ສປປ ລາວ – ສປຊ ຮ່ວມລົງ​ນາມ​ຂອບ​ການ​ຮ່ວມ​ມື …..

     ລັດຖະບານແຫ່ງ ສປປ ລາວ ຕາງໜ້າໂດຍທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າອົງການ ສປຊ, ທ່ານນາງ ຊາຣາ ເຊເກັນເນສ (Ms. Sara Sekkenes) ຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ ໄດ້ຮ່ວມລົງນາມຂອບການຮ່ວມມືລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ສົກປີ 2022-2026 ຢ່າງເປັນທາງການ (Lao PDR-United Nations Sustainable Development Cooperation Framework ຫຼື UNSDCF). 

     ພິທີລົງນາມ ຈັດ​ຂຶ້ນ​ໃນ​ວັນ​ທີ 16 ພະ​ຈິກ​ນີ້ ທີ່ກະຊວງການຕ່າງປະເທດ ກ່ອນການຈັດກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 13, ດ້ວຍມາດຕະການຈຳກັດຜູ້ເຂົ້າຮ່ວມຈາກທັງສອງຝ່າຍ ໂດຍຄຳນຶງເຖິງການລະບາດຂອງພະຍາດໂຄວິດ-19 ທີ່ກຳລັງເພີ່ມຂຶ້ນຢູ່ນະຄອນຫຼວງວຽງຈັນໃນປັດຈຸບັນ. 

    ຂອບການຮ່ວມມື UNSDCF ສົກປີ 2022-2026 ແມ່ນແຜນງານສະບັບໃໝ່ ນັບແຕ່ມີການປະຕິຮູບລະບົບຂອງອົງການສະຫະປະຊາຊາດ ອີງຕາມຍັດຕິຂອງເລຂາທິການໃຫ່ຍ ສປຊ ສະບັບເລກທີ 72/279 ທີ່ຖືກຮັບຮອງເອົາໃນປີ 2018 ຊຶ່ງມີເປົ້າໝາຍຕົ້ນຕໍໃນການປະຕິຮູບກົນໄກການປະຕິບັດງານຂອງອົງການ ສປຊ ໃຫ້ມີການປະສານງານທີ່ໂລ່ງລ່ຽນ ສອດຄ່ອງ ມີປະສິດທິພາບ ແລະ ສ້າງຜົນປະໂຫຍດດ້ານການພັດທະນາໃຫ້ຫຼາຍທີ່ສຸດ. ການຈັດຕັ້ງປະຕິບັດການປະຕິຮູບອົງການ ສປຊ ໂດຍຜ່ານຂອບການຮ່ວມມື UNSDCF ແມ່ນອີງໃສ່ ແນວທາງການສ້າງແຜນງານດັ່ງກ່າວໃຫ້ສອດຄ່ອງກັບກັບບຸລິມະສິດດ້ານການພັດທະນາແຫ່ງຊາດ ລວມທັງບູລິມະສິດຍຸດທະສາດທີ່ຮອບດ້ານ ແລະ ເຊື່ອມໂຍງເຊິ່ງກັນ ແລະ ກັນ ຊຶ່ງເປັນໂຄງຮ່າງທີ່ຫຼັກການຜົນໄດ້ຮັບຕົວຈິງ (result-based management principles) ແລະ ມີກົນໄກການປະສານງານທີ່ໄດ້ຮັບການປັບປຸງ ແລະ ມີຂອບວຽກການຕິດຕາມ ແລະ ການປະເມິນຜົນ ແລະ ມີຄາດໝາຍຕົວຈິງ. 

    ໂດຍສືບຕໍ່ຂອບການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ ສປຊ ສະບັບປັດຈຸບັນ ສົກປີ 2017-2021 ຂອບການຮ່ວມມື UNSDCF ສົກປີ 2022-2026 ນີ້ ແມ່ນເນັ້ນໜັກເຖິງຄວາມສໍາຄັນຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ ສປຊ ເພື່ອແກ້ໄຂຄວາມຕ້ອງການດ້ານການພັດທະນາ ແລະ ສິ່ງທ້າທາຍຢູ່ໃນປະເທດ ໂດຍສອດຄ່ອງກັບທິດທາງລວມ ແລະ ຫົກເປົ້າໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ສົກປີ 2021-2025. ຂະບວນການສ້າງຂອບການຮ່ວມມືສະບັບໃໝ່ນີ້ ແມ່ນຖືກສ້າງຂຶ້ນໂດຍຜ່ານຂະບວນການປຶກສາຫາລືຢ່າງກວ້າງຂວາງ ພ້ອມທັງການແລກປ່ຽນກັນຫຼາຍຄັ້ ງລະຫວ່າງໜ່ວຍງານ ສປຊ ຮ່ວມກັບໂຕແທນຈາກລັດຖະບານ ສປປ ລາວ ຄູ່ຮ່ວມພັດທະນາ ອົງການຈັດຕັ້ງທາງສັງຄົມ ເພື່ອສົ່ງເສີມການມີສ່ວນຮ່ວມໃນການປະກອບຄໍາເຫັນ ທັດສະນະ ແລະ ແຮງບັນດານໃຈໃນການພັດທະນາຮ່ວມກັນ. 

    ຂອບການຮ່ວມມືສະບັບໃໝ່ແມ່ນໄດ້ກຳນົດເອົາ 4 ຂົງເຂດບຸລິມະສິດຍຸດທະສາດ ຄື: 

    1.) ຊີວິການເປັນຢູ່ທີ່ດີຂອງປະຊາຊົນ; 

    2.) ຄວາມຈະເລີນຮຸ່ງເຮືອງທົ່ວເຖິງສໍາລັບໝົດທຸກຄົນ; 

    3.) ການບໍລິຫານລັດ ແລະ ການປົກຄອງດ້ວຍກົດໝາຍ; 

    4.) ສິ່ງແວດລ້ອມ ການປ່ຽນແປງດິນຟ້າອາກາດ ແລະ ຄວາມທົນທານຕໍ່ໄພພິບັດ 

   ຊຶ່ງທັງໝົດນີ້ ຈະກາຍເປັນເອກະສານທີ່ສໍາຄັນໃນການວາງແຜນ ຈັດຕັ້ງປະຕິບັດໂຄງການລະດັບຊາດ ລວມທັງຫັນປ່ຽນແນວທາງການປະຕິບັດງານຂອງອົງການ ສປຊ ໂດຍຜ່ານການປະສານງານທີ່ສອດຄ່ອງ ​ກົມກຽວ ແລະ ມີປະສິດທິພາບຍິ່ງຂຶ້ນ ແລະ ຍົກລະດັບວຽກງານການຮ່ວມມື ແລະ ສະໜັບສະໜູນຂອງບັນດາເຄືອຂ່າຍອົງການ ສປຊ ຢູ່ ສປປ ລາວ ນັບແຕ່ປີ 2022 – 2026 ແນໃສ່ການບັນລຸບູລິມະສິດດ້ານການພັດທະນາຂອງ ສປປ ລາວ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄປຄຽງຄູ່ກັບເປົ້າໝາຍຂອງສາກົນ ກໍຄືວາລະ 2030 ເພື່ອການພັດທະນາແບບຍືນຍົງ. 

    ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຮ່ວມມື ​ສະໜັບສະໜູນຊ່ວຍເຫຼືອຂອງອົງການ ສປຊ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ອົງການ ສປຊ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອໃນຕໍ່ໜ້າ ໂດຍສະເພາະ ໃນວຽກງານການຮັບມື ແລະ ຟື້ນຟູຜົນ​ກະ​ທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ການປ່ຽນແປງດິນຟ້າອາກາດ ການພັດທະນາແບບຍືນຍົງ ແລະ ຊ່ວຍສະໜັບສະໜູນ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານນະພາບປະເທດດ້ອຍພັດທະນາ ແລະ ວຽກການພັດທະນາອື່ນໆທີ່ກ່ຽວຂ້ອງ. ເພື່ອໃຫ້ສາມາດບັນລຸເປົ້າໝາຍເຫຼົ່ານີ້ໄດ້ ທີມງານ ສປຊ ປະຈຳ ສປປ ລາວ ຈະເຮັດວຽກຮ່ວມກັນໃນທົ່ວທັງ 4 ຂົງເຂດບຸລິມະສິດຍຸດທະສາດ ໂດຍການນຳເອົາໜ່ວຍງານ ກອງທຶນ ແລະ ແຜນງານຕ່າງໆທີ່ມີຄວາມຊຳນິຊຳນານອັນສະເພາະ ເພື່ອມາຊ່ວຍຄູ່ຮ່ວມງານລະດັບຊາດໃນການສ້າງຄວາມຄືບໜ້າດ້ານການພັດທະນາ ແລະ ແກ້ໄຂບັນຫາທ້າທາຍທີ່ກີດຂວາງການພັດທະນາຂອງ ສປປ ລາວ. 

# ຂ່າວ & ພາບ : ກະ​ຊວງ​ການ​ຕ່າງ​ປະ​ເທດ

error: Content is protected !!