WHO ຮຽກຮ້ອງ​ໃຫ້​ມີ​ຄວາມ​ສະເໝີພາບໃນ​ການ​ປິ່ນປົວ​ຄົນ​ເຈັບ​ຈາກ COVID-19

    ສຳນັກ​ຂ່າວ Xinhua ລາຍ​ງານ​ໃນ​ວັນ​ທີ 4 ພຶດສະພາ ຜ່ານ​ມາ​ວ່າ: ອຳນວຍ​ການ​ອົງການ​ອະ​ນະ​ໄມ​ໂລກ (WHO) ທ່ານ Tedros Adhanom Ghebreyesus ກ່າວ​ໃນ​ກອງ​ປະຊຸມ​ອອນ​ລາຍ​ເພື່ອ​ປຶກສາ​ຫາລື​ຕ້ານ​ການ​ລະບາດ​ຂອງ COVID-19 ທີ່​ຈັດ​ຂຶ້ນ​ໃນ​ວັນ​ຈັນ​ທີ 4 ພຶດສະພາ ທີ່​ນະຄອນຫຼວງ​ເຈ​ນີ​ວາ ປະເທດ​ສະ​ວິດ ວ່າ ມາດ​ຕະການ​ໃນ​ການ​ຕ້ານ​ການ​ລະບາດ​ຂອງ COVID-19 ຈະ​ບໍ່​ເປັນ​ພຽງ​ແຕ່​ການ​ພັດທະນາ​ວິທີ​ໃນ​ການ​ປິ່ນປົວ​ເທົ່າ​ນັ້ນ ແຕ່​ຈະ​ເຮັດ​ແນວໃດ​ໃຫ້​ມີ​ຄວາມ​ເທົ່າ​ທຽມ​ກັນ​ໃນ​ການ​ເຂົ້າ​ເຖິງ​ການ​ປິ່ນ ປົວ​ໃຫ້​ຫາຍ​ດີ.

    ທ່ານ​ຜູ້ອຳນວຍການ WHO ກ່າວ​ອີ​ກວ່າ: ນີ້​ເປັນ​ໂອກາດ​ດີ​ທີ່​ບໍ່​ເປັນ​ພຽງ​ແຕ່​ການ​ຕໍ່ສູ້​ກັບ​ພະຍາດ​ເທົ່າ​ນັ້ນ ແຕ່​ເປັນ​ການ​ສ້າງ​ຄວາມ​ພະ​ຍາມ​ເພື່ອ​ອະນາຄົດ ແລະ ເປັນ​ອະນາຄົດ​ທີ່​ຫຼາຍໆ​ຄົນ​ມີ​ຄວາມສຸກ ແລະ ມີ​ສິດທິ​ສູງ​ຂຶ້ນ​ໃນ​ການ​ເຂົ້າ​ເຖິງ​ການ​ບໍລິການ​ດ້ານ​ສຸຂະພາບ​ທີ່​ໄດ້​ມາດຕະຖານ.

    ໃນ​ໄລຍະ 10 ວັນ​ຜ່ານ​ມາ WHO ແລະ EU ໄດ້​ຮ່ວມ​ກັນ​ຈັດ​ກອງ​ປະຊຸມ​ສາກົນ​ດ້ານ​ການ​ຮ່ວມ​ມື​ໃນ​ການ​ພັດທະນາ​ຜະລິດ​ຕະ​ພັນ ຄວາມ​ສະເໝີພາບ​ໃນ​ການ​ເຂົ້າ​ເຖິງ​ການ​ນຳ​ໃຊ້​ວັກ​ແຊ້ງ​ໃນ​ການ​ປິ່ນປົວ​ຜູ້​ຕິດເຊື້ອ COVID-19 ນັ້ນ​ຖື​ໄດ້​ວ່າ ໂລກ​ເຮົາ​ກຳລັງ​ປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ດ້ານ​ສາທາລະນະ​ສຸກ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.

    ນອກ​ນັ້ນ​ໃນ​ວັນ​ດຽວ​ກັນ EU ແລະ ຄູ່​ຮ່ວມ​ພັດທະນາ ຍັງ​ໄດ້​ຈັດ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ​ຂຶ້ນ ເຊິ່ງ​ມີ​ແຜນທີ່​ຈະ​ສະໜອງ​ງົບປະມານ 7,5 ຕື້​ເອີ​ໂຣ ຫຼື ປະມານ 73,19 ລ້ານ​ຕີ​​ື້​ກີບ ເພື່ອ​ເປັນ​ກອງ​ທຶນ​ເຂົ້າ​ໃນ​ການ​ຕ້ານ COVID-19 ໃນ​ທົ່ວ​ໂລກ.   

error: Content is protected !!