ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ຈຳນວນຫຼາຍ ແລະ ເສຍຊີວິດໃໝ່ 5 ຄົນ

    ຕາມການຖະແຫຼງຂ່າວຂອງທ່ານ ດຣ ສີສະຫວາດ ສຸດທະນີລະໄຊ ຮອງຫົວໜ້າກກົມຄວບຄຸມພະຍາດຕໍ່ ກະຊວງສາທາລະນະສຸກ ວັນທີ 15 ພະຈິກ 2021 ໃຫ້ຮູ້ວ່າ  ສະພາບການລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 14 ພະຈິກ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ ໂຄວິດ-19 ທັງໝົດ 4.941 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 826 ຄົນ (ຕິດເຊື້ອພາຍໃນ ມີ 825 ຄົນ ແລະ ຕິດເຊື້ອນໍາເຂົ້າ 1 ຄົນ).

    ສຳລັບການຕິດເຊືື້ອພາຍໃນໃໝ່ 825 ຄົນ ຈາກ 17 ແຂວງ ມີລາຍລະອຽດດັ່ງນີ້

  • ນະຄອນຫຼວງວຽງຈັນ (ນວ) 292 ຄົນ ມາຈາກ 105 ບ້ານ ໃນ 8 ເມືອງ ຄື ເມືອງຈັນທະບູລີມີ 15 ບ້ານ (37 ຄົນ) ສີໂຄດຕະບອງ ມີ 21 ບ້ານ (44 ຄົນ) ໄຊເສດຖາ ມີ 24 ບ້ານ (57 ຄົນ) ສີສັດຕະນາກມີ 10 ບ້ານ (17 ຄົນ) ນາຊາຍທອງ ມີ 3 ບ້ານ (4 ຄົນ) ໄຊທານີມີ 21 ບ້ານ (104 ຄົນ) ຫາດຊາຍຟອງມີ 10 ບ້ານ (17 ຄົນ) ສັງທອງ ມີ 1 ບ້ານ ( 1 ຄົນ) ຕ່າງແຂວງ 1 ຄົນ ມາຈາກແຂວງວຽງຈັນ ແລະ ຍັງສືບຕໍ່ເອົາຂໍ້ມູນ 11 ຄົນ
  • ຫຼວງພະບາງ ມີ 146 ຄົນ
  • ວຽງຈັນ ມີ 140 ຄົນ
  • ຫຼວງນ້ຳທາ ມີ 18 ຄົນ ໃນ 9 ບ້ານ ແລະ 3 ເມືອງ
  • ຜົ້ງສາລີ ມີ 11 ຄົນ ໃນ 6 ບ້ານ ແລະ 2 ເມືອງ
  • ໄຊຍະບູລີ ມີ 30 ຄົນ ໃນ 12 ບ້ານ ແລະ 1 ເມືອງ
  • ຈຳປາສັກ ມີ 48 ຄົນ ໃນ 26 ບ້ານ ແລະ 6 ເມືອງ
  • ອຸດົມໄຊ ມີ 17 ຄົນ ໃນ 7 ບ້ານ ແລະ 1 ເມືອງ
  • ເຊກອງ ມີ 9 ຄົນ ໃນ 6 ບ້ານ 2 ເມືອງ
  • ບໍລິຄຳໄຊ ມີ 8 ຄົນ ໃນ 4 ບ້ານ 2 ເມືອງ
  • ຄຳມ່ວນ ມີ 9 ຄົນ ໃນ 5 ບ້ານ 2 ເມືອງ
  • ສະຫວັນນະເຂດ ມີ 13 ຄົນ ໃນ 6 ບ້ານ 2 ເມືອງ
  • ບໍ່ແກ້ວ ມີ 58 ຄົນ ໃນ 13 ບ້ານ 2 ເມືອງ
  • ສາລະວັນ ມີ 20 ຄົນ ໃນ 2 ບ້ານ 1 ເມືອງ
  • ຊຽງຂວາງ ມີ 1 ຄົນ ໃນ 1 ບ້ານ 1 ເມືອງ
  • ຫົວພັນ ມີ 4 ຄົນ ໃນ 1 ບ້ານ 1 ເມືອງ
  • ໄຊສົມບູນ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ

    ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 1 ຄົນ ຈາກ ນວ 1 ຄົນ ເຊິ່ງໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້ ມາຮອດວັນທີ 15 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 55.018 ຄົນ ເສຍຊີວິດສະສົມ 104 ຄົນ (ໃໝ່ 05) ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 483 ຄົນ ກໍາລັງປິ່ນປົວ 10.158 ຄົນ.

# ຂ່າວ & ພາບ :  ອົ່ນ ໄຟສົມທອງ  

error: Content is protected !!