ຖືວ່າຂ່າວດີ 23 ມື້ຕິດຕໍ່ກັນແລ້ວ ທີ່ ສປປ ລາວ ບໍ່ພົບກໍລະນີຜູ້ຕິດເຊື້ອໄວຣັສໂຄວິດ-19 ເຊິ່ງຕົວເລກຜູ້ຕິດເຊື້ອຍັງຢູ່ 19 ກໍລະນີຄືເກົ່າ ໃນນັ້ນ ມີ 10 ຄົນແມ່ນປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ ສ່ວນຜູ້ຕິດເຊື້ອທີ່ຍັງເຫຼືອ 9 ຄົນ ປັດຈຸບັນ ອາການແມ່ນຄົງຕົວ ຂັ້ນເບົາບາງ ຍັງຕິດຕາມການກວດຫາເຊື້ອເພື່ອຢັ້ງຢືນ.

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ລາຍງານໃນພິທີຖະແຫຼງຂ່າວ ໃນວັນທີ 5 ພຶດສະພາ 2020 ໃຫ້ຮູ້ວ່າ: ໃນວັນທີ 4 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 195 ຄົນ ໃນນັ້ນ ມີກໍລະນີສົງໄສ 6 ຄົນ ແລະ ແຮງງານລາວທີ່ກັບມາຈາກປະເທດໄທ 189 ຄົນ ກໍລະນີສົງໄສທັງໝົດ 6 ຄົນ ແມ່ນມາຈາກນະຄອນ ຫຼວງວຽງຈັນ 5 ຄົນ ແລະ ຄຳມ່ວນ 1 ຄົນ ແຮງງານລາວທີ່ກັບມາຈາກປະເທດໄທ 189 ຄົນ ເຊິ່ງຜົນກວດທັງໝົດ 195 ຄົນ ຂອງມື້ວານນີ້ ບໍ່ພົບເຊື້ອໃໝ່ ໝາຍຄວາມວ່າໃນວັນທີ 4 ພຶດສະພາ 2020 ບໍ່ມີກໍລະນີໃໝ່.

ນັບແຕ່ເດືອນມັງກອນ ຮອດວັນທີ 4 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 2.418 ຕົວຢ່າງ ກວດພົບເຊື້ອສະສົມ 19 ຄົນ (23 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ) ການຕິດຕາມຜູ້ເດີນທາງມາຈາກຕ່າງປະເທດ ໂດຍສະເພາະແຮງງານລາວຢູ່ສະຖານທີ່ຈຳກັດບໍລິເວນຕ່າງໆຂອງແຂວງ ມາຮອດວັນທີ 4 ພຶດສະພາ 2020 ທົ່ວປະເທດຍັງມີສູນຈໍາກັດບໍລິເວນທັງໝົດ 93 ສູນ ມີຜູ້ຈຳກັດບໍລິເວນຢູ່ສູນ 566 ຄົນ ເກັບຕົວຢ່າງມາກວດວິເຄາະຫາເຊື້ອ 934 ຄົນ ທັງໝົດບໍ່ພົບເຊື້ອ.
ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນມີຜູ້ຕິດເຊື້ອນອນຕິດຕາມປິ່ນປົວຢູ່ໂຮງໝໍມິດຕະພາບ 9 ຄົນ ທັງໝົດເຫັນວ່າມີອາການເບົາບາງ ແລະ ຍັງຕິດຕາມເພື່ອກວດວິເຄາະຢັ້ງຢືນການບໍ່ພົບເຊື້ອ ໄດ້ຮັບເອົາຜູ້ທີ່ອອກໂຮງໝໍນ້ຳເບີ 14 ກັບເຂົ້າມາຕິດຕາມອາການຢູ່ໂຮງໝໍ ແຕ່ວ່າໄດ້ແຍກໄວ້ຢູ່ຕຶກແຍກປ່ຽວໜຶ່ງຕ່າງຫາກ ບໍ່ໄດ້ໄປປົນກັບຜູ້ຕິດເຊື້ອ 9 ຄົນທີ່ກຳລັງປິ່ນປົວຢູ່ນັ້ນ ໝາຍວ່າປັດຈຸບັນນີ້ ມີຜູ້ຕິດຕາມຢູ່ໂຮງໝໍມິດຕະພາບ 10 ຄົນ.
ທ່ານຮອງລັດຖະມົນຕີ ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ເອົາໃຈໃສ່ສືກສາແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງການຕ່າງໆໃຫ້ມີຄວາມເຂົ້າໃຈ ຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ເຂັ້ມງວດ ຖ້າວ່າບັນດາທ່ານ ຫຼືຄົນໃນຄອບຄົວຂອງທ່ານຫາກມີອາການໄຂ້ ໄອ ເຈັບຫົວ ເຈັບທ້ອງ ຫຼື ມີອາການອື່ນໆ ກໍຂໍໃຫ້ບັນດາທ່ານເຂົ້າໄປພົບແພດຢູ່ໂຮງໝໍ ເພື່ອຈະໄດ້ຄັດແຍກວ່າມີອາການສົງໄສກ່ຽວກັບພະຍາດ COVID-19 ຫຼືບໍ່ ພ້ອມທັງຈະໄດ້ເກັບຕົວຢ່າງໄປກວດວິເຄາະຊອກຫາເຊື້ອ ຫຼືວ່ ບັນດາທ່ານທີ່ມີພະຍາດອື່ນກໍຈະໄດ້ຄັດແຍກໄປບ່ອນໜຶ່ງສະເພາະ ເພື່ອທຳການປິ່ນປົວຢ່າງທັນການ.
# ຂ່າວ & ພາບ : ວຽງມາ