ສົມປອງ ແສງພະຈັນ ຫັນມາປູກກະບອງເພັດ ສ້າງລາຍຮັບເສີມ 5 ລ້ານກີບຕໍ່ເດືອນ

    ທ່ານ ສົມປອງ ແສງພະຈັນ ເຈົ້າຂອງສວນກະບອງເພັດຊຽງປອງ ຕັ້ງຢູ່ບ້ານຫ້ວຍເຕີຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດວັນທີ 6 ພຶດສະພາ 2020 ວ່າ: ຂ້າພະເຈົ້າໄດ້ປະກອບອາຊີບຫຼັກເປັນອາຈານສອນຢູ່ມະຫາວິທະຍາໄລແຫ່ງຊາດ ໄດ້ນຳໃຊ້ເວລາຫວ່າງຈາກການປະກອບອາຊີບຫຼັກ ຫັນມາປູກ ແລະ ຂະຫຍາຍພັນຕົ້ນກະບອງເພັດຂາຍເປັນອາຊີບສຳຮອງ ການທີ່ຫັນມາຢຶດອາຊີບສຳຮອງ ປູກຕົ້ນກະບອງເພັດນັ້ນ ຄືຕົ້ນກະບອງເພັດເປັນພືດທີ່ທົນທານ ບໍ່ຈຳເປັນຕ້ອງເອົາໃຈໃສ່ບົວລະບັດເບີ່ງແຍງຫຼາຍ ເຊີ່ງເໝາະສົມກັບຕົນເອງທີ່ມີວຽກປະຈຳ ຈຶ່ງໄດ້ເລືອກເອົາພືດຊະນິດນີ້ມາປູກເພື່ອສ້າງເປັນລາຍຮັບສຳຮອງ ແລະ ບວກກັບຕົນເອງເປັນຄົນມັກຮັກເຮັດກະສິກຳ ຈຶ່ງໄດ້ເລີ່ມປູກໃນປີ 2016 ລົງທຶນເບື້ອງຕົ້ນ 10 ລ້ານກີບ ແລະ ຄ່ອຍໆຂະຫຍາຍພັນອອກມາເລື້ອຍໆ ປັດຈຸບັນມີກະບອງເພັດໃນສວນຫຼາຍກວ່າ 200 ສາຍພັນ.

    ໃນການປູກເບື້ອງຕົ້ນ ແມ່ນພົບອຸປະສັກໃນໄລຍະໜຶ່ງ ຄືເບື້ອງຕົ້ນຍັງບໍ່ຮູ້ເຕັກນິກປູກ ຈຶ່ງເຮັດໃຫ້ຕົ້ນກະບອງເພັດຈຳນວນໜຶ່ງຕາຍ ຕໍ່ມາກໍໄດ້ສຶກສາມາເລື້ອຍຈາກຕາມປື້ມຕຳລາ ແລະ ຢູທູບ ຮຽນຮູ້ວິທີການປູກ ແລະ ວິທີການຂະຫຍາຍພັນມາເລື້ອຍໆ ເຊີ່ງປັດຈຸບັນແມ່ນມີຄວາມຊຳນິຊຳນານ ສະແດງອອກສາມາດຂະຫຍາຍພັນຕົ້ນກະບອງເພັດເອງໄດ້ ສາມາດກ້າແກ່ນ ແລະ ປູກແຍກໝໍ່ດ້ວຍຕົນເອງໄດ້.

    ສຳລັບການຈຳໜ່າຍນັ້ນ ແມ່ນພວກເຮົາຈະຈຳໜ່າຍພາຍໃນສວນ ແລະ ຈຳໜ່າຍຜ່ານ Facebook ຂອງສວນ ທີ່ມີຊື່ວ່າ ສວນກະບອງເພັດຊຽງປອງ ເຊິ່ງລູກຄ້າສາມາດເຂົ້າໄປເບີ່ງກະບອງເພັດຂອງສວນພວກເຮົາໄດ້ຢູ່ໃນເຟສ ແລະ ສັ່ງຊື້ໄດ້ ລາຄາຈຳໜ່າຍຕົ້ນກະບອງເພັດເລີ່ມຈາກຕົ້ນລະ 10 ພັນກີບ ຫາ 2.600.000 ກີບ ພ້ອມນັ້ນ ທາງສວນຍັງມີບໍລິການຈັດສົ່ງໃຫ້ລູກຄ້າເຖິງເຮືອນ ພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ຄ່າບໍລິການເລີ່ມຕົ້ນ 10 ພັນກີບ ໃນນັ້ນ ສາຍພັນກະບອງເພັດທີ່ໄດ້ຮັບຄວາມນິຍົມຈາກລູກຄ້າ ແມ່ນສາຍພັນຫູກະຕ່າຍ ຍິມມະໂນ ແອັດສະໂຕ ກຸຫຼາບຫີນ ແລະ ອື່ນໆ ນອກຈາກນັ້ນຍັງຂາຍແກ່ນກະບອງເພັດ ແລະ ດິນປູກ ສະເລ່ຍເດືອນໜຶ່ງສາມາດສ້າງລາຍຮັບຈາກການຈຳໜ່າຍກະບອງເພັດໄດ້ 5 ລ້ານກີບຕໍ່ເດືອນ.

    ທ່ານ ສົມປອງ ແສງພະຈັນ ໄດ້ກ່າວຕື່ມວ່າ: ໃນອະນາຄົດ ແມ່ນມີແຜນຈະຂະຫຍາຍເຮືອນຮົ່ມເພື່ອປູກ ແລະ ຂະຫຍາຍພັນກະບອງເພັດຕື່ມອີກ 1 ຫຼັງ ເພື່ອຮອງຮັບການຂະຫຍາຍຕົ້ນກະບອງເພັດອອກຕື່ມອີກ ເພື່ອໃຫ້ພຽງພໍກັບຄວາມຕ້ອງການຂອງລູກຄ້າ.

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!