ກະຊວງພາຍໃນ ສະເໜີຮ່າງກົດໝາຍວ່າດ້ວຍການສຳຫຼວດວັດແທກ ແລະ ສ້າງແຜນທີ່

    ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 11 ພະຈິກ 2021 ຢູ່ຫໍປະຊຸມສະພາແຫ່ງຊາດ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ 2 ສະບັບຄື: ຮ່າງກົດໝາຍວ່າດ້ວຍການສຳຫຼວດວັດແທກ ແລະ ສ້າງແຜນທີ່ (ສະບັບສ້າງໃໝ່) ແລະ ຮ່າງກົດໝາຍວ່າດ້ວຍການສ້າງນິຕິກຳ (ສະບັບປັບປຸງ) ເປັນປະທານຂອງທ່ານ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ມີທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ພ້ອມ ສສຊ ທົ່ວປະເທດເຂົ້າຮ່ວມ.

     ການດຳເນີນກອງປະຊຸມໃນພາກເຊົ້າ ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ຂຶ້ນ ຜ່ານບົດສະເໜີຮ່າງກົດໝາຍວ່າດ້ວຍການສຳຫຼວດວັດແທກ ແລະ ສ້າງແຜນທີ່ (ສະບັບສ້າງໃໝ່) ທ່ານໄດ້ກ່າວວ່າ: ຂໍ້ມູນສຳຫຼວດວັດແທກ ພາບຖ່າຍ ແຜນທີ່ ແລະ ຂໍ້ມູນຂ່າວສານພູມສາດ ມີຄວາມສຳຄັນ ແລະ ຈຳເປັນສຳລັບທຸກໆປະເທດ ບໍ່ວ່າປະເທດຈະເປັນປະເທດທີ່ມີເສດຖະກິດຂະຫຍາຍຕົວສູງ ກຳລັງຂະ ຫຍາຍຕົວ ແລະ ປະເທດດ້ອຍພັດທະນາກໍຕາມ ຂໍ້ມູນດັ່ງກ່າວ ແມ່ນມີຄວາມຈຳເປັນ ແລະ ສຳຄັນ ເພາະ ວ່າເປັນຂໍ້ມູນພື້ນຖານເພື່ອນຳໃຊ້ເຂົ້າໃນການວາງແຜນພັດທະນາເສດຖະກິດ-ສັງຄົມ ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ການຄົ້ນຄວ້າວິທະຍາສາດ ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ຂໍ້ມູນສຳຫຼວດວັດແທກ ພາບຖ່າຍທາງອາກາດ ແລະ ແຜນທີ່ ຍັງເປັນເອກະສານຫຼັກຖານທີ່ສຳຄັນທາງດ້ານກົດໝາຍ ໃນການເຈລະຈາຕໍ່ລອງ ໃນການກຳນົດເສັ້ນ ແລະ ປັກຫຼັກໝາຍຊາຍແດນແຫ່ງຊາດກັບບັນດາປະເທດອ້ອມຂ້າງ ນອກຈາກນີ້ ຂໍ້ມູນແຜນທີ່ຍັງເປັນເອກະສານໜຶ່ງທີ່ສຳຄັນສຳລັບການສຶກສາຄົ້ນຄວ້າກ່ຽວກັບຮູບຮ່າງຂອງໜ່ວຍໂລກ ລະບົບຈັກກະວານ ພື້ນທີ່ ແລະ ຂອບເຂດການປົກຄອງຂອງລັດ ສະນັ້ນ ເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ລວມສູນເປັນເອກະພາບ ໃນຂອບເຂດທົ່ວປະເທດ ຈຶ່ງໄດ້ສຶກສາຄົ້ນຄວ້າວາງນະໂຍບາຍ ລະບຽບກົດໝາຍ ຂໍ້ກຳນົດຕາມມາດຕະຖານເຕັກນິກ ເພື່ອຄຸ້ມຄອງ ຕິດຕາມ ກວດກາ ຊຸກຍູ້ສົ່ງເສີມ ຈັດຕັ້ງປະຕິບັດວຽກດັ່ງກ່າວໃຫ້ມີປະສິດທິພາບ ປະສິດທິ ຜົນສູງ ແມ່ນມີຄວາມຈຳເປັນ.

     ສຳລັບຮ່າງກົດໝາຍສະບັບສ້າງໃໝ່ນີ້ ປະກອບມີ 10 ພາກ 16 ໝວດ ແລະ 92 ມາດຕາ ເຊິ່ງ ພາຍຫຼັງກົດໝາຍສະບັບນີ້ໄດ້ຖືກຮັບຮອງ ແລະ ປະກາດນຳໃຊ້ຢ່າງເປັນທາງການແລ້ວ ຄາດວ່າຜົນໄດ້ ຮັບມີດັ່ງນີ້: ເປັນບ່ອນອີງທີ່ໜັກແໜ້ນໃນການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດກ່ຽວກັບວຽກງານສຳ ຫຼວດວັດແທກ ແລະ ສ້າງແຜນທີ່ ເຮັດໃຫ້ສາມາດແກ້ໄຂບັນຫາທີ່ຍັງບໍ່ທັນໄດ້ເປັນລະບົບເອກະພາບໃນ ຂອບເຂດທົ່ວປະເທດ ແລະ ເປັນຂໍ້ມູນຍຸດທະສາດສຳຄັນ ທີ່ພົວພັນເຖິງຄວາມລັບ ຄວາມປອດໄພ ແລະ ຄວາມໝັ້ນຄົງຂອງຊາດ ມີນິຕິກຳທີ່ເປັນເຄື່ອງມືທີ່ສຳຄັນໃຫ້ແກ່ການຄຸ້ມຄອງລັດທັງສູນກາງ ແລະ ທ້ອງ ຖິ່ນ ໃນການຄຸ້ມຄອງການເຄື່ອນໄຫວວຽກງານສຳຫຼວດວັດແທກ ຖ່າຍພາບ ແລະ ສ້າງແຜນທີ່ ຖືກຕ້ອງ ຕາມແນວທາງນະໂຍບາຍ ລັດຖະທຳມະນູນ ລະບຽບກົດໝາຍ ແລະ ນິຕິກຳຕ່າງໆ ທີ່ພັກ-ລັດ ວາງອອກ.

..# ຂ່າວ – ພາບ :  ຊິລິການດາ

error: Content is protected !!