ຜູ້ອາຍຸສູງ ແລະ ຜູ້ມີພະຍາດປະຈຳຕົວ ມີຄວາມສ່ຽງສູງຕໍ່ການເສຍຊີວິດຈາກພະຍາດໂຄວິດ-19

    ທ່ານ ດຣ ສີສະຫວາດ ສຸດທະນີລະໄຊ ຮອງຫົວໜ້າກກົມຄວບຄຸມພະຍາດຕໍ່ ກະຊວງສາທາລະນະສຸກ ຖະແຫຼງໃນວັນທີ 15 ພະຈິກ 2021 ໃຫ້ຮູ້ວ່າ ມື້ນີ້ເປັນມື້ໜຶ່ງທີ່ມີຜູ້ເສຍຊີວິດຈາກພະຍາດໂຄວິດ-19 ສູງເຖິງ 5 ຄົນ ລາຍລະອຽດຂອງເສຍຊີວິດໃໝ່

  • ຜູ້ທີ 1 ເພດຊາຍ ອາຍຸ 93 ປີ ບ້ານນາອີນ ເມືອງປາກກະດິງ ແຂວງບໍລິຄຳໄຊ ພະຍາດປະຈໍາຕົວ ເປັນຫືດຊໍ້າເຮື້ອ ແລະ ຄວາມດັນເລືອດສູງ ຜ່ານມາໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ຄົບ ຄອບຄົວມີສະມາຊິກມີ 9 ຄົນແມ່ນຕິດເຊື້ອທັງໝົດ ວັນທີ 6 ພະຈິກ 2021 ກວດຊອກຫາໂຄວິດ-19 ຍ້ອນຫຼານຊາຍຢັ້ງຢືນຕິດເຊື້ອພະຍາດໂຄວິດ-19 ແລ້ວເຂົ້າສູນປີ່ນປົວສະໂມສອນດອກປີກໄກ່ຂອງແຂວງວັນທີ 11 ພະຈິກ ຜູ້ກ່ຽວໄດ້ຖືກຍ້າຍໄປສູນປີ່ນປົວຫຼັກ 6 ຍ້ອນອາການຫືດສູງ ແລະ ມີໄຂ້ ວັນທີ 14 ພະຈິກ ຄົນເຈັບມີອາການໜັກຂື້ນ ກະວົນກະວາຍ ຫາຍໃຈລຳບາກ ສະຕິບໍ່ໄດ້ ມາຮອດເວລາ 18:44 ໂມງ ຜູ້ກ່ຽວໄດ້ເສຍຊີວິດ.
  • ຜູ້ທີ 2 ເພດຍິງ ອາຍຸ 80 ປີ ອາຊີບ ປະຊາຊົນບ້ານເວີນຄຳ ເມືອງໄຊທານີ ນວ ພະຍາດປະຈໍາຕົວ ພະຍາດຫົວໃຈ ແລະ ໝາກໄຂ່ຫຼັງຊຸດໂຊມ ຜ່ານມາ ບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ຄົນໃນຄອບຄົວຕິດເຊື້ອ ວັນທີ 30 ຕຸລາ 2021 ເຂົ້ານອນຢູ່ພະແນກຊືມເຊື້ອ ຂອງໂຮງໝໍເສດຖາທິລາດ ຍ້ອນກວດພົບເຊື້ອພະຍາດໂຄວິດ-19 ໄລຍະເວລາທີ່ນອນປີ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 30 ຕຸລາ ຫາ 14 ພະຈິກ 2021 ເປັນເວລາ 16 ວັນ ມາຮອດເວລາ 11:7 ໂມງ ຂອງວັນທີ 14 ພະຈິກ ຄົນເຈັບ ໄດ້ເສຍຊີວິດ.
  • ຜູ້ທີ 3 ເພດຍິງ ອາຍຸ 83 ປີ ບ້ານຫ້ວຍຊາຍເໜຶອ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພະຍາດປະຈຳຕົວ ໄຂ່ຫຼັງຊຸດໂຊມ ຄວາມດັນເລືອດສູງ ແລະ ເບົາຫວານ ຜ່ານມາໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ຄົບ ວັນທີ 13 ພະຈິກ 2021 ເຂົ້ານອນໂຮງໝໍແຂວງ ດ້ວຍອາການຊຸດໂຊມທາງລະບົບຫາຍໃຈ ບໍ່ໄດ້ສະຕິ ແພດ ໄດ້ນຳສົ່ງເຂົ້ານອນປິ່ນປົວຢູ່ຫ້ອງມໍລະສຸມ ພ້ອມເກັບຕົວຢ່າງກວດຊອກຫາເຊື້ອໂຄວິດ-19 ແລະ ຜົນກວດພົບເຊື້ອ ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 13-14 ພະຈິກ ມາຮອດເວລາ 7:30 ໂມງ ຂອງວັນທີ 14 ພະຈິກ ຄົນເຈັບໄດ້ເສຍຊີວິດ.
  • ຜູ້ທີ 4 ເພດຊາຍ ອາຍຸ 23 ປີ ຢູ່ສະຖານທີ່ຄຸມຂັງໂພນຕ້ອງແຕ່ເດືອນສິງຫາ 2021 ວັນທີ 14 ພະຈິກ ເວລາ 19:30 ໂມງ ສະຖານທີ່ຄຸມຂັງໂພນຕ້ອງ ໄດ້ພາຜູ້ກ່ຽວໄປກວດຢູ່ໂຮງຫມໍ 109 ຍ້ອນມີອາການໄອ ຫາຍໃຈຍາກ ແໜ້ນໜ້າເອິກ ແລະ ຜົນກວດອອກມາພົບເຊື້ອໂຄວິດ-19 ໃນໄລຍະດຳເນີນການນຳສົ່ງຄົນເຈັບໄປຍັງສະຖານທີ່ປິ່ນປົວ ເວລາ 20:15 ໂມງ ຜູ້ກ່ຽວກໍ່ໄດ້ເສຍຊີວິດລົງ.
  • ຜູ້ທີ 5 ເພດຍິງ ອາຍຸ 55 ປີ ອາຊີບ ປະຊາຊົນ ບ້ານໄຜ່ລ້ອມ ເມືອງໄຊທານີ ນວ ພະຍາດປະຈຳຕົວ ເບົາຫວານ ຜ່ານມາໄດ້ສັກວັກຊີນກັນໂຄວິດ-19 ຄົບ ວັນທີ 13 ພະຈິກ 2021 ຜູ້ກ່ຽວມາກວດຢູ່ໂຮງໝໍມິດຕະພາບດ້ວຍອາການອິດເມື່ອຍ ຫາຍໃຈຫອບ ສະຕິງ້ວງຊຶມ ຖືຄີງໄຂ້ ຈຶ່ງໄດ້ເກັບຕົວຢ່າງກວດຊອກຫາໂຄວິດ-19 ແລະ ຜົນກວດແມ່ນພົບເຊື້ອ ພ້ອມທັງເຂົ້ານອນປີ່ນປົວຢູ່ໂຮງໝໍມິດຕະພາບ ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ແຕ່ວັນທີ 13-14 ພະຈິກ ຮອດເວລາ 18 ໂມງຂອງວັນທີ 14 ພະຈິກຜູ້ກ່ຽວໄດ້ເສຍຊີວິດ.

# ຂ່າວ & ພາບ :  ອົ່ນ ໄຟສົມທອງ  

error: Content is protected !!