ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 985 ຄົນ ແລະ ເສຍຊິວິດອີກ 3

    ທ່ານນາງ ພອນປະເສິດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະສະສຸກ ຖະແຫຼງຂ່າວກ່ຽວກັບສະພາບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 14 ພະຈິກ 2021 ວ່າ:  ວັນທີ 12 ພະຈິກ ໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 5.686 ຄົນ ໃນນີ້ ກວດພົບຜູ້ຕິດເຊື້ອໃໝ່ 985 ຄົນ ໃນນີ້ຕິດເຊື້ອຈາກພາຍໃນ 981 ຄົນຄື: 

  • ຈາກນະຄອນຫຼວງວຽງຈັນ 489 ຄົນມາຈາກ 145 ບ້ານໃນ 7 ເມືອງ 
  • ຫຼວງພະບາງ 126 ຄົນ 
  • ຈໍາປາສັກ 70 ຄົນ 
  • ອຸດົມໄຊ 57 ຄົນ 
  • ຫຼວງນໍ້າທາ 45 ຄົນ 
  • ວຽງຈັນ 45 ຄົນ 
  • ຜົ້ງສາລີ 16 ຄົນ 
  • ບໍລິຄໍາໄຊ 11 ຄົນ 
  • ເຊກອງ 10 ຄົນ 
  • ສະຫວັນນະເຂດ 9 ຄົນ 
  • ຄໍາມ່ວນ 3 ຄົນ ແລະ 
  • ສາລະວັນ 2 ຄົນ 

    ສ່ວນຜູ້ຕິດເຊື້ອທີ່ນໍາເຂົ້າມີ 4 ຄົນ ໃນນີ້ນະຄອນຫຼວງວຽງຈັນ 1 ຄົນ ຈໍາປາສັກ 1 ຄົນ ແລະ ສະຫວັນນະເຂດ 2 ຄົນ ມາຮອດປັດຈຸບັນມີຕົວເລກຕິດເຊື້ອສະສົມທັງໝົດ 54.192 ຄົນ ເສຍຊິວິດສະສົມ 99 ຄົນ ໃນນີ້ເສຍຊິວິດເພີ່ມໃໝ່ 3 ຄົນ ແລະ ປິ່ນປົວຫາຍດີວັນທີ 13 ພະຈິກ ຈໍານວນ 730 ຄົນ ຈໍານວນຜູ້ທີ່ຍັງປິ່ນປົວແມ່ນ 10.356 ຄົນ ເຊິ່ງໝາຍຄວາມວ່າປັດຈຸບັນຍັງມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວມ 1,9% ຂອງຈໍານວນຜູ້ຕິດເຊື້ອທັງໝົດ ແລະ ປິ່ນປົງຫາຍດີແລ້ວແມ່ນ 1%.

..# ຂ່າວ – ພາບ :  ຂັນທະວີ

error: Content is protected !!