ກະຊວງຍຸຕິທຳ ສະເໜີຮ່າງກົດໝາຍວ່າດ້ວຍການປະຕິບັດຄຳຕັດສິນຂອງສານ (ສະບັບປັບປຸງ)

    ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຕອນເຊົ້າວັນທີ 15 ພະຈິກ 2021 ຢູ່ຫໍປະຊຸມສະພາແຫ່ງຊາດ ທ່ານ ໄພວີ ສີບົວລິພາ ລັດຖະມົົນຕີກະຊວງຍຸຕິທຳທ ໄດ້ສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍການປະຕິບັດຄຳຕັດສິນຂອງສານທ(ສະບັບປັບປຸງ) ເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ມີບັນດາສະມາຊິກສະພາແຫ່ງຊາດທ(ສສຊ) ທຸກເຂດເລືອກຕັ້ງເຂົ້າຮ່ວມ.

    ທ່ານລັດຖະມົົນຕີກະຊວງຍຸຕິທຳ ກ່າວວ່າ: ກົດໝາຍວ່າດ້ວຍການປະຕິບັດຄຳຕັດສິນຂອງສານ ສະບັບທຳອິດໄດ້ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 2004 ເຊິ່ງປະກອບມີ 7 ພາກ 6 ໝວດ ແລະ 51 ໝວດ ເຊິ່ງໄດ້ກຳນົດກົງຈັກການຈັດຕັ້ງຢູ່ຂັ້ນສູນກາງ ມີກົມປະຕິບັດຄຳຕັດສິນຂອງສານ ສ່ວນຢູ່ຂັ້ນທ້ອງຖິ່ນ ໄດ້ສ້າງຕັ້ງເປັນຫ້ອງການ ແລະ ໜ່ວຍງານປະຕິບັດຄຳຕັດສິນຂອງສານ ຕໍ່ມາໃນປີ 2008 ກົດໝາຍສະບັບດັ່ງກ່າວໄດ້ຮັບຮອງ ແລະ ໄດ້ນຳໃຊ້ມາຈົນເຖິງປັດຈຸບັນ. ຜ່ານການຈັດຕັ້ງປະຕິບັດກົດໝາຍສະບັບດັ່ງກ່າວມາເປັນເວລາ 13 ປີ ເຫັນວ່າ ວຽກງານປະຕິບັດຄຳຕັດສິນຂອງສານ ກໍໄດ້ຮັບການປັບປຸງທາງດ້ານການຈັດຕັ້ງ ແບບແຜນວິທີເຮັດວຽກ ເຮັດໃຫ້ການປະຕິບັດຄຳຕັດສິນຂອງສານ ໄດ້ຮັບການຍົກສູງທາງດ້ານປະລິມານ ແລະ ຄຸນະພາບ ທັງເປັນການເພີ່ມທະວີຄວາມ ສັກສິດຂອງກົດໝາຍ ເຮັດໃຫ້ຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດຈຳນວນຫຼວງຫຼາຍ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ ສາມາດເກັບກູ້ໜີ້ສິນມອບໃຫ້ຄູ່ຄວາມ ເກັບຄ່າອາກອນ ຄ່າປັບໃໝ ແລະ ຊັບທີ່ສານຕັດສິນຮີບເປັນຂອງລັດ ມອບເຂົ້າງົບປະມານໃນຈຳນວນບໍ່ໝ້ອຍ.

    ເຖິງຢ່າງໃດກໍຕາມ ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າເນື້ອໃນກົດໝາຍ ການປະຕິບັດຄຳຕັດສິນຂອງສານ ຍັງມີຫຼາຍບັນຫາທີ່ຈະຕ້ອງໄດ້ປັບປຸງໃຫ້ສອດຄ່ອງກັບສະພາບຕົວຈິງ ຂອງການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແລະ ການເພີ່ມຂຶ້ນຂອງຄະດີ ສະນັ້ນ ກະຊວງຍຸຕິທຳຈຶ່ງໄດ້ຄົ້ນຄວ້າ ພ້ອມກັນນັ້ນ ກໍໄດ້ຖອດຖອນບົດຮຽນກ່ຽວກັບການປະຕິບັດຄຳຕັດສານຂອງສານ ຢູ່ພາຍໃນ ແລະ ຕ່າງປະເທດ. ສຳລັບຮ່າງກົດໝາຍສະບັບນີ້ ປະກອບມີ 13 ພາກ 8 ໝວດ ແລະ 115 ມາດຕາ ໃນນັ້ນ ເພີ່ມເຂົ້າໃໝ່ 70 ມາດຕາ ປັບປຸງເນື້ອໃນ 43 ມາດຕາ ແລະ ຍັງຮັກສາໄວ້ 2 ມາດຕາ ຄື: ມາດຕາ 70 ບູລິມະສິດການໃຊ້ແທນຄ່າເສຍຫາຍທາງແພ່ງ ໂທດປັບໃໝ ໂທດຮີບຊັບ ຫຼື ຮີບວັດຖຸສິ່ງຂອງ ແລະ ມາດຕາ 114 ການຈັດຕັ້ງປະຕິບັດ.

    ສ່ວນຕອນບ່າຍ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ຈະຂຶ້ນຜ່ານຮ່າງກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ ສຳລັບຮ່າງກົດໝາຍສະບັບດັ່ງກ່າວ ແມ່ນໄດ້ຜ່ານຂັ້ນຕອນຂອງຂະບວນການສ້າງກົດໝາຍຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການສ້ອງຕິນິກຳ ສະບັບປີ 2012 ຢ່າງຖືກຕ້ອງ ແລະ ສອດຄ່ອງ ເຊິ່ງຮ່າງກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ ປະກອບມີ 2 ໝວດ ແລະ 61 ມາດຕາ.

# ຂ່າວ & ພາບ :  ຊິລິການດາ  

error: Content is protected !!