25 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ບໍລິສັດ ລາວໂທລະ​ຄົມ

    ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ (ລລທ) ຈັດພິທີສະ​ເຫຼີມສະຫຼອງ​ວັນ​ສ້າງ​ຕັ້ງແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດລາວ​ໂທລະ​ຄົມ ຄົບຮອບ 25 ປີ (11 ພະຈິກ 1996-11 ພະຈິກ 2021)​ ຂຶ້ນວັນທີ 11 ພະຈິກ 2021 ທີ່ຫໍປະຊຸມແຫ່ງຊາດ ໂດຍມີທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນລີຊີ ແລະ ການສື່ສານ ບັນດາຄະນະອຳນວຍການບໍລິສັດ ລາວໂທລະຄົມ  ພ້ອມດ້ວຍແຂກຖືກເຊີນ ແລະ ພະນັກງານສາຂາທົ່ວປະເທດເຂົ້າຮ່ວມຜ່ານລະບົບອອນລາຍ.

    ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ກ່າວວ່າ: ບໍລິສັດ ​ລລທ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນໃນ​ວັນ​ທີ 11 ພະຈິກ 1996  ເຊິ່ງ​ເປັນ​ການ​ລວມ​ເອົາບໍລິສັດ ໂທລະ​ຄົມມະນາຄົມ​ລາວ ​ແລະ ບໍລິສັດ ຊິນ​ນະ​ວັດຕຣ​າ ​ເທ​ເລຄອມ​ຈໍາກັດ ຮ່ວມທຶນເຂົ້າກັນ ໂດຍ​ລັດຖະບານ​ລາວ ຖື​ຮຸ້ນ 51% ​ແລະ ບໍລິສັດ ​ເຊັນ​ນິງຕັນ ອິນ​ເວສເມັນ ສິງກະ​ໂປ ຖື​ຮຸ້ນ 49%.

    ການຈັດພິທີຄັ້ງນີ້ ເປັນການສັງລວມຄືນບັນດາຜົນງານການເຄື່ອນໄຫວການດຳເນີນທຸລະກິດຂອງ ບໍລິສັດລາວໂທລະຄົມໃນ 25 ກວ່າປີທີ່ຜ່ານມາ. ຄະນະພັກ ຄະນະນຳບໍລິສັດ ໄດ້ນຳພາບໍລິສັດ ລາວໂທລະຄົມ ຜ່ານຜ່າທຸກຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ  ຕັ້ງໜ້າຊີ້ນໍາ​-ນໍາພາບໍລິສັດໃຫ້ເຕີບໃຫຍ່ ຂະຫຍາຍຕົວເປັນກ້າວໆ ທັງດ້ານປະລິມານ ແລະ ຄຸນນະພາບ ເຮັດໃຫ້ໂຄງລ່າງພື້ນຖານທາງດ້ານໂທລະຄົມມີການພັດທະນາໃຫ້ທັນສະໄໝຢູ່ສະເໝີ.

    ໄລ​ຍະ 25 ປີຜ່ານມາ ລລທ  ສາມາດຂະຫຍາຍລູກຄ້າໃໝ່ ແລະ ຮັກສາຈຳນວນລູກຄ້າເກົ່າໄວ້ໄດ້ ມາເຖິງປັດຈຸບັນ ມີຖານລູກຄ້າ 3,5 ລ້ານກວ່າລູກຄ້າ ມີລູກຄ້າ FTTH 66.000 ກ່ວາລູກຄ້າ ມີສະຖານີຖານ (BTS) ທັງໝົດ 7.304 ແຫ່ງ ໃນນີ້ ສະຖານີ GSM 2G 2.000 ກວ່າສະຖານີ 3G 3.300 ກວ່າສະຖານີ 4G 4.000 ກວ່າສະຖານີ 4.5G 700  ກວ່າສະຖານີ  5G 10 ກວ່າສະຖານີ ແລະ FTTH  PORT ຫຼາຍກວ່າ 100.000 Ports ມີລະບົບສາຍສົ່ງສາຍໄຍແກ້ວນຳແສງຍາວຫຼາຍກວ່າ 32.000 ກິໂລແມັດ ໃນນັ້ນ Backbone DWDM 4705 Km Capacity 100 Gbps.

       ການເຄື່ອນໄຫວດໍາເນີນທຸລະກິດຂອງ ລລທ ສາມາດສ້າງລາຍຮັບໄດ້ 20.000 ຕື້ກີບ ແລະ ມີກໍາໄລສຸດທິຫຼາຍ​ກວ່າ 5.000 ຕື້ກີບ ດ້ວຍຈັງຫວະການເຕີບໂຕຢ່າງຕໍ່ເນື່ອງ ສະເລ່ຍຫຼາຍ​ກວ່າ 22% ຕໍ່ປີ ສາມາດປະຕິບັດພັນທະໃຫ້ລັດຖະບານ​ມີ​ມູນ​ຄ່າຫຼາຍ​ກວ່າ 5. 000 ຕື້ກີບ ມອບ​ເງິນ​ປັນ​ຜົນ​ໃຫ້​ລັດຖະບານ ​ແລະ ຝ່າຍ​ຂາ​ຮຸ້ນ​ໄດ້ 351 ລ້ານ​ໂດ​ລາ​ສະ​ຫະລັດ. ພ້ອມ​ນັ້ນ ບໍລິສັດ ລາວ​ໂທລະ​ຄົມ​ ​ໄດ້​ເອົາ​ໃຈ​ໃສ່​ປະກອບສ່ວນ​ດ້ານ​ພັນທະ​ຂອງ​ຕົນ​ຕໍ່​ສັງຄົມ​ ອົງກາ​ນຈັດຕັ້ງ​ພັກ-ລັດຢ່າງ​ຕັ້ງໜ້າ ສະ​ແດງ​ອອກ​ໃຫ້​ເຫັນ​ມູນ​ຄ່າ​ການ​ຊ່ວຍ​ເຫຼືອ​​ສັງຄົມ ຕະຫຼອດ​ໄລຍະ 25 ປີ​ ຜ່ານ​ມາ ​ມີມູນຄ່າຫຼາຍກວ່າ 50 ຕື້ກີບ ໃນນີ້ ມີດ້ານການສືກສາ 3 ຕື້ກີບ  ດ້ານສາທາລະນະ 30 ຕື້ກີບ ແລະ ກອງປະຊຸມໃຫຍ່ຂອງພັກແຕ່ລະສະໄໝຫຼາຍກວ່າ 2 ຕື້ກີບ ອັນພົ້ນເດັ່ນ ໄດ້ປະກອບສ່ວນຊ່ວຍເຫຼືອລັດຖະບານ ແລະ ສັງຄົມເພື່ອປ້ອງກັນ ຄວບຄຸມ ແລະ ຕ້ານການແຜ່ລະບາດຂອງເຊື້ອພະຍາດ COVID-19 ແລະ ຍັງໄດ້ລະດົມທຶນຈາກຝ່າຍຂາຮຸ້ນຕ່າງປະເທດເພື່ອມອບໃຫ້ລັດຖະບານ ໃນນາມຂາຮຸ້ນອີກ 10.000 ໂດລາສະຫະລັດ ເປັນເງິນສົດ 6 ຕື້ກີບ ວັດຖຸບວກຄ່າບໍລິການດ້ານໂທລະຄົມ 11 ຕື້ກີບ ແລະ ຊ່ວຍລັດຖະບານ ສສ ຫລວຽດນາມ 10.000 ໂດລາສະຫະລັດ.ນອກຈາກ​ນີ້ ໄປຄຽງຄູ່ກັບການດໍາເນີນທຸລະກິດ ຍັງໄດ້ປັບປຸງລະບຽບ ນະໂຍບາຍສະຫວັດດີການສັງຄົມຕ່າງໆ​ໃຫ້​ສູງ​ຂຶ້ນ ເພື່ອຍົກສູງລະດັບຊີວິດການເປັນຢູ່ໃຫ້ພະນັກງານກຳມະກອນໃຫ້ດີຂຶ້ນເລື້ອຍໆ.

     ໃນ​ພິທີ​ດັ່ງກ່າວ ເພື່ອເປັນການສະແດງເຖິງຜົນງານຕະຫຼອດໄລຍະຜ່ານມາ ໄດ້ມີການປະດັບຫຼຽນໄຊ ແຮງງານຊັ້ນ I ຈາກລັດຖະບານ ໃຫ້ບໍລິສັດລາວໂທລະຄົມ ແລະ ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ຝ່າຍຖືຮຸ້ນຕ່າງປະເທດ  ແລະ ປະດັບຫຼຽນໄຊແຮງງານ ຊັ້ນ I.II.III. ຫຼຽນກາແຮງງານ ແລະ ໃບຍ້ອງຍໍຂັ້ນລັດຖະບານ ໃຫ້ພະນັກງານ ແລະ ພະນັກງານຝ່າຍຂາຮຸ້ນຕ່າງປະເທດທີ່ມີຜົນງານດີເດັ່ນໃນການປະກອບສ່ວນ​ເຮັດ​ໃຫ້ການ​ຮ່ວມ​ມື​ທາງ​ດ້ານການ​ດຳ​ເນີນ​ທຸລະ​ກິດ​ຂອງລາວ​ໂທລະ​ຄົມ​ ທີ່ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວເປັນ​ກ້າວໆ​ມາ.

      ໂອກາດນີ້  ທ່ານ ບໍ່ວຽງຄຳ ວົງດາລາ ຍັງໄດ້ຮັບກຽດໂອ້ລົມ ທ່ານໄດ້ຍ້ອງຍໍຊົມເຊີຍຜົນງານໃນໄລຍະຜ່ານມາ ທີ່ລາວ ​ໂທລະ​ຄົມ ຍາດ​ມາ​ໄດ້ ​ແລະ  ສາມາດຕອບສະໜອງຄວາມຮຽກຕ້ອງການຂອງ​ສັງຄົມ ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ດ້ານ​ໂທລະ​ຄົມ ​ກໍ​ໄດ້​ຮັບ​ການ​ພັດທະນາຢ່າງຕໍ່ເນື່ອງແຕ່ລະປີ ໃນຂອບເຂດທົ່ວປະເທດ ສິ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່​ໃນ​ຊຸມ​ປີ​ຕໍ່ໜ້າ ລລທ ຕ້ອງ​ໄດ້​ກຽມພ້ອມ​ຮອບດ້ານ ​​​ຈຳ​ເປັນ​ຕ້ອງ​ໄດ້ພັດທະ​ນາ​ຕົນ​ເອງ​ຢ່າງ​ບໍ່​ຢຸດ​ຢັ້ງ​ ​ເພື່ອ​ໃຫ້​ກາຍ​ເປັນ​ໜຶ່ງ​ໃນ​ຜູ້​ໃຫ້​ບໍລິການ​ດ້ານ​ສື່ສານ​ໂທລະ​ຄົມມະນາຄົມ​ຄົບ​ວົງ​ຈອນ​ໃນ ​ສປປ ລາວໃຫ້ຫຼາຍຂຶ້ນ.

..# ຂ່າວ – ພາບ :  ລັດເວລາ

error: Content is protected !!