ໃນບົດນີ້ທ່ານຈະໄດ້ຮູ້ກ່ຽວກັບການປິ່ນປົວໄພເສບຕິດອິນເຕີເນັດຢູ່ຈີນ ຂະບວນປຸກລະດົມໃຫ້ປະຊາຊົນໃຊ້ໂທລະສັບມືຖືເພື່ອເຕືອນພະນັກງານທີ່ຂາດຄວາມຮັບຜິດຊອບ ສຸດທ້າຍແມ່ນເລື່ອງລັດຖະມົນຕີປະເທດອຽກລັງລາອອກ ຍ້ອນສ້າງຄວາມບໍ່ພໍໃຈໃນສັງຄົມ.
ທີ່ ສປ ຈີນ: ຢ້ອນຄືນຫຼັງປະມານ 5 ປີ ທາງການ ສປ ຈີນ ໄດ້ເຮັດການປະເມີນກ່ຽວກັບໄພເສບຕິດອິນເຕີເນັດທີ່ສົ່ງຜົນກະທົບທາງລົບຕໍ່ພົນລະເມືອງເຖິງຂັ້ນຕ້ອງໄດ້ຮັບການບຳບັດ ສຳລັບຢູ່ນະຄອນຫຼວງປັກກິ່ງທາງການໄດ້ເປີດສູນບຳ ບັດຜູ້ເສບຕິດຄອມພິວເຕີມາແຕ່ປີ 2006 ຈໍານວນຜູ້ເສບຕິດທີ່ເຂົ້າບຳບັດໃນສູນແຫ່ງນີ້ນັບແຕ່ມື້ສ້າງຕັ້ງມາຮອດປີ 2015 ນັ້ນ ມີເຖິງ 6.000 ຄົນ ສະຖິຕິຜູ້ເສບຕິດອິນເຕີເນັດທົ່ວປະເທດໃນປີນັ້ນແມ່ນ 24 ລ້ານຄົນ ຈາກຈຳນວນຜູ້ໃຊ້ອິນເຕີເນັດທົ່ວປະເທດ ຈຳນວນ 632 ລ້ານຄົນ.
ຂ່າວບອກວ່າ: ສູນຢູ່ນະຄອນຫຼວງປັກກິ່ງນັ້ນສາມາດຊ່ວຍບຳບັດຜູ້ເສບຕິດອິນເຕີເນັດໃຫ້ຫາຍໄດ້ເຖິງ 75% ອາ ການທີ່ຖືວ່າເປັນການເສບຕິດອິນເຕີເນັດນັ້ນເປັນຄືແນວນີ້: ມີອາການບໍ່ສະບາຍທາງຈິດ ໃນນັ້ນ 90% ມີອາການຊຶມເສົ້າຍ້ອນຂາດການພົວພັນທາງສັງຄົມເປັນປົກກະຕິ ນອກຈາກສູນບຳບັດແລ້ວ ຢູ່ທົ່ວປະເທດຍັງມີຄລີນິກປິ່ນປົວຜູ້ເສບຕິດອິນເຕີເນັດອີກປະມານ 300 ແຫ່ງ (ຕົວເລກຕົ້ນປີ 2015) ຄລີນິກເຫຼົ່ານີ້ຮອງຮັບພວກຕິດເກມອອນລາຍແບບງອມແງມ.
ທີ່ ອິນໂດເນເຊຍ: ນີ້ກໍເປັນເລື່ອງໄອທີຍຸກດີຈິຕອນ ຄື: ມີຂ່າວວ່າທາງການອິນໂດເນເຊຍໄດ້ອະນຸຍາດໃຫ້ປະຊາຊົນສາມາດສົ່ງຂໍ້ຄວາມສະແດງຄວາມຄິດເຫັນ ຂໍ້ສະເໜີ ກໍຄື ຄວາມຂັດຂ້ອງໝອງໃຈຜ່ານໂທລະສັບມືຖືກ່ຽວກັບການປະຕິບັດໜ້າທີ່ຮັບຜິດຊອບຂອງພະນັກງານໃນການໃຫ້ບໍລິການແກ່ສັງຄົມ ໂດຍສະເພາະ ແມ່ນໃນນະຄອນຫຼວງຈາກາຕາ ເຊິ່ງເປັນບ່ອນຢູ່ຂອງປະຊາຊົນຈຳນວນໜຶ່ງສ່ວນສີ່ຂອງປະເທດ.
ຂ່າວບອກວ່າ: ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍນັ້ນບໍ່ພໍໃຈກັບວິທີເຮັດວຽກຂອງພະນັກງານລັດທີ່ຊັກຊ້າ ການໃຫ້ບໍລິການບໍ່ໄດ້ມາດຕະຖານ ເຊັ່ນ: ການສ້ອມແປງເສັ້ນທາງ ທ່າເຮືອ ສະໜາມບິນ ກໍຄື ສາທາລະນຸປະໂພກປະເພດຕ່າງໆພາຍໃນປະເທດ ເຊິ່ງເປັນອຸປະສັກໃນການດຶງດູດການລົງທຶນ ເພື່ອຍົກລະດັບການເຕີບໂຕທາງດ້ານເສດຖະກິດ ພາຍໃຕ້ການອະນຸຍາດຢ່າງເປັນທາງການດັ່ງກ່າວ ປະຊາຊົນສາມາດໂທ ຫຼື ສົ່ງຂໍ້ຄວາມໄປຫາພະນັກງານທີ່ຂາດຄວາມຮັບຜິດຊອບໃຫ້ບໍລິການບໍ່ໄດ້ເລື່ອງໃນການສ້ອມແປງເສັ້ນທາງໄປຮອດການສ້ອມແປງໄຟສັນຍານຈະລາ ຈອນ ເພື່ອໃຫ້ພະນັງານກ່ຽວຂ້ອງຕື່ນໂຕໃນການປະຕິບັດໜ້າທີ່ຂອງຕົນໃຫ້ດີຂຶ້ນ ສົມກັບວ່າພະນັກງານລັດມີໜ້າທີ່ຮັບໃຊ້ປະຊາຊົນແທ້.
ທີ່ ອຽກລັງ: ຂ່າວໃນຕົ້ນເດືອນຕຸລາ ປີ 2018 ໃຫ້ຮູ້ວ່າ: ທ່ານ ເດນິດ ນໍເຕິນ (Denis Naughten) ລັດຖະມົນຕີກະຊວງຄົມມະນາຄົມ ກິດຈະການດິນຟ້າອາກາດ ແລະ ສິ່ງແວດລ້ອມ ໄດ້ຕັດສິນໃຈຂຽນໃບລາອອກຈາກໜ້າທີ່ຍ້ອນຄະດີພົວພັນກັບເລື່ອງຜົນປະໂຫຍດສ່ວນຕົວກັບນັກລົງທຶນຕ່າງປະເທດ ເລື່ອງມີຢູ່ວ່າ ທ່ານລັດຖະມົນຕີຄົນນີ້ມີໜ້າທີ່ຮັບຜິດຊອບໂຄງການຂະຫຍາຍເຄືອຄ່າຍໂທລະທັດຈໍໃຫຍ່ເຂົ້າທຸກໆຄົວເຮືອນ ໂດຍສະເພາະ ແມ່ນໃນເຂດຊົນນະບົດ ເຊິ່ງເປັນໂຄງການທີ່ລັດລົງທຶນສະເພາະ ໂຄງການທີ່ມີມູນຄ່າມະຫາສານນີ້ແນ່ນອນຕ້ອງມີການປະມູນ ໜຶ່ງໃນຈຳນວນຜູ້ປະມູນ ກໍຄື ທ່ານ ເດວິດ ແມກຄອດ ນັກລົງທຶນຈາກສະຫະລັດ ຄວາມຜິດພາດທີ່ບັງຄັບໃຫ້ລັດຖະມົນຕີຄົນນີ້ຕ້ອງລາອອກ ກໍຄື ເຂົາໄດ້ໄປຮັບປະທານອາຫານຄໍ່າຫຼາຍຄັ້ງ ໂດຍແມ່ນນັກລົງທຸລະກິດຄົນອາເມຣິກາຄົນນີ້ເປັນເຈົ້າພາບລ້ຽງ ເຫດການນີ້ໄດ້ກາຍເປັນຈຸດວິພາກວິຈານຈາກສັງຄົມຢ່າງດຸເດືອດ ເຖິງຂັ້ນທ່ານລັດຖະມົນຕີຕ້ອງໄດ້ລາອອກ ເພື່ອຮັກສາຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ລັດຖະບານ.