ອົງການ AUF ຊ່ວຍເຫຼືອໂຄງການຂອງມະຫາວິທະຍາໄລວິທະຍາສາດສຸຂະພາບ

    ເພື່ອສ້າງຂີດຄວາມສາມາດໃຫ້ກັບພະຍາບານລາວ ອົງການ AUF ໃຫ້ຮູ້ໃນວັນທີ 9 ພະຈິກ 2021 ນີ້ວ່າ: ໃນຈຳນວນ 438 ໂຄງການຈາກ 238 ມະຫາວິທະຍາໄລ ແລະ ສະຖາບັນສະມາຊິກຂອງອົງການ AUF ໃນ 60 ປະເທດທີ່ສົ່ງເຂົ້າແຂ່ງຂັນ ໂຄງການທີ່ຄະນະພະຍາບານສາດ ມະຫາວິທະຍາໄລວິທະຍາສາດສຸຂະພາບ ແຫ່ງ ສປປ ລາວ ສົ່ງເຂົ້າຮ່ວມແຂ່ງຂັນ ໄດ້ຮັບການຄັດເລືອກເພື່ອຮັບທຶນຈາກກອງທຶນພິເສດ COVID-19 ທີ່ມີມູນຄ່າ 1.2 ລ້ານເອີໂຣ ທຶນດັ່ງກ່າວແມ່ນຈະຖືກນຳໃຊ້ເຂົ້າໃນວຽກງານການຄົ້ນຄວ້າຜົນກະທົບຂອງການລະບາດຂອງພະຍາດ COVID-19 ຕໍ່ກັບຄຸນນະພາບການປະຕິບັດງານ ແລະ ຄວາມປອດໄພຂອງພະຍາບານ ແລະ ການດູແລທາງດ້ານພະຍາບານຢູ່ໂຮງໝໍຂັ້ນສູນກາງ ແລະ ຊົນນະບົດຂອງນະຄອນຫຼວງວຽງຈັນ ໂດຍຜ່ານວິທີການທີ່ຫຼາກຫຼາຍທາງດ້ານວີຊາການ ໂດຍການເປັນເຈົ້າການໃນໂຄງການຂອງມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງ ສປປ ລາວ ຄະນະວິຊາພະຍາບານສາດ ໂດຍຮ່ວມມືກັບສະຖາບັນຄົ້ນຄວ້າ ແລະ ກົມການສຶກສາການແພດ ແລະ ສະຖາບັນແພດເຂດຮ້ອນ ແລະ ສາທາລະນະສຸກ ພາຍໃຕ້ການຊີ້ນຳຂອງສະຖາບັນຄົ້ນຄວ້າ ແລະ ພັດທະນາ ແລະ ໂດຍປະສານສົມທົບກັບມູນນິທິປີແອ ຟາບເບີຣ (Pierre Fabre) ໄດ້ຮັບທຶນຊ່ວຍເຫຼືອທາງດ້ານການເງີນຈຳນວນ 20.000 ເອີໂຣ. ໂຄງການນີ້ ເລີ່ມຕົ້ນມາຈາກການສັງເກດເຫັນວ່າ ໃນໄລຍະວິກິດການດ້ານສຸຂະພາບເຊັ່ນ: ການລະບາດຂອງພະຍາດ Covid-19 ໃນປັດຈຸບັນ ຜູ້ຊ່ຽວຊານດ້ານສຸຂະພາບ ໂດຍສະເພາະແມ່ນພະຍາບານ ເຊິ່ງເປັນບຸຄະລາກອນດ່ານໜ້າ ເຖິງຢ່າງໃດກໍຕາມ ຄວາມຮິບດ່ວນໃນການຮັບມືກັບການລະບາດຂອງພະຍາດລະບາດຄັ້ງໃໝ່ ເຮັດໃຫ້ຜູ້ຊ່ຽວຊານເຫຼົ່ານີ້ໄດ້ຮັບຄວາມກົດດັນໃນ ສປປ ລາວ ພະຍາບານໄດ້ຖືກຮຽກຮ້ອງໃຫ້ເບິ່ງແຍງຜູ້ຕິດເຊື້ອ Covid-19 ໂດຍທີ່ເຂົາເຈົ້າບໍ່ໄດ້ຮັບການຝຶກອົບຮົມສະເພາະດ້ານ ພວກເຂົາຕ້ອງປະເຊີນກັບສະຖານະການທີ່ບໍ່ເຄີຍມີມາກ່ອນ ແລະ ຄວາມກົດດັນໃນສະພາບການທີ່ຍັງບໍ່ທັນຮູ້ຈັກດີ.

    ດັ່ງນັ້ນ ຈຶ່ງເຫັນວ່າມີຄວາມສໍາຄັນຫຼາຍສໍາລັບຄະນະພະຍາບານສາດ ທີ່ຈະຕ້ອງຖອດຖອນບົດຮຽນຈາກປະສົບການດັ່ງກ່າວ ແລະ ປະເມີນຜົນກະທົບຂອງພະຍາດ COVID-19 ຄືນອີກເພື່ອ: ຊອກຫາຫຼັກຖານຢືນຢັນ ແລະ ວິເຄາະຄວາມຮູ້ ການປະຕິບັດ ການປັບຕົວ ແລະ ປະສົບການຂອງພະຍາບານ ແລະ ກໍານົດຄວາມຕ້ອງການ ແລະ ຜົນກະທົບຕໍ່ຊີວິດປະຈໍາວັນຂອງເຂົາເຈົ້າ ທົບທວນຄືນການປະຕິບັດຈາກຜົນໄດ້ຮັບໃນການພັດທະນາຄູ່ມືການຄຸ້ມຄອງໃໝ່ ແລະ ກອງປະຊຸມວິຊາການກ່ຽວກັບການຫຼຸດຜ່ອນຄວາມວິຕົກກັງວົນດັ່ງກ່າວ ນຳໃຊ້ຂໍ້ມູນໃນຮູບແບບທີ່ທັນສະໄໝຂຶ້ນ.

    ສະຫຼຸບແລ້ວ ໂຄງການຄົ້ນຄ້ວານີ້ ມີເປົ້າໝາຍໃນການເກັບກຳຂໍ້ມູນກ່ຽວກັບຜົນກະທົບຂອງການແຜ່ລະບາດຂອງພະຍາດ Covid-19 ທີ່ມີຕໍ່ພະຍາບານ ເປັນຕົ້ນແມ່ນ (ຄວາມຮູ້ ຄວາມສາມາດ ຄວາມຮັບຜິດຊອບໃນການດູແລຮັກສາສຸຂະພາບທາງດ້ານຮ່າງກາຍ ແລະ ດ້ານຈິດໃຈ ລວມທັງຜົນກະທົບທາງດ້ານຈິດຕະວິທະຍາ ແລະ ສັງຄົມ) ແລະ ຜົນທີ່ຄາດວ່າຈະໄດ້ຮັບມີຄື: ມີຄວາມຮູ້ກ່ຽວກັບພະຍາດຫຼາຍຂື້ນເພື່ອໃຫ້ມີຄວາມຮັບຜິດຊອບທາງດ້ານຄຸນນະພາບໃນການດູແລຮັກສາທີ່ມີຄວາມປອດໄພສູງຂຶ້ນກວ່າເກົ່າ ການເຮັດໃຫ້ສະຖານະການທີ່ມີຄວາມກົດດັນ ແລະ ຄວາມສ່ຽງຜ່ອນຄາຍລົງ ເສີມສ້າງຂີດຄວາມສາມາດໃຫ້ກັບຄະນະພະຍາບານສາດໃຫ້ສູງຂຶ້ນ.

    ຜົນຈາກການຄັດເລືອກເອົາໂຄງການທີ່ເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ 56 ໂຄງການທີ່ນຳໂດຍ 52 ສະຖາບັນການສຶກສາຊັ້ນສູງໃນ 37 ປະເທດຈະໄດ້ຮັບທຶນຊ່ວຍເຫຼືອເປັນເວລາ 12 ເດືອນ ແລະ ບາງໂຄງການຈະເລີ່ມປະຕິບັດໃນຕົ້ນເດືອນທັນວາປີ 2021.

error: Content is protected !!