ພົບຜູ້ຕິດເຊື້ອພາຍໃນສູງ ຍ້ອນກຸ່ມຄົນຈຳນວນໜຶ່ງບໍ່ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຄັ່ງຄັດ

      ອີງຕາມການຖະແຫຼງຂ່າວຂອງທ່ານ ດຣ ສີສະຫວາດ ສຸດທະນີລະໄຊ ຮອງຫົວໜ້າກກົມຄວບຄຸມພະຍາດຕໍ່ ກະຊວງສາທາລະນະສຸກ ວັນທີ 17 ພະຈິກ 2021 ໃຫ້ຮູ້ວ່າ  ວັນທີ 16 ພະຈິກ ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5.461 ຕົວຢ່າງ ກວດພົບຜູ້ຕິດເຊືື້ອໃໝ່ 1.073 ຄົນ (ຕິດເຊື້ອພາຍໃນ ມີ 1.072 ຄົນ ແລະ ຕິດເຊື້ອນໍາເຂົ້າ 1 ຄົນ). 

    ສຳລັບຜູ້ຕິດເຊື້ອພາຍໃນ ນະຄອນຫຼວງ 534 ຄົນ ມາຈາກ 191 ບ້ານ ໃນ 9 ເມືອງຄື ເມືອງຈັນທະບູລີ 44 ຄົນ ສີໂຄດຕະບອງ 72 ຄົນ ໄຊເສດຖາ 108 ຄົນ ສີສັດຕະນາກມີ 61 ຄົນ ນາຊາຍທອງ 40 ຄົນ ໄຊທານີ 97 ຄົນ ຫາດຊາຍຟອງ 64 ຄົນ ສັງທອງ 8 ຄົນ ປາກງື່ມ 37 ຄົນ ຍັງສືບຕໍ່ເອົາຂໍ້ມູນ 3 ຄົນ 

  • ແຂວງຫຼວງພະບາງ ມີ 112 ຄົນ ໃນ 9 ເມືອງ 
  • ວຽງຈັນມີ 106 ຄົນ ໃນ 7 ເມືອງ 
  • ແຂວງຫຼວງນ້ຳທາ ມີ 4 ຄົນ ໃນ 1 ເມືອງ 
  • ແຂວງຜົ້ງສາລີ ມີ 38 ຄົນ ໃນ 2 ເມືອງ 
  • ແຂວງຈຳປາສັກ ມີ 71 ຄົນ ໃນ 8 ເມືອງ 
  • ແຂວງອຸດົມໄຊ ມີ 41 ຄົນ ໃນ 1 ເມືອງ 
  • ແຂວງເຊກອງ ມີ 9 ຄົນ ໃນ 2 ເມືອງ 
  • ແຂວງບໍລິຄຳໄຊ ມີ 20 ຄົນ ໃນ 3 ເມືອງ 
  • ແຂວງຄຳມ່ວນ ມີ 1 ຄົນ ໃນ 1 ເມືອງ 
  • ແຂວງສະຫວັນນະເຂດ ມີ 8 ຄົນ ໃນ 1 ເມືອງ 
  • ແຂວງບໍ່ແກ້ວ ມີ 66 ຄົນ ໃນ 2 ເມືອງ 
  • ແຂວງສາລະວັນ ມີ 11 ຄົນ ໃນ 2 ເມືອງ 
  • ແຂວງຫົວພັນມີ 6 ຄົນ ໃນ 2 ເມືອງ 
  • ແຂວງອັດຕະປື ມີ 2 ຄົນ ໃນ 1 ເມືອງ 
  • ແຂວງໄຊຍະບູລີ ມີ 37 ຄົນ ໃນ 1 ເມືອງ 
  • ແຂວງຊຽງຂວາງ ມີ 1 ຄົນ ໃນ 1 ເມືອງ 
  • ແຂວງໄຊສົມບູນ ມີ 5 ຄົນ ໃນ 2 ເມືອງ 

    ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີ 1 ຄົນ ຈາກສະຫວັນນະເຂດ ເຊິ່ງໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ມາຮອດວັນທີ 17 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 57.397 ຄົນ ເສຍຊີວິດສະສົມ 112 ຄົນ (ໃໝ່ 2) ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 717 ຄົນ ກໍາລັງປິ່ນປົວ 10.691 ຄົນ. ຮອດປັດຈຸບັນທົ່ວປະເທດ ມີສູນຈໍາກັດບໍລິເວນ ທີ່ເປີດນໍາໃຊ້ຢູ່ທັງໝົດ 86 ສູນ ແລະ 59 ໂຮງແຮມ ມີຜູ້ຈຳກັດບໍລິເວນທັງໝົດ 5.251 ຄົນ (ສູນ 3.310 ຄົນ ແລະ ໂຮງແຮມ 1.941 ຄົນ) ການຕິດເຊື້ອພາຍໃນ ແຕ່ລະວັນຍັງສືບຕໍ່ຂະຫຍາຍເປັນວົງກວ້າງ ເຊິ່ງສ່ວນໃຫຍ່ກໍແມ່ນເກີດຢູ່ຕາມສະຖານທີ່ທີ່ມີຄວາມແອອັດ ລວມທັງຢູ່ໃນງານສັງຄົມ ສຳນັກງານ-ອົງການ ຫົວໜ່ວຍທຸລະກິດ ຕະຫຼອດຈົນໄປຮອດ ການຕິດເຊື້ອຢູ່ໃນສະມາຊິກຄອບຄົວ ທັງໝົດນີ້ແມ່ນຍ້ອນກຸ່ມຄົນຈຳນວນໜຶ່ງບໍ່ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ ພ້ອມທັງຜູ້ທີ່ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ຫຼື ເອີ້ນວ່າ C1 ກໍຍັງອອກໄປເຄື່ອນໄຫວກິດຈະກຳຕ່າງໆໃນສັງຄົມ ແລະ ເດີນທາງໄປຫຼາຍສະຖານທີ່ເຮັດໃຫ້ມີການສົ່ງຕໍ່ເຊື້ອໄປຍັງຄົນອ້ອມຂ້າງ.

    # ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!