ປະເມີນຜົນການຈັດຕັ້ງປະຕິບັດ ໃນການດໍາເນີນທຸລະກິດຢູ່ ສປປ ລາວ

    ກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມທົບທວນການຈັດ ຕັ້ງປະຕິບັດຄໍາສັ່ງ ເລກທີ 02/ນຍ ໃນໄລຍະຜ່ານມາ  ແລະ ການນໍາສະເໜີວິທີສ້າງຕົວຊີ້ວັດຜົນສໍາເລັດ (KPI) ຂອງການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ ຜ່ານລະບົບປະຊຸມທາງໄກ (ອອນລາຍ) ຂຶ້ນວັນທີ 12 ພະຈິກ 2021 ຢູ່ກົມສົ່ງເສີມການລົງທຶນ ກະຊວງດັ່ງກ່າວ ໂດຍການເປັນປະທານຂອງທ່ານ ພອນໄຊ ວິໄລສັກ ຮອງຫົວໜ້າກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ​ ມີຜູ້ຕາງໜ້າຈາກຄະນະຮັບຜິດຊອບປັບປຸງຕົວຊີ້ວັດ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ພອນໄຊ ວິໄລສັກ ກ່າວວ່າ: ກອງ​ປະ​ຊຸມຄັ້ງນີ້ ບັນດາຂະແໜງການທີ່ເຂົ້າຮ່ວມພິຈາລະນາ ນໍາໃຊ້ວິທີການສ້າງຕົວຊີ້ວັດຜົນສໍາເລັດ (KPI) ເຂົ້າໃນການປະເມີນຜົນການຈັດຕັ້ງປະຕິບັດແຜນດໍາເນີນງານໃນໄລຍະຜ່ານມາ ເຊິ່ງຈະເປັນບ່ອນອີງສໍາຄັນໃນການພັດທະນາຍົກລະດັບປະສິດທິພາບ ແລະ ປະສິດທິຜົນການຈັດຕັ້ງປະຕິບັດແຜນດໍາເນີນງານ 2020-2022 ດັ່ງກ່າວ ໃຫ້ສອດຄ່ອງໄປໃນທິດທາງດຽວກັນ ຕາມຄໍາສັ່ງ ເລກທີ 02/ນຍ.

    ໃນໄລຍະທີ່ຜ່ານມາ ການປັບປຸງທາງດ້ານລະບຽບການ ແລະ ນິຕິກໍາ ຂອງຂະແໜງການທີ່ຮັບຜິດຊອບປັບປຸງ 10 ຕົວຊີ້ວັດ ກໍມີຄວາມຄືບໜ້າຫຼາຍ ແຕ່ຍັງຂາດລະບົບຕິດຕາມ-ຊຸກຍູ້ຜົນສໍາເລັດຂອງການຈັດຕັ້ງປະຕິບັດ ໃນປັດຈຸບັນ ອີງຕາມການລາຍງານຂອງກຸ່ມທະນາຄານໂລກ ວັນທີ 16 ກັນຍາ 2021 ທະນາຄານໂລກຈະບໍ່ສືບຕໍ່ການເຮັດບົດລາຍງານຄວາມສະດວກໃນການດໍາເນີນທຸລະກິດປະຈໍາປີ ແນວ ໃດກໍຕາມ ວຽກງານການປັບປຸງຄວາມສະດວກໃນການດໍາເນີນທຸລະກິດຢູ່ ສປປ ລາວ ຕາມຄໍາສັ່ງເລກທີ 02/ນຍ ຖືເປັນວຽກງານໜຶ່ງທີ່ສໍາຄັນ ເພາະເປັນເຄື່ອງມືຊ່ວຍຂັບເຄື່ອນການປັບປຸງລະບຽບການ ແລະ ກົນໄກປະສານງານຂອງຂະແໜງການໃຫ້ຖືກຕ້ອງສອດຄ່ອງ ເພື່ອປັບປຸງບັນຍາກາດໃນການດໍາເນີນທຸລະກິດ ແລະ ອໍານວຍຄວາມສະດວກໃນການລົງທຶນຢູ່ ສປປ ລາວ ໂດຍສະເພາະ ການຈັດຕັ້ງປະຕິບັດບັນດາກິດຈະກໍາທີ່ໄດ້ກໍານົດໄວ້ໃນແຜນດໍາເນີນງານ 2020-2022 ຢ່າງເປັນປົກກະຕິ ໃຫ້ສໍາເລັດຕາມແຜນ ໂດຍສືບຕໍ່ນໍາໃຊ້ກົນໄກການປະເມີນນີ້ ຫັນມາເປັນການປະເມີນພາຍໃນ ເພື່ອຕິດຕາມຜົນສໍາເລັດຂອງແຕ່ລະຕົວຊີ້ວັດ.

    ທ່ານປະ​ທານກອງ​ປະ​ຊຸມ ຍັງໄດ້​ຮຽກ​ຮ້ອງມາຍັງຂະແໜງການທີ່ກ່ຽວຂ້ອງ ແລະ ຄະນະຮັບຜິດຊອບແຕ່ລະຂະແໜງການ ນຳເອົາຂໍ້ມູນ ແລະ ຄໍາຄິດເຫັນທີ່ໄດ້ປຶກສາຫາລືໃນກອງປະຊຸມຄັ້ງນີ້ ລາຍງານຕໍ່ການນໍາຂອງຕົນ ເພື່ອພິຈາລະນາຜັນຂະຫຍາຍເຂົ້າໃນການປັບປຸງແຜນດໍາເນີນງານ ການປະຕິຮູບປີ 2020-2022 ຂອງຂະແໜງການຕົນ ຮັບປະກັນເຮັດໃຫ້ການຈັດຕັ້ງປະຕິບັດແຜນດັ່ງກ່າວໄດ້ຮັບຜົນສໍາເລັດທີ່ດີ ກົມສົ່ງເສີມການລົງທຶນ ໃນນາມກອງເລຂາ ຄໍາສັ່ງ ເລກທີ 02/ນຍ ກໍຈະສືບຕໍ່ປະສານງານ ແລະ ຕິດຕາມກັບກຸ່ມທະນາຄານໂລກຢ່າງໃກ້ຊິດ ກ່ຽວກັບທິດທາງວິທີການທີ່ຈະນໍາໃຊ້ເຂົ້າໃນການເຮັດປະເມີນຕໍ່ໄປ.

# ຂ່າວ & ພາບ :  ສີພອນ  

error: Content is protected !!