ອີງຕາມໜັງສືແຈ້ງການ ເລກທີ 3201 /ມຊ ລົງວັນທີ 16 ພະຈິກ 2021 ເລື່ອງການຈັດຕັ້ງການສອບເສັງ ເພື່ອຄັດເລືອກເອົານັກສຶກສາເຂົ້າຮຽນຢູ່ມະຫາວິທະໄລແຫ່ງຊາດ (ມຊ) ໃນສົກສຶກສາ 2021-2022 ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ມຊ ສະບັບເລກທີ 071/ນຍ ແລະ ທິດຊີ້ນໍາຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ແລະ ບົດບັນທຶກກອງປະຊຸມ ເພື່ອກະກຽມການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນຢູ່ ມຊ ຄັ້ງວັນທີ 15 ພະຈິກ 2021 ຜ່ານມາ.

ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍຖືເປັນກຽດແຈ້ງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ຊາບທົ່ວເຖິງກັນວ່າ: ການຈັດຕັ້ງສອບເສັງເພື່ອຄັດເລືອກເອົານັກສຶກສາເຂົ້າຮຽນຢູ່ ມຊ ໃນສົກສຶກສາ 2021-2022 ແບບອອນລາຍ (Ouline) ຈະໄດ້ເລື່ອນຈາກວັນທີ 17 ພະຈິກ 2001 ໄປສອບເສັງໃນວັນທີ 25 ພະຈິກ 2021 ເພື່ອໃຫ້ນັກຮຽນໄດ້ມີເວລາກະກຽມໃຫ້ມີຄວາມພ້ອມ ແລະ ມີໂອກາດໄດ້ສຶກສາລະອຽດກ່ຽວກັບວິທີການສອບເສັງແບບ Online ໄດ້ຢ່າງຄ່ອງແຄ້ວ.

ການຈັດຕັ້ງສອບເສັງ ມີລາຍລະອຽດດັ່ງນີ້: ກໍານົດວັນສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນທີ່ ມຊ ແບບອອນລາຍ ຈະໄດ້ຈັດຂຶ້ນເປັນເວລາ 1 ມື້ ໃນວັນທີ 25 ພະຈິກ 2021 ສືບຕໍ່ເປີດໃຫ້ຜູ້ສະໝັກສອບເສັງທີ່ຍັງບໍ່ທັນໄດ້ໄປຮັບບັດເຂົ້າຫ້ອງສອບເສັງ ແລະ ຈ່າຍເງິນຄ່າບໍລິການການສອບເສັງ ສາມາດດໍາເນີນການຕໍ່ທາງອອນລາຍ (Online) ໃຫ້ສໍາເລັດ ຈົນເຖິງວັນທີ 18 ພະຈິກ 2021 ກໍານົດວັນທີ 22 ພະຈິກ 2021 ແມ່ນມີຈັດການສອບເສັງທົດສອບອີກຄັ້ງ ເພື່ອໃຫ້ຜູ້ສະໝັກສອບເສັງທຸກຄົນເຂົ້າໃຈໃນວິທີການສອບເສັງແບບອອນລາຍໄດ້ຢ່າງຄ່ອງແຄ້ວ ແລະ ຖືກຕ້ອງ ລາຍລະອຽດໃນການສະໝັກລົງທະບຽນ ແລະ ການສອບເສັງແບບອອນລາຍ ສາມາດເຂົ້າໄປເບິ່ງໄດ້ທີ່ http://entranet.nuol.edu.la ຫຼື Facebook: ຂ່າວສານ ມຊ NUoL Nexus.

ເພື່ອກະກຽມຄວາມພ້ອມໃນຈັດຕັ້ງປະຕິບັດການສອບເສັງໃຫ້ມີປະສິດທິຜົນສູງ ຈຶ່ງຂໍແຈ້ງມາຍັງທ່ານຄະນະບໍດີຄະນະວິຊາຕ່າງໆ ຫົວໜ້າຫ້ອງການ ຜູ້ອໍານວຍການສະຖາບັນ ສູນ ຫໍສະຫມຸດກາງ ແລະ ໂຮງຮຽນພອນສະຫວັນ ໃຫ້ໂຈະການຮຽນ-ການສອນ ແລະ ກິດຈະກໍາດ້ານວິຊາການຕ່າງໆໃນວັນທີ 25 ພະຈິກ 2021 ແລະ ອໍານວຍຄວາມສະດວກໃຫ້ແກ່ຄະນະກໍາມະການໃນການຈັດຕັ້ງການສອບເສັງຄັ້ງນີ້ດ້ວຍ ຖ້າມີການປ່ຽນແປງ ທາງມະຫາວິທະຍາໄລແຫ່ງຊາດຈະແຈ້ງຕາມ Facebook: ຂ່າວສານ ມຊ NUoL News ຫຼື http://entrance.nuol.edu.la ຂໍໃຫ້ຜູ້ສະໝັກສອບເສັງ ຜູ້ປົກຄອງ ຫຼື ຜູ້ສົນໃຈ ຕິດຕາມໄດ້.
# ຂ່າວ & ພາບ : ບຸນມີ