ສະຖານີລົດໄຟວັງວຽງ ທາງລົດໄຟ ຈີນ-ລາວ ສໍາເລັດຕົບແຕ່ງສວຍງາມ

    ສະຖານີລົດໄຟວັງວຽງ ທາງລົດໄຟຈີນ-ລາວ ໄດ້ສຳເລັດການຕົບແຕ່ງທັງພາຍໃນ ແລະ ພາຍນອກຮຽບຮ້ອຍແລ້ວ ຖືໄດ້ວ່າຫຼາຍສະຖານີໄດ້ສໍາເລັດໄປຕາມຄາດໝາຍ ແລະ ຮັບປະກັນໃຫ້ແກ່ການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ໃນວັນທີ 2 ທັນວາທີ່ຈະມາເຖິງນີ້.

    ສະຖານີລົດໄຟວັງວຽງ ຕັ້ງຢູ່ບ້ານພູດິນແດງ ເມືອງວັງວຽງ ແຂວງວຽງຈັນ ໂດຍແມ່ນກຸ່ມບໍລິສັດກໍ່ສ້າງທາງລົດໄຟ ສປ ຈີນ ເປັນຜູ້ດຳເນີນການກໍ່ສ້າງ ມີເນື້ອທີ່ກໍ່ສ້າງທັງໝົດປະມານ 5.000 ຕາແມັດ ສາມາດຮອງຮັບຜູ້ໂດຍສານໄດ້ 600 ຄົນ ຊື່ງຄາດວ່າຈະເປີດການບໍລິການໃນເດືອນທັນວາປີນີ້.

    ທາງລົດໄຟລາວ-ຈີນ ແມ່ນໂຄງການເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ“ ໜຶ່ງແລວໜຶ່ງເສັ້ນທາງ ” ຂອງຈີນກັບຍຸດທະສາດຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດຂອງລາວ ເຊິ່ງເລີ່ມຈາກນະຄອນຄຸນໝິງ ແຂວງຢຸນນານຂອງຈີນ ໄປສິ້ນສຸດທາງຕອນໃຕ້ຢູ່ນະຄອນຫຼວງວຽງຈັນ ໂດຍໄລຍະທາງຜ່ານລາວ ມີຄວາມຍາວທັງໝົດ 422 ກິໂລແມັດກວ່າ ທາງລົດໄຟສາຍນີ້ ສ້າງຕາມມາດຕະຖານການບໍລິຫານ ແລະ ມາດຕະຖານເຕັກນິກຂອງຈີນ ຖືກອອກແບບໃຫ້ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ ເປັນທາງລົດໄຟໃຊ້ໄຟຟ້າທີ່ຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ ຊື່ງຈະເປີດໃຫ້ບໍລິການໃນເດືອນທັນວາປີນີ້ຕາມແຜນການ.

error: Content is protected !!