ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວ ນຳໂດຍທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ແລະ ພະນັກ ງານວິຊາການທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມກອງປະຊຸມການເປັນຄູ່ຮ່ວມລັດຖະສະພາອາຊີ-ເອີຣົບ (ASEP) ຄັ້ງທີ 11 ຈັດຂຶ້ນໃນວັນທີ 16 ພະຈິກ 2021 ທີ່ລາຊະອານາຈັກກຳປູເຈຍ ເປັນເຈົ້າພາບໃນຮູບແບບກອງປະຊຸມທາງໄກ.

ກອງປະຊຸມຄັ້ງນີ້ ໄດ້ດຳເນີນພາຍໃຕ້ຫົວຂໍ້: “ການເພີ່ມທະວີການຮ່ວມມືລັດຖະສະພາ ເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງ ໃນຍຸກໂຄວິດ-19 ແລະ ໃນໄລຍະຕໍ່ໄປ (Strengthening Parliamentary Partnership for Peace and Sustainable Development in the Era of COVID-19 and Beyond)” ໂດຍເປັນປະທານຂອງສົມເດັດ ອັກຄະມະຫາໂປເຢຍ ຈັກກຣີ ເຮັງ ຊໍາຣິນ ປະທານສະພາແຫ່ງຊາດແຫ່ງລາຊະອານາຈັກກຳປູເຈຍ ມີຄະນະຜູ້ແທນຈາກລັດຖະສະພາສະມາຊິກ ASEP ຈໍານວນ 166 ທ່ານ ທີ່ມາຈາກ 30 ປະເທດ ໃນພາກພື້ນອາຊີ-ເອີຣົບ ນອກຈາກນັ້ນ ກໍຍັງມີຄະນະຜູ້ແທນຈາກລັດຖະສະພາເອີຣົບ ກອງເລຂາອາຊຽນ ແລະ ແຂກຖືກເຊີນຂອງປະເທດເຈົ້າພາບເຂົ້າຮ່ວມ.

ໃນກອງປະຊຸມ ຄະນະຜູ້ແທນລັດຖະສະພາຈາກ 2 ພາກພື້ນ ໄດ້ສຸມໃສ່ຄົ້ນຄວ້າ ແລະ ປຶກສາຫາລືບັນຫາສຳຄັນຕ່າງໆທີ່ມີຄວາມກັງວົນຮ່ວມກັນ ໂດຍສະເພາະແມ່ນບັນຫາສັນຕິພາບ ຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງ ການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການຟື້ນຟູເສດຖະ ກິດ-ສັງຄົມ ພາຍຫຼັງການແຜ່ລະບາດຂອງພະຍາດດັ່ງກ່າວ ການສົ່ງເສີມການຟື້ນໂຕສີຂຽວ ແລະ ການແກ້ໄຂບັນຫານໍ້າ-ພະລັງງານ ຄວາມໜັ້ນຄົງທາງດ້ານສະບຽງອາຫານ ແລະ ອື່ນໆ ຕາມພາລະບົດບາດຂອງອົງການນິຕິບັນຍັດ.
ໃນໂອກາດນີ້ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ຂຶ້ນກ່າວຄຳປາໄສໃນວາລະທີໜຶ່ງຂອງກອງປະຊຸມຄົບຄະນະ ໂດຍທ່ານໄດ້ສະແດງການສະໜັບສະໜູນຕໍ່ຫົວຂໍ້ຂອງກອງປະຊຸມ ພ້ອມທັງຕີລາຄາສູງຕໍ່ບົດບາດ ແລະ ຄວາມສຳຄັນຂອງ ASEP ໃນການປະກອບສ່ວນແກ້ໄຂບັນຫາສິ່ງທ້າທາຍຕ່າງໆ ໂດຍສະເພາະແມ່ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ສົ່ງຜົນກະ ທົບອັນໜັກໜ່ວງຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຄົມໂລກ ນອກນັ້ນ ທ່ານຍັງໄດ້ເນັ້ນໜັກວ່າ: ສັນຕິພາບ ຄວາມໜັ້ນຄົງ ແລະ ການພັດທະນາແບບຍືນຍົງ ແມ່ນມີການພົວພັນເຊິ່ງກັນ ແລະ ກັນ ບໍ່ສາມາດຕັດແຍກອອກຈາກກັນໄດ້ ສັນຕິພາບ ແລະ ຄວາມໝັ້ນຄົງ ເປັນປັດ ໄຈພື້ນຖານຂອງການພັດທະນາແບບຍືນຍົງຢູ່ທຸກປະເທດ ເຊິ່ງ ສປປ ລາວ ໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ ໂດຍໄດ້ເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ກໍຄືຍຸດທະສາດການພັດທະນາ 2025 ແລະ ວິໄສທັດ 2030 ຕາມທິດສີຂຽວ ແລະ ຍືນຍົງ ເພື່ອນໍາພາປະເທດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2026 ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາລັດຖະສະພາສະມາຊິກ ASEP ສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຮັບມືກັບພະຍາດ ໂຄວິດ-19 ພ້ອມກັນຟື້ນຟູເສດຖະກິດໃຫ້ມີຄວາມຍືນຍົງ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ຢູ່ດີກິນດີຂອງປະຊາຊົນ.
ພ້ອມດຽວກັນນັ້ນ ຄະນະຜູ້ແທນຂອງສະພາແຫ່ງຊາດລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ພາຍໃຕ້ຫົວຂໍ້ຕ່າງໆເຊັ່ນ: ການຮ່ວມມືຂອງລັດຖະສະພາ ເພື່ອສັນຕິພາບ ຄວາມໜັ້ນຄົງ ແລະ ຄວາມຈະ ເລີນຮຸ່ງເຮືອງ ການພຶ້ນຟູເສດຖະກິດໂລກໃນຍຸກໂຄວິດ-19 ແລະ ໃນໄລຍະຕໍ່ໄປ ແລະ ກອງປະຊຸມປຶກສາຫາລືກ່ຽວກັບການແກ້ໄຂບັນຫານໍ້າ-ພະລັງງານ ຄວາມໜັ້ນຄົງທາງດ້ານສະບຽງອາຫານ ພາຍໃຕ້ການປ່ຽນແປງດິນຟ້າອາກາດ ໂດຍໄດ້ປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນທັດສະນະຕາມແຕ່ລະຫົວຂໍ້ຂອງກອງປະຊຸມຢ່າງສ້າງສັນ ແລະ ກົງໄປກົງມາ.
ໃນຕອນທ້າຍຂອງກອງປະຊຸມ ບັນດາຫົວໜ້າຄະນະຜູ້ແທນຂອງລັດຖະສະພາສະມາຊິກ ASEP ທີ່ເຂົ້າຮ່ວມກອງປະຊຸມ ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມການເປັນຄູ່ຮ່ວມລັດຖະສະພາອາຊີ-ເອີຣົບ (ASEP) ຄັ້ງທີ 11 ຢ່າງເປັນເອກະສັນ ເຊິ່ງຖະແຫຼ່ງການດັ່ງກ່າວໄດ້ຢໍ້າຄືນຄວາມສໍາຄັນຂອງການທູດລັດຖະສະພາ ເພື່ອສົ່ງເສີມສັນຕິພາບ ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງ ພ້ອມທັງເຫັນດີເປັນເອກະພາບກັນນຳເອົາເນື້ອໃນຂອງຖະແຫຼງການຮ່ວມຂອງກອງປະຊຸມຄັ້ງນີ້ ສະເໜີຕໍ່ກອງປະຊຸມສຸດຍອດຜູ້ນຳອາຊີ-ເອີຣົບ (ASEM) ຄັ້ງທີ 13 ທີ່ຈະຈັດຂຶ້ນຢູ່ລາຊະອານາຈັກກໍາປູເຈຍ ໃນລະຫວ່າງວັນທີ 25-26 ພະຈິກ 2021 ທີ່ຈະມາເຖິງນີ້.
.
# ຂ່າວ & ພາບ : ຊິລິການດາ