸນມີ

error: Content is protected !!