
ພາຍຫຼັງທີ່ໄດ້ຮັບຮູ້ຂໍ້ມູນຂ່າວສານໃນການແຜ່ລະບາດຂອງພະຍາດອັກເສບເຊື້ອຈຸລະໂຣກສາຍພັນ ໃໝ່ ຫຼື COVID-19 ທີ່ພວມແຜ່ລະບາດໃນຫຼາຍປະເທດໃນທົ່ວໂລກ ເພື່ອເປັນການປ້ອງກັນ ແລະ ຄວບຄຸມພະຍາດນີ້ ຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ ກໍຄືກະຊວງສາທາລະນະສຸກໄດ້ເຜີຍແຜ່ແນະນຳວິທີປ້ອງກັນພະຍາດໃຫ້ກັບສັງຄົມໄດ້ຮັບຮູ້ ໂດຍສະເພາະໄດ້ເຜີຍແຜ່ໃຫ້ກັບຜູ້ປະກອບການທຸລະກິດ ສູນການຄ້າ ໂຮງຮຽນ ໃຫ້ຮູ້ວິທີປ້ອງກັນຂັ້ນເບື້ອງຕົ້ນ ເຊິ່ງປັດຈຸບັນໄດ້ມີບາງຫົວໜ່ວຍທຸລະກິດ ແລະ ບາງໂຮງຮຽນໄດ້ໃຫ້ຄວາມສຳຄັນ ແລະ ເລີ່ມຈັດຕັ້ງປະຕິບັດໂດຍການກວດວັດແທກອຸນຫະພູມ ແລະ ວາງເຈວລ້າງມືໄວ້ຈຸດຕ່າງໆ.

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໄດ້ຖະແຫຼງຂ່າວກ່ຽວກັບພະຍາດດັ່ງກ່າວໃນວັນທີ 10 ມີນາ 2020 ທີ່ກະຊວງສາທາລະນະສຸກວ່າ: ບັນດາຜູ້ປະກອບການທຸລະກິດ ມີບົດບາດສຳຄັນໃນການຊ່ວຍບຸກຄະລະກອນປ້ອງກັນຕົນເອງຈາກການຕິດເຊື້ອພະຍາດ COVID-19 ດັ່ງນັ້ນຈຶ່ງເປັນສິ່ງສຳຄັນທີ່ຜູ້ປະກອບການທຸລະກິດທຸກຄົນຄວນແນະນຳບຸກຄະລາກອນຮັກສາສຸຂະພາບຂອງຕົນເອງໃຫ້ແຂງແຮງຢູ່ສະເໜີ ຮັບປະກັນວ່າມີສະຖານທີ່ລ້າງມືໃຫ້ສະອາດ ປະຕິບັດມາລະຍາດໃນການໄອ ຈາມ ສຳລັບຜູ້ທີ່ເຮັດວຽກກ່ຽວພັນກັບສັດ ຄວນມີອຸປະກອນທີ່ ເໝາະສົມ ແລະ ປອດໄພ ແຈ້ງເຕືອນບຸກຄະລາກອນໃຫ້ເອົາໃຈໃສ່ຕິດຕາມຕົນເອງກ່ຽວກັບໝວດອາການທີ່ຄິດວ່າຕິດເຊື້ອພະຍາດດັ່ງກ່າວເຊັ່ນ: ໄຂ້ ໄອ ແລະ ຫາຍໃຈຍາກ ຖ້າບຸກຄະລາກອນທ່ານໃດມີອາການດັ່ງກ່່າວໃຫ້ຕິດຕໍ່ຫາສາຍດ່ວນ 166 ທັນທີເພື່ອຂໍຄຳແນະນຳສິ່ງທີ່ຄວນປະຕິບັດໃນຂັ້ນຕໍ່ໄປ.

ເພື່ອເປັນການປ້ອງກັນ ແລະ ຮັກສາສຸຂະພາບບໍ່ໃຫ້ຕິດເຊື້ອພະຍາດ ທຸກຄົນຄວນປະຕິບັດຄື: ລ້າງມືໃສ່ສະບູ ລ້າງນ້ຳສະອາດ ຫຼື ເຈວລ້າງມືເປັນປະຈຳ ເມື່ອທ່ານມີອາການໄອຈາມຕ້ອງປິດປາກ ແລະ ດັງດ້ວຍເຈ້ຍອະນາໄມ ຫຼື ກົກແຂນຂອງທ່ານ ຈາກນັ້ນຖິ້ມເຈ້ຍອະນາໄມລົງຖັງຂີ້ເຫຍື້ອທັນທີ ຫຼີກລ່ຽງການສຳຜັດໃກ້ຊິດກັບຄົນທີ່ມີອາການໄຂ້ ໄອ ເຈັບຄໍ ຫຼື ຫາຍໃຈຍາກ ຫຼີກລ່ຽງການສຳຜັດຕາ ດັງ ແລະ ປາກຖ້າບໍ່ໄດ້ລ້າງມື ຫຼີກລ່ຽງການສຳຜັດກັບສັດທີ່ເຫງົາ ຫຼື ສັດບໍ່ມີເຈົ້າຂອງ ໂດຍສະເພາະຢູ່ຕະຫຼາດສົດ ຖ້າຈຳເປັນແມ່ນຕ້ອງລ້າງມືໃຫ້ສະອາດທຸກຄັ້ງພາຍຫຼັງສຳຜັດສັດຕ່າງໆ ຫຼີກລ່ຽງການເດີນທາງໄປສະຖານທີ່ແອອັດ ການສຳຜັດກັບບຸກຄົນອື່ນໆ ແລະ ບໍ່ຄວນໄປເຮັດວຽກ ຫຼື ໄປໂຮງຮຽນຖ້າຮູ້ສຶກບໍ່ສະບາຍ ຖ້າມີອາການໄຂ້ ໄອ ເຈັບຄໍ ຫາຍໃຈຍາກ ຫຼື ຕ້ອງການເບິ່ງແຍງບຸກຄົນທີ່ມີອາການສະແດງອອກດັ່ງກ່າວ ຄວນໃສ່ຜ້າອັດປາກ-ດັງ.