
ອີງຕາມການລາຍງານສະພາບການເກີດອັກຄີໄພທົ່ວນະຄອນຫຼວງວຽງຈັນ (ນວ) ໃນເດືອນກຸມພາຂອງພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນວ ໃນວັນທີ 12 ມີນາ 2020 ຊາບວ່າ: ເດືອນກຸມພາ 2020 ຢູ່ ນວ ມີອັກຄີໄພເກີດຂຶ້ນທັງໝົດ 9 ຄັ້ງ ໃນນັ້ນມີໄຟໄໝ້ກາງ 1 ຄັ້ງ ແລະ ໄໝ້ນ້ອຍ 8 ຄັ້ງ ຄວາມເສຍຫາຍມີເຮືອນສອງຊັ້ນ ລຸ່ມກໍ່ເທິງໄມ້ 2 ຫຼັງ ເຮືອນກໍ່ສອງຊັ້ນລວກດ້ານຫຼັງ 1 ຫຼັງ ເຮືອນກໍ່ຊັ້ນດຽວຖືກລວກດ້ານຫຼັງ 2 ຫຼັງ ຫ້ອງກິນເຂົ້າ 1 ຫ້ອງ ລົດເກັງ 1 ຄັນ ໄຟໄໝ້ປ່າຫຍ້າຫາດດອນຈັນ 12 ເຮັກຕາ ສວນມັນຕົ້ນ 2 ເຮັກຕາ ຕໍໄມ້ແຫ້ງ 1 ຕົ້ນ ແລະ ໄໝ້ລົດຈັກ 3 ຄັນ ເຊິ່ງສາເຫດຂອງການເກີດອັກຄີໄພມາຈາກໄຟຟ້າຊ໋ອດ 2 ຄັ້ງ ຈູດປ່າຊະຊາຍ 4 ຄັ້ງ ຈູດຂີ້ເຫຍື່ອແລ້ວລາມ 1 ຄັ້ງ ຂັດຂ້ອງທາງດ້ານເຕັກນິກລົດ 1 ຄັ້ງ ແລະ ຈູດຢາງຕີນລົດເກົ່າ 1 ຄັ້ງ ລວມມູນຄ່າຄວາມເສຍຫາຍປະມານ 700 ລ້ານກີບ.

ເພື່ອຫຼີກລ່ຽງໄພອັນຕະລາຍທີ່ອາດເກີດຂຶ້ນ ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນ ທຸກອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ແລະ ຊາວຕ່າງຊາດທີ່ດຳລົງຊີວິດຢູ່ ນວ ຈົ່ງມີສະຕິລະຫວັງຕົວໃນການຊົມໃຊ້ຟືນໄຟໃຫ້ຖືກຕ້ອງ ຄຸ້ມຄອງໃຫ້ຖືກຫຼັກການ ຖ້າເຮົາຢຸດການນຳໃຊ້ແລ້ວໃຫ້ປິດສະວິດໄຟ ຖອດປັກສຽບອອກ ຫຼື ງັບແບຣກເກີລົງທຸກຄັ້ງ ໃຫ້ຖືເອົາວຽກງານປ້ອງກັນອັກຄີໄພເປັນວຽກປະຈຳວັນຂອງເຮົາ ບໍ່ໃຫ້ປະໝາດ ຖ້າເຮົາຖືເບົາ ຫຼື ປະໝາດ ອາດຈະເສຍໃຈຕາມຫຼັງ.