ມອບ-ຮັບໂຄງການກໍ່ສ້າງໂຮງໝໍມະໂຫສົດໄລຍະທີ 1

    ພິທີມອບ-ຮັບໂຄງການຊ່ວຍເຫຼືອກໍ່ສ້າງໂຮງໝໍມະໂຫສົດ ກະຊວງສາທາລະນະສຸກ ໄລຍະທີ 1 ຈັດຂຶ້ນວັນທີ 11 ພະຈິກ 2021 ທີ່ໂຮງໝໍດັ່ງກ່າວ ໂດຍການກ່າວມອບຂອງທ່ານ ຈ່ຽງ ຈາຍ ຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ ແລະ ກ່າວຮັບຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

    ໂຄງການກໍ່ສ້າງໂຮງໝໍມະໂຫສົດ ເປັນໂຄງການທີ 1 ໃນຈໍານວນພັນຮ້ອຍໂຄງການຂອງກຸ່ມບໍລິສັດ ຈູ້ຈົງ ປັກກິ່ງ ເຊິ່ງເປັນໂຄງການທີ່ຜູ້ນໍາສູງສຸດຂອງສອງປະເທດໄດ້ວາງສີລາລຶກຮ່ວມກັນ ມີມູນຄ່າການກໍ່ສ້າງທັງໝົດ 592 ກວ່າລ້ານຢວນ ມີເນື້ອທີ່ປຸກສ້າງ 54.792.64 ຕາແມັດ ໄດ້ແບ່ງການກໍ່ສ້າງເປັນສອງໄລຍະ ເຊິ່ງໄລຍະທີ 1 ໄດ້ເລີ່ມແຕ່ເດືອນພະຈິກ ປີ 2018 ລວມມີການກໍ່ສ້າງພາກສ່ວນໃຕ້ດິນ ອາຄານນອນຄົນເຈັບ 8 ຊັ້ນ ແລະ ອາຄານຊຶມເຊື້ອ 4 ຊັ້ນ ພ້ອມດ້ວຍຕົບແຕ່ງພາຍໃນ ເປັນຕົ້ນ ການແລ່ນລະບົບໄຟຟ້າ ແອ ລະບົບລະບາຍອາກາດ ລະບົບແຈ້ງເຕືອນ ແລະ ດັບເພີງສຸກເສີນ ແລະ ລະບົບນ້ຳ ປັດຈຸບັນ ສໍາເລັດ 100% ແລະ ຫຼັງຈາກນີ້ ຈະເລີ່ມກໍ່ສ້າງໃນໄລຍະທີ 2 ຄາດວ່າຈະໃຫ້ສຳເລັດໃນປີ 2022.

    ໂອກາດນີ້ທ່ານ ລັດຖະມົນຕີກະຊວງສາທາລະນະສຸກກ່າວວ່າ: ໂຄງການກໍ່ສ້າງໂຮງໝໍມະໂຫສົດ ແມ່ນໄດ້ຮັບການຊ່ວຍເຫຼືອລ້າຈາກປະຊາຊົນ ແລະ ລັດຖະບານ ສປ ຈີນ ຖືວ່າເປັນໂຄງການທີ່ໃຫຍ່ ແລະ ເປັນໂຄງການກໍ່ສ້າງໂຮງໝໍທີ່ທັນສະໄໝ ທີ່ຊ່ວຍຍົກສູງຄຸນນະພາບຂອງການປິ່ນປົວໃນ ສປປ ລາວ ໂດຍສະເພາະໃນນະຄອນຫຼວງວຽງຈັນໃຫ້ດີຂຶ້ນເທື່ອລະກ້າວ ຢູ່ໃນໂຄງການນີ້ ນອກຈາກການຊ່ວຍເຫຼືອຕຶກອາຄານໂຮງໝໍຫຼັງໃໝ່ແລ້ວ ໂຄງການຍັງໄດ້ປະກອບອຸປະກອນການແພດທີ່ທັນສະໄໝໃຫ້ຄົບຊຸດ ແລະ ໄດ້ຈັດເຝິກອົບຮົມວິທີການນໍາໃຊ້ ວິທີການຮັກສາໃຫ້ແພດໝໍ ເພື່ອໃຫ້ສາມາດນໍາໃຊ້ ແລະ ທະນຸບໍາລຸງຮັກສາໄດ້ດ້ວຍຕົວເອງ ເຊິ່ງການມອບ-ຮັບຄັ້ງນີ້ ເປັນພຽງໄລຍະທີ 1 ຂອງໂຄງການດັ່ງກ່າວ ຫຼັງຈາກນັ້ນ ຈະມີການສືບຕໍ່ຈັດຕັ້ງປະຕິບັດໄລຍະທີ 2 ຂອງໂຄງການ ຄາດວ່າຈະໃຫ້ສໍາເລັດໃນ 1 ປີຕໍ່ໜ້າ ເພື່ອໃຫ້ໂຄງການໄລຍະທີສອງປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້

..# ຂ່າວ – ພາບ :  ຂັນທະວີ

error: Content is protected !!