ວັນທີ 12 ພະຈິກ 2021 ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສສ.ຫວຽດນາມ ຮ່ວມກັບສະຖານທູດເອກອັກຄະລາຊະທູດແຫ່ງລາຊະອານາຈັກນອກແວ ປະຈໍາ ສປປ ລາວ ໄດ້ຈັດງານສະເຫຼີມ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກນອກແວ ຄົບຮອບ 30 ປີ ໂດຍມີທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈຳ ສສ.ຫວຽດນາມ ທ່ານ ນາງ ເກຣເຕ ໂລເກນ (H.E. Ms.GRETE LOCHEN) ເອກອັກຄະຣາສະທູດວິສາມັນຜູ້ມີອໍານາດເຕັມແຫ່ງລາຊະອານາຈັກນອກແວ ປະຈໍາ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ນະຄອນຫຼວງຮ່າໂນ້ຍ ສສ. ຫວຽດນາມ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.
ໂອກາດອັນມີຄວາມໝາຍດັ່ງກ່າວ ທ່ານ ແສງເພັດ ຮຸ່ງບຸນຍວງ ແລະ ທ່ານ ນາງ ເກຣເຕ ໂລເກນ ກໍໄດ້ຜັດປ່ຽນກັນຂຶ້ນກ່າວຄຳເຫັນ ເຊິ່ງທັງສອງຝ່າຍໄດ້ຕີລາຄາສູງຕໍ່ຜົນສຳເລັດແຫ່ງການພົວພັນຮ່ວມມືລະ ຫວ່າງສອງລັດຖະບານ ກໍຄືປະຊາຊົນສອງຊາດ ລາວ-ນອກແວ ໃນໄລຍະ 30 ປີຜ່ານມາ ສາຍພົວພັນຮ່ວມມືຂອງສອງປະເທດ ແມ່ນໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານເຄົາລົບນັບຖືເຊິ່ງກັນ ແລະ ກັນ ແລະ ຮ່ວມມືກັນ ເພື່ອການພັດທະນາແບບຍືນຍົງ ສອງຝ່າຍໄດ້ມີການຮ່ວມມືກັນໃນຫຼາຍຂົງເຂດວຽກງານ ເຊັ່ນ:ພະລັງງານໄຟຟ້າ ໂຄງການສະໜອງນໍ້າສະອາດໃຫ້ແກ່ຊຸມຊົນ ຂະແໜງການສຶກສາ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ການເກັບກູ້ລະເບີດບໍ່ທັນແຕກ (UXO) ການສ້າງຂີດຄວາມສາມາດໃຫ້ແກ່ພະນັກງານ ແລະ ອື່ນໆ.

ທັງສອງຝ່າຍຕ່າງກໍສະແດງຄວາມມຸ່ງຫວັງທີ່ຈະສືບຕໍ່ເສີມສ້າງ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ລາວ-ນອກແວ ໃຫ້ນັບມື້ແຕກດອກອອກຜົນ ແລະ ເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນ.

..# ຂ່າວ – ພາບ : ສະຖານທູດລາວທີ່ຮ່າໂນ້ຍ