ສໍາເລັດການສໍາມະນາ ໃຫ້ສື່ມວນຊົນຂອງລາວ

    “ສໍາມະນາກ່ຽວກັບການໂຄສະນາເຜີຍແຜ່ ແລະ ການນໍາໃຊ້ເຕັກໂນໂລຊີສື່ມວນຊົນຂອງລາວ” ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ພາຍຫຼັງດໍາເນີນມາແຕ່ວັນທີ 3 ພະຈິກ 2021 ເປັນຕົ້ນມາ ໃນຮູບແບບທາງໄກ ໂດຍພິທີປິດສໍາມະນາດັ່ງກ່າວ ຈັດຂຶ້ນວັນທີ 16 ພະຈິກ 2021 ຢູ່ສະຖາບັນຄົ້ນຄວ້າກົມໃຫຍ່ວິ ທະຍຸ ແລະ ໂທລະພາບແຫ່ງຊາດຈີນ ໂດຍມີທ່ານນາງ Zhu Jiadi ຫົວໜ້າພະແນກແລກປ່ຽນສາກົນ ສະຖາບັນຄົ້ນຄວ້າກົມໃຫຍ່ວິທະຍຸ ແລະ ໂທລະພາບແຫ່ງຊາດຈີນ ທ່ານ Yao Yuan ຫົວໜ້າຫ້ອງການພະແນກເຝິກອົບຮົມສາກົນ ສະຖາບັນຄົ້ນຄວ້າກົມໃຫຍ່ວິທະຍຸ ແລະ ໂທລະພາບແຫ່ງຊາດຈີນ ທ່ານ ຣັດສະໝີ ດວງສັດຈະ ເລຂາທິການສະ​ມາ​ຄົມ​ນັກ​ຂ່າວ​ແຫ່ງ ສ​ປ​ປ ລາວ ພ້ອມດ້ວຍວິທະຍາກອນ ແລະ ສໍາມະນາກອນ ເຂົ້າຮ່ວມ.

    ສໍາມະນາຄັ້ງນີ້ ມີຄວາມໝາຍສໍາຄັນຍິ່ງໃນການພັດທະນາຖັນແຖວສື່ມວນຊົນລາວໃຫ້ກ້າວໜ້າອີກຂັ້ນໜຶ່ງ ທັງເປັນການສ້າງເວທີແລກປ່ຽນປະສົບການ ຊ່ວຍຍົກລະດັບ ແລະ ພັດທະນາສື່ແບບໃໝ່ ໂດຍສະ ເພາະໄດ້ລົງເລິກສົນທະນາ ແລະ ແລກປ່ຽນຫົວຂໍ້ຕ່າງໆກ່ຽວກັບສິ່ງທ້າທ້າຍ ແລະ ກາລະໂອກາດໃນການ ນໍາໃຊ້ສື່ແບບໃໝ່ (ສື່​​ອອນ​ລາຍ) ການສ້າງສື່ແບບໃໝ່ໃຫ້ເປັນສື່ກະແສຫຼັກ ແລະ ເປັນທີ່ນິຍົມ ທິດທາງໃນການພັດທະນາສື່ມວນຊົນລາວໃນອະນາຄົດ ບົດຮຽນຕົວຈິງສື່ຫຼັກຂອງຈີນທີ່ໃຊ້ສື່ແບບໃໝ່ ການຮ່ວມ​ມືດ້ານ​ສື່ມວນ​ຊົນ ​ລາວ-ຈີນ ແລະ ຫົວຂໍ້ສໍາຄັນອື່ນໆ ນອກນີ້ຍັງໄດ້ມີການສ້າງວີດີໂອສັ້ນກ່ຽວກັບການຮ່ວມມື ລາວ-ຈີນ ຈີນ-ລາວ ສົນທະນາ ແລະ ແລກປ່ຽນຄໍາຄິດເຫັນບັນຫາຕ່າງໆ ທີ່ຕິດພັນກັບ​ສື່ມວນ​ຊົນ ແລະ ວຽກອື່ນໆ ທີ່ປິ່ນອ້ອມຈາກບັນດາຜູ້ຊ່ຽວຊານດ້ານວຽກງານຂ່າວ ແລະ ເຕັກນິກຈາກ ສປ ຈີນ ພ້ອມທັງຢ້ຽມຊົມສະຖານທີ່ທ່ອງທ່ຽວທີ່ສໍາຄັນຕ່າງໆຂອງຈີນ ແບບອອນລາຍ ຕື່ມອີກ. 

    ທ່ານນາງ Zhu Jiadi ກ່າວວ່າ: ຜ່ານການເຝິກອົບຮົມຄັ້ງນີ້ ບັນດາສໍາມະນາກອນທັງໝົດ ກໍຄືຕົນ ລ້ວນແຕ່ເປັນຂົວຕໍ່ສໍາຄັນທີ່ຈະປະກອບສ່ວນໃນການເພີ່ມພູນຄູນສ້າງມິດຕະພາບ ແລະ ການຮ່ວມມືລະ ຫວ່າງ ຈີນ-ລາວ ລາວ-ຈີນ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ປັດຈຸບັນຂະແໜງການວິທະຍຸ ໂທລະພາບ ອິນເຕີເນັດໃນປະເທດຈີນ ແລະ ປະເທດລາວ ໄດ້ມີການພັດທະນາຢ່າງວ່ອງໄວ ໂດຍສະເພາະພວກເຮົາໄດ້ນໍາໃຊ້ເຕັກນິກດີຈີຕອນ ກໍຄື 5G ເຂົ້າໃນການພັດທະນາສື່ມວນຊົນ ໂດຍສະເພາະໄລຍະການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ການພັດທະນາ ແລະ ການປ່ຽນແປງຂອງການເຜີຍແຜ່ຂ່າວສານເຮັດໃຫ້ສື່ມວນຊົນປະເຊີນກັບສິ່ງທ້າທາຍແບບໃໝ່ ຜ່ານການເຝິກອົບຮົມຄັ້ງນີ້ບັນດາທ່ານຄົງຈະໄດ້ຮັບຮູ້ຕໍ່ສະພາບການຕົວຈິງຂອງປະເທດຈີນ ການພັດທະນາວິທະຍຸ ໂທລະພາບ ກໍຄືການຄຸ້ມຄອງຂໍ້ມູນຂ່າວສານຂອງປະ ເທດຈີນໄດ້ດີກວ່າເກົ່າ ນອກນີ້ຍັງໄດ້ແລກປ່ຽນສະພາບການພັດທະນາສື່ມວນຊົນລາວ ຄວາມແຕກຕ່າງຂອງການຄຸ້ມຄອງຂໍ້ມູນຂ່າວສານ ກໍຄືສິ່ງທ້າທາຍໃນຕໍ່ໜ້າໃນການພັດທະນາຂະແໜງການສື່ມວນຊົນ ລາວ-ຈີນ ໂດຍສະເພາະພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ຕົນ ຫວັງວ່າໂຄງການເຝິກອົບ ຮົມນີ້ຈະເປັນຊ່ອງທາງ ແລະ ວິທີທາງທີ່ຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືລະຫວ່າງສອງຝ່າຍ ໃຫ້ດີຂຶ້ນເລື້ອຍໆ.

error: Content is protected !!