ພອນສິຣິ ຊຸກຍູ້ວຽກງານຕ້ານໂຄວິດ-19 ໃຫ້ອົງການກາແດງລາວ

    ພິທີມອບຮັບເງິນ ແລະ ອຸປະກອນເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນເຊື້ອພະຍາດໂຄວິດ-19 ຂອງອົງການກາແດງລາວ ຈາກບໍລິສັດ ພອນສິຣິ ກຣຸບ ຈຳກັດ ຈັດຂຶ້ນວັນທີ 15 ພະຈິກ 2021 ທີ່ອົງການກາແດງລາວ ກ່າວມອບຂອງທ່ານ ແກ້ວ ຈັນທະວົງ ປະທານບໍລິຫານບໍລິສັດ ພອນສິຣິ ກຣຸບ ຈຳກັດ ແລະ ກ່າວຮັບໂດຍທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

    ເຄື່ອງທີ່ນໍາມາຊ່ວຍເຫຼືອຄັ້ງນີ້ ປະກອບມີ ຜ້າອັດປາກ-ອັດດັງ 51 ກັບ ເຈວລ້າງມື 51 ກ່ອງ ເຫຼົ້າເກົ້າ 90 ຈຳນວນ 31 ຕຸກ ຊຸດຢາງປ້ອງກັນ 100 ຊຸດ ຖົງມືຂ້າເຊື້ອ 31 ກັບ ເຄື່ອງວັດແທກອຸນຫະພູມ 5 ຊຸດ ໝີ່ 31 ແກັດ ໄຂ່ໄກ 31 ແພັກ ແລະ ເງິນສົດຈຳນວນ 3.100.000 ກີບ ລວມມູນຄ່າທັງໝົດ 17.633.000 ກີບ.

# ຂ່າວ & ພາບ :  ຂັນທະວີ  

error: Content is protected !!