ທ່ານ ດຣ ສີສະຫວາດ ສຸດທະນີລະໄຊ ຮອງຫົວໜ້າກກົມຄວບຄຸມພະຍາດຕໍ່ ກະຊວງສາທາລະນະສຸກ ວັນທີ 17 ພະຈິກ 2021 ໃຫ້ຮູ້ວ່າ ມີຜູ້ເສຍຊີວິດຈາກພະຍາດໂຄວິດ-19 ຫຼາຍວັນຕິດຕໍ່ກັນ ແລະ ວັນນີ້ກໍມີຜູ້ເສຍຊີວິດໃໝ່ 2 ຄົນ ຄື
- ຜູ້ທີ 1 ເພດຍິງ ອາຍຸ 40 ປີ ບ້ານໂພນຄໍ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີພະຍາດປະຈໍາຕົວ ເບົາຫວານ ແລະ ຄວາມດັນເລືອດສູງ ຜ່ານມາຍັງບໍ່ໄດ້ສັກວັກຊີນກັນໂຄວິດ-19 ວັນທີ 11 ພະຈິກ ມາຮອດໂຮງໝໍດ້ວຍອາການອິດເມື່ອຍ ຫາຍໃຈຝືດ ນອນພຽງບໍ່ໄດ້ ແລະ ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ຢູ່ໂຮງໝໍມິດຕະພາບ ແລະ ຜົນກວດພົບເຊື້ອ ຈຶ່ງໄດ້ເຂົ້ານອນປິ່ນປົວຢູ່ໂຮງໝໍມິດຕະພາບ ໄລຍະນອນປິ່ນປົວຢູ່ໂຮງໝໍດັ່ງກ່າວແຕ່ວັນທີ 11-16 ພະຈິກ 2021 ຮອດເວລາ 7:25 ໂມງຂອງວັນທີ 16 ພະຈິກ ຜູ້ກ່ຽວໄດ້ເສຍຊີວິດ.
- ຜູ້ທີ 2 ເພດຊາຍ ອາຍຸ 25 ປີ ບ້ານເມືອງນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຜູ້ກ່ຽວເປັນຄົນຕຸ້ຍ ນໍ້າໜັກ 110 ກິໂລ ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19 ວັນທີ 07 ພະຈິກ ຢັ້ງຢືນພົບເຊື້ອພະຍາດໂຄວິດ-19 ແລ້ວໄດ້ເຂົ້າປິ່ນປົວຢູ່ສູນ ມຊ ດົງໂດກ ວັນທີ 15 ພະຈິກ 2021 ໄດ້ຍ້າຍຈາກສູນ ມຊ ດົງໂດກ ເຂົ້າມາປີ່ນປົວຢູ່ໂຮງໝໍເສດຖາທິຣາດ ດ້ວຍອາການໄອ ແລະ ຫາຍໃຈຝຶດ ມາຮອດເວລາ 13:45 ໂມງ ຂອງວັນທີ 16 ພະຈິກ ຜູ້ກ່ຽວໄດ້ເສຍຊີວິດ.
# ຂ່າວ & ພາບ : ອົ່ນ ໄຟສົມທອງ