ວັນທີ 17 ພະຈິກ ທົ່ວປະເທດໄດິເກັບຕົວຢ່າງກວດຫາເຊື້ອພະຍາດໂຄວິດ-19 ທັງໝົດ 7.432 ຕົວຢ່າງ ໃນນີ້ກວດພົບຜູ້ຕິດເຊື້ອໃໝ່ 1.032 ຄົນ ໃນນີ້ ຕິດເຊື້ອພາຍໃນ 1.018 ຄົນ ຈາກນະຄອນຫຼວງວຽງຈັນ 409 ຄົນ ມາຈາກ 166 ບ້ານ ໃນ 8 ເມືອງ ຫຼວງພະບາງ 137 ຄົນ ຜົ້ງສາລີ 97 ຄົນ ວຽງຈັນ 74 ຄົນ ຄໍາມ່ວນ 53 ຄົນ ຈໍາປາສັກ 51 ຄົນ ໄຊຍະບູລີ 47 ຄົນ ອຸດົມໄຊ 41 ຄົນ ບໍ່ແກ້ວ 41 ຄົນ ບໍລິຄໍາໄຊ 27 ຄົນ ຫຼວງນໍ້າທາ 12 ຄົນ ສະຫວັນນະເຂດ 3 ຄົນ ຊຽງຂວາງ 3 ຄົນ ອັດຕະປື 3 ຄົນ ສາລະວັນ 2 ຄົນ ແລະ ແຂວງຫົວພັນ 1 ຄົນ.

ສ່ວນກໍລະນີນໍາເຂົ້າ ມີ 14 ຄົນ ແລະ ເສຍຊີວິດເພີ່ມ 2 ຄົນ ມາຮອດປັດຈຸບັນມີຕົວເລກສະສົມທັງໝົດ 53.207 ຄົນ ເສຍຊິວິດສະສົມ 96 ຄົນ ປິ່ນປົວຫາຍດີອອກໂຮງໝໍວັນທີ 11 ພະຈິກ 571 ຄົນ.
ສໍາລັບລາຍລະອຽດຜູ້ເສຍຊີວິດມີຄື
- ຜູ້ທີ 1 : ເພດຍິງ ອາຍຸ 56 ປີ ບ້ານແກ້ງປາຢ່າງ ເມືອງຫາດຊາຍຟອງ ມີພະຍາດປະຈໍາໂຕເບົາຫວານ ໄດ້ສັກຢາວັກຊິນໄຟເຊີ່ຄົບສອງເຂັມ ເວລາ 16:00ຂອງວັນທີ 11 ພະຈິກ ຜູ້ກ່ຽວເຂົ້າໂຮງໝໍດ້ວຍອາການງ່ວງຊຶມ ຫາຍໃຈຝືດ ພ້ອມທັງເກັບຄົວຢ່າງມາກວດຊອກຫາເຊື້ອພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ ເວລາ 3:15 ໂມງ ຂອງວັນທີ 12 ພະຈິກ ຜູ້ກ່ຽວໄດ້ເສຍຊີວິດ ສາເຫດເສຍຊິວິດແມ່ນຊຸດໂຊມລະບົບຫາຍໃຈ ບວກກັບພະຍາດໂຄວິດ
- ຜູ້ທີ 2 : ເພດຊາຍອາຍຸ 86 ປີ ບ້ານຂຸນຕາທ່າ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ມີພະຍາດປະຈໍາໂຕ ຄວາມດັນເລືອດສູງ ສັກຢາວັກຊິນຈອນສັນແອນຈອນສັນ ເວລາ 18:50 ໂມງ ຂອງວັນທີ 6 ພະຈິກ ຜູ້ກ່ຽວເຂົ້ານອນໂຮງໝໍດ້ວຍອາການງ່ວງຊຶມ ແລະ ບໍ່ໄດ້ສະຕິ ພ້ອມທັງເກັບຕົວຢ່າງມາກວດຊອກຫາເຊື້ອພະຍາດ ໂຄວິດ-19 ຜົນກວດ ພົບເຊື້ອ ເວລານອນປິ່ນປົວຢູ່ໂຮງໝໍ ວັນທີ 6-12 ພະຈິກ ອາຫານບໍ່ດີຂຶ້ນ ແພດຊ່ວຍສຸດຄວາມສາມາດ ເວລາ 5:57 ໂມງ ວັນທີ 12 ພະຈິກ ຜູ້ກ້ຽງໄດ້ເສຍຊິວິດ.
..# ຂ່າວ – ພາບ : ຂັນທະວີ